spot_img
Homeຂ່າວຕ່າງປະເທດສະຫະລັດກຳລັງຈະສົ່ງອອກນໍ້າມັນຫຼາຍກວ່າການນຳເຂົ້າ

ສະຫະລັດກຳລັງຈະສົ່ງອອກນໍ້າມັນຫຼາຍກວ່າການນຳເຂົ້າ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປາຣີສ ປະເທດຝຣັ່ງ ເມື່ອວັນທີ 11 ມີນາ 2019 ວ່າ ຖະແຫຼງການຂອງທ່ານ ຟາຕິ ບິຣອລ ຜູ້ອຳນວຍການໜ່ວຍງານພະລັງງານລະຫວ່າງປະເທດ ຫຼື ໄອອີເອ ກ່າວວ່າ ຄື້ນລູກທີ 2 ຂອງການປະຕິວັດຫີນນ້ຳມັນສະຫະລັດກຳລັງມາຮອດແລ້ວ ເຕັກໂນໂລຢີໃໝ່ທີ່ເຮັດໃຫ້ສາມາດຂຸດເຈາະນໍ້າມັນ ແລະ ກ໊າຊຈາກຊັ້ນຫີນ ເຮັດໃຫ້ການຜະລິດນໍ້າມັນໃນສະຫະລັດຮຸ່ງເຮືອງໃນໄລຍະຫຼາຍປີຜ່ານມາ.

ສຳນັກງານກວດສອບດ້ານສີ່ງແວດລ້ອມ Environmental Investigation Agency (IEA) ທຳນາຍວ່າ ສະຫະລັດຈະຄອງສ່ວນແບ່ງ 2 ໃນ 3 ຂອງການຜະລິດນໍ້າມັນທົ່ວໂລກທີ່ເພີ່ມຂຶ້ນ ແລະ ປະມານ 75% ຂອງການຂະຫຍາຍຕົວການຜະລິດກ໊າຊທຳມະຊາດເເຫຼວ (LNG) ໃນໄລຍະ 5 ປີຕໍ່ໜ້າ ແລະ ຈະເຮັດໃຫ້ສະຫະລັດແຊງໜ້າລັດເຊຍ ຂຶ້ນເປັນປະເທດຜູ້ສົ່ງອອກນ້ຳມັນລາຍໃຫຍ່ອັນດັບ 2 ຂອງໂລກ ຮອງຈາກຊາອຸດິອາລັບບີ.

IEA ຄາດການວ່າ ຜົນຜະລິດນໍ້າມັນທົ່ວໂລກໂດຍລວມຈະສູງຂຶ້ນມື້ລະ 5.9 ລ້ານບາເຣລ ພາຍໃນປີ 2024 ໂດຍຜົນຜະລິດຂອງອິຣານຈະຫຼຸດລົງເນື່ອງຈາກການຄວໍ້າບາດຂອງສະຫະລັດ ຄືກັນກັບເວເນຊູເອລາ ຈາກຜົນກະທົບຂອງວິກິດທາງເສດຖະກິດໃນປະເທດ.

 

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...