spot_img
Homeຂ່າວທ້ອງຖິ່ນຄາດ​ວ່າ 30 ກວ່າ​ບໍ​ລິ​ສັດ​ຈະ​ເຂົ້າ​ຮ່ວມ​ງານຕະ​ຫລາດ​ນັດ​ແຮງ​ງານ​ ຄັ້ງ​ທີ 8

ຄາດ​ວ່າ 30 ກວ່າ​ບໍ​ລິ​ສັດ​ຈະ​ເຂົ້າ​ຮ່ວມ​ງານຕະ​ຫລາດ​ນັດ​ແຮງ​ງານ​ ຄັ້ງ​ທີ 8

Published on

ຕະ​ຫລາດ​ນັດ​ແຮງ​ງານ ຄັ້ງ​ທີ 8 ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ພຶດ​ສະພາ 2019 ທີ່ຄະ​ນະ​ວິ​ສະ​ວະ​ກຳ​ສາດ ໂສກ​ປ່າ​ຫລວງ ນະ​ຄອ​ນ​ຫລວງວຽງ​ຈັນ, ເລີ່ມ​ເວ​ລາ 9:00-16:00 ໂມງ ຄາດ​ວ່າຈະ​ມີ 30 ກວ່າບໍລິສັດ ​ເຂົ້າ​ຮ່ວມ​ງານ​ດັ່ງ​ກ່າວໃນ​ວັນ​ທີ 20 ມີ​ນາ 2019 ທີ່​ຄະ​ນະ​ວິ​ສະ​ວະ​ກຳ​ສາດ ໂສກ​ປ່າ​ຫລວງ ນະ​ຄອ​ນ​ຫລວງວຽງ​ຈັນ, ໄດ້​ມີ​ການ​ຖະ​ແຫລງ​ຂ່າວ ໂດຍ​ມີ​ ທ່ານ ວິ​ມານ ພູມ​ມະ​ວົງ ຮອງ​ຄະ​ນະ​ບໍ​ດີ​ຄະ​ນະ​ວິ​ສະ​ວະ​ກຳ​ສາດ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ, ທ່ານ ວັນ​ທອງ ສິດ​ທິ​ກຸນ ຮອງ​ປະ​ທານ​ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ແຫ່ງ​ຊາດ​ລາວ, ພ້ອມ​ດ້ວຍ​ຜູ້​ຕາງ​ໜ້າ​ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ສະ​ຫະ​ພາບ​ເອີ​ຣົບ ແລະ ພາກ​ສ່ວນ​ກ່​ຽວ​ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ວິ​ມານ ພູມ​ມະ​ວົງ ​ກ່າວ​ວ່າ: ປີ​ນີ້​​ຄາດ​ວ່າຈະ​ມີ​ນັກ​ສຶກ​ສາ​ເຂົ້າ​ຮ່ວມ​ຫລາຍກວ່າ 2 ພັນ​ກວ່າ​ຄົນ ແລະ ມີ​ຕຳ​ແໜ່ງ​ງານ​ 200 ກວ່າ​ຕຳ​ແໜ່ງ ຈາກ 30 ກວ່າ​ບໍ​ລິ​ສັດ​ທີ່​​ຈະເຂົ້າ​ຮ່ວມ. ການ​ຈັດ​ງານ​ດັ່ງ​ກ່າວ​, ​ເປັນ​ການ​ສ້າງ​ໂອ​ກາດ​ໃຫ້​ນັກ​ສຶກ​ສາ ໄດ້​ພົບ​ປະ​ກັບ​ຫົວ​ໜ່ວຍ​ທຸ​ລະ​ກິດ  ເພື່ອ​ເປັນ​ການ​ແລກ​ປ່ຽນ​ບົດ​ຮຽ​ນ ແລະ ຫົວ​ໜ່ວຍ​ທຸ​ລະ​ກິດ​ກໍ​ໄດ້​ຊອກ​ເພື່ອ​ຮ່ວມ​ງານ ທີ່​ຖືກ​ຕ້ອງ​ກັບ​ຄວາມ​ຕ້ອງ​ການ ​ຂອງ​ການ​ພັດ​ທະ​ນາ​ທຸ​ລະ​ກິດ, ພ້ອມ​ທັງ​ເປັນ​ການ​ສ້າງ​ສາຍ​ພົວ​ພັນ​ແຮງ​ງານ​ທີ່​ດີ ​ລະ​ຫວ່າງ​ບັນ​ດາ​ບໍ​ລິ​ສັດ ແລະ ມະ​ຫາ​ວິ​ທະ​ຍາ​ໄລ, ໂຮງ​ຮຽ​ນ, ສະ​ຖາ​ບັນ​ການ​ສຶກ​ສາ ເພື່ອ​ສາ​ມາດ​ຕອບ​ສະ​ໜອງ​ແຮງ​ງານ ​ໃຫ້​ຖືກ​ຕາມ​ຄວາມ​ຕ້ອງ​ການ ​ຂອງ​ຕະ​ຫລາດ​ແຮງ​ງານ​ໃນ​ອາ​ຄົດ.

ນອກ​ຈາກນີ້, ຍັງ​ຊ່ວຍ​ອຳ​ນວ​ຍ​ຄວາມ​ສະ​ດວກ​ ໃນ​ການ​ຊອກວຽກ​ເຮັດ​ງານ​ທຳ​ທີ່​ຫລາກ​ຫລາຍ ໃຫ້​ບັນ​ດາ​ນັກ​ສຶກ​ສາ ແລະ ເປັນ​ການ​ສົ່ງ​ເສີມ​ວຽກ​ເຮັດ​ງານ​ທຳ ເພື່ອ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ເຮົາ​ໃຫ້​ດີ​ຂຶ້ນ.

ຂຽນໂດຍ: ແຟນຊິສ ສະຫວັນຄຳ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...