spot_img
Homeລົດຍົນ-ຍານພາຫະນະນິສສັນ ເອັກຊ໌-ເທຣັລ Nissan X-Trail

ນິສສັນ ເອັກຊ໌-ເທຣັລ Nissan X-Trail

Published on

1) ຮູບລັກສະນະພາຍນອກທີ່ທັນສະໄໝ

ນິສສັນ ເອັກຊ໌ ເທຣັລ Nissan X-Trail ໄດ້ຖືກນຳເຂົ້າ

ມາຢ່າງເຕັມຮູບແບບຈາກປະເທດຍີ່ປຸ່ນ ທີ່ມີຮູບລັກທີ່ທັນສະໄໝ ດ້ວຍໄຟສະຫວ່າງຕອນກາງເວັນໃນຮູບແບບຂອງ Daytime Running Light ທີ່ເຮັດໃຫ້ລົດຂອງທ່ານສາມາດເບິ່ງເຫັນໄດ້ຊັດເຈນຫຼາຍຂຶ້ນໃນເວລາກາງເວັນ, ເວລາທີ່ມີໝອກ, ເວລາລົດຄົນອື່ນແຊງມາ ຫຼື ຄົນທີ່ຢ່າງຕາມຖະໜົນ. ນອກຈາກນີ້ຍັງມີໄຟ LED ດ້ານໜ້າ, ໄຟ LED ທ້າຍຄູ່ແບບເຕັມຮູບແບບ, ໄຟຕັດໝອກໜ້າຮູບສີ່ຫຼ່ຽມ ແລະ ເສົາອາກາດຮູບຊົງຫູສະຫຼາມ.

2) ຫ້ອງໂດຍສານທີ່ກວ້າງ ແລະ ສະດວກສະບາຍ

ທ້າຍປະຕູລົດເປີດໃຊ້ງານດ້ວຍການຈັບເຊັນເຊີຈາກຕີນ ພຽງແຕ່ທ່ານແກ່ວງຕີນທາງດ້ານລຸ່ມຂອງກັ້ນຊົນ ປະຕູທ້າຍລົດກໍ່ຈະເປີດ. ນີ້ຄືຄວາມສະດວກທີ່ເຮັດໃຫ້ທ່ານເປີດທ້າຍລົດໄດ້ງ່າຍຂື້ນໂດຍສະເພາະເວລາທີ່ທ່ານກຳລັງຖືເຄື່ອງຢູ່ໃນມື.

ສໍາລັບຄອບຄົວໃຫຍ່, ນິສສັນ ເອັກຊ໌ ເທຣັລ ໄດ້ອອກແບບລະບົບບ່ອນນັ່ງທີ່ສາມາດປັບປ່ຽນໄດ້ຫຼາຍຮູບແບບດ້ວຍລະບົບ EZ Flex Seating System™ (5+2 ທີ່ນັ່ງ) ທີ່ເປັນນະວັດຕະກຳຂອງນິສສັນ ເອັກຊ໌ ເທຣັລ ຊຶ່ງຊ່ວຍໃຫ້ທ່ານເລື່ອນເບາະຫຼັງໄປຂ້າງໜ້າ ຫຼື ຖອຍຫຼັງ ປະຕູດ້ານຫຼັງສາມາດເປີດກວ້າງໃນລະດັບ 77 ອົງສາ ຊຶ່ງເຮັດໃຫ້ທ່ານເຂົ້າອອກຫ້ອງຜູ່ໂດຍສານໄດ້ງ່າຍຂຶ້ນ. ດ້ວຍເນື້ອທີ່ນັ່ງທີ່ເພີ່ມຫຼາຍຂຶ້ນເຮັດໃຫ້ທ່ານພັບທີ່ນັ່ງນະວັດຕະກຳໄດ້ຢ່າງງ່າຍດາຍ ແລະ ຮອງຮັບພື້ນທີ່ເກັບຂອງໄດ້ສູງສຸດ 1,520 ລິດເຕີ.

