Homeຂ່າວຕ່າງປະເທດແຜ່ນດິນໄຫວ 5.7 ໃນຄາບສະໝຸດຄຳຊັດກາຂອງຣັດເຊຍ ຍັງບໍ່ມີລາຍງານຄວາມເສຍຫາຍ

ແຜ່ນດິນໄຫວ 5.7 ໃນຄາບສະໝຸດຄຳຊັດກາຂອງຣັດເຊຍ ຍັງບໍ່ມີລາຍງານຄວາມເສຍຫາຍ

Published on

 

ເກີດເຫດແຜ່ນດິນໄຫວ 5.7 ຣິກເຕີ້ ໃກ້ກັບເມືອງປາຣາຕຸນກາ ທາງຕອນໃຕ້ຂອງຄາບສະໝຸດຄຳຊັດກາຂອງຣັດເຊຍ

ເບື້ອງຕົ້ນຍັງບໍ່ມີລາຍງານຄວາມເສຍຫາຍໃດໆ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 3 ຕຸລານີ້ວ່າ ສຳນັກງານສຳຫລວດວິທະຍາແຫ່ງຊາດສະຫະລັດ (USGS) ໄດ້

ລາຍງານໃນມື້ນີ້ (3 ຕຸລາ) ວ່າ ເກີດເຫດແຜ່ນດິນໄຫວຢູ່ຈຸດດັ່ງກ່າວ ສາມາດວັດແທກໄດ້ 5.7 ຣິກເຕີ້ ຢູ່ເລິກລົງໄປໃນ

ດິນປະມານ 149.5 ກິໂລແມັດ ແລະ ຢູ່ຫ່າງຈາກເມືອງປາຣາຕຸນກາ ຂອງຣັດເຊຍ ປະມານ 65 ກິໂລແມັດ ແລະ ຢູ່ຫ່າງ

ຈາກນະຄອນຫລວງໂຕກຽວຂອງຍີ່ປຸ່ນ ປະມານ 2,349 ກິໂລແມັດ.

 

ຈົນເຖິງຂະນະນີ້ ຍັງບໍ່ທັນມີລາຍງານຄວາມເສຍຫາຍທີ່ເກີດຂຶ້ນຈາກເຫດແຜ່ນດິນໄຫວດັ່ງກ່າວ ຈາກເຈົ້າໜ້າທີ່ຂອງ

ຣັດເຊຍເທື່ອ.

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...