3) ການຕົບແຕ່ງພາຍໃນທີ່ສວຍງາມ

ດ້ວຍຕົວຊ່ວຍໃນການຂັບຂີ່ດ້ວຍລະບົບ Advanced Drive-Assist™ Display ຂອງ ນິສສັນ Nissan ໃຫ້ທ່ານເລືອກເມນູການຂັບຂີ່ໄດ້ເຖິງ 7 ເມນູ ແລະ ສາມາດຄວບຄຸມພວງມະໄລໃນຮູບແບບຕົວ D ແລະ ພວງມະໄລແບບຍືດ. ດ້ວຍເບາະທີ່ນັ່ງທີ່ບໍ່ມີແຮງໂນ້ມຖ່ວງທີ່ໄດ້ຮັບແຮງບັນດ້ານໃຈຈາກນັກບິນອາວາກາດເຊິ່ງຊ່ວຍລົດຄວາມເມື່ອຍລ້າຂອງຜູ້ຂັບຂີ່ເວລາທີ່ຕ້ອງການຂັບລົດໃນໄລຍະທາງໄກ ແລະ ລະບົບຄວບຄຸມອາກາດແບບດູໂອລ໌ ໂຊນ ໄຄລ໌ເມຕິກ ຄອນໂທລ໌ Dual Zone Climatic Control ແລະ ຊ່ອງລະບາຍອາກາດພາຍໃນຫ້ອງຜູ່ໂດຍສານ ເຮັດໃຫ້ຜູ່ໂດຍສານໄດ້ຮັບຄວາມສະດວກສະບາຍຕະຫຼອດໄລຍະການເດີນທາງ.

4) ການຂັບເຄື່ອນທີ່ມີຊົງພະລັງ ແລະ ງ່າຍຕໍ່ການຂັບຂີ່

Sport Utility Vehicle (SUV) ຂັບເຄື່ອນດ້ວຍເຄື່ອງຍົນແອດຊັງ 20 ລິດ ທີ່ໃຫ້້ກຳລັງສູງສຸດ 106 kw ທີ່ 6,000 rpm ຮອບຕໍ່ຫນ້າທີ່ ແລະ ແຮງບິດສູງສຸດ 200 Nm ທີ່ 4,400 rpm ຮອບຕໍ່ນາທີ່ເຊິ່ງມາພ້ອມກັບຖັງນໍ້າມັນຂະໜາດ 60 ລິດ ເພື່ອສະໜອງການຂັບລົດທີ່ສຸດຍອດ. ປຸ່ມສົ່ງສັນຍານເອັກຊ໌ໂທຣນິກ XTRONIC ຂອງ ເອັກຊ໌ເທັຣລ໌ X-Trail ແລະ ປຸ່ມອີໂຄໂໝດ ECO mode ສະຫນອງການສົ່ງພະລັງງານຕ່ໍາທີ່ລາບລື່ນຕໍ່ການຂັບຂີ່. ສໍາລັບການເລັ່ງຄວາມໄວທີ່ສູງຂຶ້ນ ທ່ານສາມາດນຳໃຊ້ໂໝດແມນນູໂອລ໌ Manual (+ / -) Mode ເພື່ອຄວາມໄວ ແລະ ຄວາມນ່າຕື່ນເຕັ້ນ.

5) ການຂັບເຄື່ອນແບບອັດສະລິຍະຂອງນິສສັນ Nissan Intelligent Mobility·

ກ້ອງອັດສະລິຍະທີ່ຊ່ວຍໃນການເບິ່ງເຫັນຮອບທິດທາງ Intelligent Around View Monitor (‘i-AVM’): ເປັນເທັກໂນໂລຍີທີ່ໃຊ້ກ້ອງສີ່ຕົວເພື່ອໃຫ້ຜູ້ຂັບຂີ່ເບິ່ງເຫັນຮອບທິດທາງ 360o ຈາກດ້ານເທິງຂອງລົດທີ່ຊ່ວຍໃຫ້ທ່ານຈອດລົດໄດ້ງ່າຍຂຶ້ນ ຫຼື ລົບຫຼີກຂຸມເທີງເສັ້ນທາງທີ່ຍາກຕໍ່ການຂັບຂີ່.

    • ລະບົບເຕືອນຈຸດບອດທີ່ເບິ່ງບໍ່ເຫັນ Blind Spot Warning (BSW): ເປັນລະບົບກວດຈັບສັນຍານລົດຍົນຂອງຜູ່ຂັບຂີ່ຄົນອື່ນໆໃນຈຸດບອດ (ຊ້າຍແລະຂວາ) ແລະ ໃຫ້ສັນຍານເຕືອນຜ່ານໄຟສະແດງສະຖານະຂອງລົດທີ່ກະພິບຢູ່ເທິງປະຕູພ້ອມສຽງກະດິ່ງ.
    • ລະບົົບເລດາທີ່ຊ່ວຍເຕືອນເມື່ອມີລົດແລ່ນຜ່ານ Cross Traffic Alert (CTA): ເມື່ອທ່ານຖອຍລົດອອກຈາກທີ່ຈອດລົດລະບົົບເລດາຈະຊ່ວຍກວດຈັບສັນຍານລົດຍົນທີ່ທ່ານອາດບໍ່ເບິ່ງບໍ່ເຫັນທັງສອງຂ້າງແລະແຈ້ງເຕືອນດ້ວຍໄຟກະພິບແລະສຽງເຕືອນ.

  • ຫນ້າຈໍສໍາຜັດ LCD ຂະຫນາດ 8 ນິ້ວ ພ້ອມເຄື່ອງຫຼິ້ນ DVD ບໍ່ພຽງແຕ່ເປັນເຄື່ອງບັນເທີງໃນລົດຍົນສໍາຫລັບຜູ່ໂດຍສານເທົ່ານັ້ນ ຫນ້າຈໍຍັງເຮັດຫນ້າທີ່ເປັນກ້ອງເບິ່ງດ້ານຫຼັງທີ່ຊ່ວຍໃຫ້ຜູ່ຂັບຂີ່ເບິ່ງເຫັນພາບດ້ານຫຼັງໄດ້ຢ່າງຊັດເຈນຕະຫຼອດເວລາ.
  • ການຄວບຄຸມການຂັບຂີ່ແບບອັດສະລິຍະ Intelligent Ride Control (IRC): ເມື່ອທ່ານຂັບຂີ່ເທິງຖະຫນົນທີ່ບໍ່ລຽບແຮງບິດຂອງເຄື່ອງຈັກຈະເພີ່ມຂຶ້ນຫຼືລົດລົງເພື່ອປັບຄວາມນຸ້ມນວນແລະຄຸນນະພາບໃນການຂັບຂີ່.
  • ການຄວບຄຸມເສັ້ນທາງແບບອັດສະລິຍະ Intelligent Trace Control (ITC): ຈະຊ່ວຍໃຫ້ທ່ານໃຊ້ແຮງເບັຣກເທົ່າທີ່ຈຳເປັນໃນຂະນະເຂົ້າໂຄ້ງ.
  • ລະບົົບຊ່ວຍອອກຕົວໃນທາງທີ່ລາດຊັນ Hill Start Assist (HSA): ຈະຊ່ວຍປ້ອງກັນການຖອຍຫຼັງຂອງລົດເມື່ອທ່ານເລີ່ມຂັບຈາກທາງລາດທີ່ລາດຊັນ.

ທ່ານສາມາດຢ້ຽມຊົມໂຊລູມນິສສັນ Nissan ຫຼື ໂລດໂຊເພື່ອທົດລອງຂັບ ແລະ ຈັບຈອງເປັນເຈົ້າຂອງ ເຊິ່ງມີຫຼາກຫຼາຍສີໃຫ້ເລືອກ – ສີສົ້ມ, ແດງ, ຂາວ, ເງິນ, ເທົາ ແລະ ດໍາ

ສໍາຫຼັບຂໍ້ມູນເພີ່ມເຕີມກ່ຽວກັບນິສສັນ Nissan ທຸກຮຸ່ນໃນລາວ. ກະລຸນາເຂົ້າເບິ່ງທີ່ເວັບໄຊທ໌ຂອງນິສສັນລາວhttp://www.nissan-lao.la ຫຼືຕິດຕາມທາງຫນ້າ Facebook ຂອງນິສສັນລາວທີ່ http://fb.com/NissanLaos/

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...