spot_img
Homeຂ່າວພາຍ​ໃນລັດເລັ່ງກວດກາລະອຽດ ໂຄງການຂຸດຄົ້ນນແຮ່ທາດ, ປູກຢາງ ພາລາ ແລະ ໄມ້ວິກ!

ລັດເລັ່ງກວດກາລະອຽດ ໂຄງການຂຸດຄົ້ນນແຮ່ທາດ, ປູກຢາງ ພາລາ ແລະ ໄມ້ວິກ!

Published on

 

ລັດ­ຖະ­ບານ​ໄດ້​ໃຫ້​ທິດ​ຊີ້​ນຳ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ແຕ່​ສູນ​ກາງ​ລົງ​ຮອດ​ທ້ອງ­ຖິ່ນ ​ຕ້ອງ​ເປັນ​ເຈົ້າ​ການ​ຮ່ວມ​ກັນ​

ໃນ​ການ​ຕິດ­ຕາມ​ກວດ­ກາ ແລະ ມີ​ການ​ປະ​ເມີນ​ຜົນ​ຢ່າງ​ລະ­ອຽດ​ບັນ­ດາ​ໂຄງ­ການ​ຂຸດ​ຄົ້ນ​ແຮ່​ທາດ, ປູກ​ຢາງ­ພາ

­ລາ ແລະ ປູກ​ໄມ້​ວິກ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ເປັນ­ຕົ້ນ​ແມ່ນ​ການ​ປະ­ຕິ­ບັດ​ສັນ­ຍາ​ຂອງ​ບໍ­ລິ­ສັດ​ທີ່​ເຂົ້າ​ມາ​ລົງ­ທຶນ​

ໃຫ້​ສຳ­ເລັດ ພ້ອມສາ­ມາດ​ສະ­ຫຼຸບ​ໄດ້​ໃນ​ປີ­ໜ້າ.

 

ກາງ​ປີ 2012 ລັດ­ຖະ­ບານ​ໄດ້​ອອກ ຄຳ​ສັ່ງ​ເລກ​ທີ 13/ນຍ ວ່າ​ດ້ວຍ​ການໂຈະ​ພິ­ຈາ­ລະ­ນາ ແລະ ອະ­ນຸ­ຍາດ​ໂຄງ­ການ​

ລົງ­ທຶນ​ໃໝ່​ສຳ­ລັບ​ການ​ຊອກ​ຄົ້ນ, ສຳ​ຫຼວດ​ແຮ່​ທາດ, ການ​ປູກ​ຢາງ­ພາ­ລາ ແລະ ໄມ້​ວິກ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ

ທັງ​ນີ້ ກໍ​ເພື່ອ​ຕິດຕາມ​ກວດ­ກາ​ປະ​ເມີນ​ຜົນ​ຄືນ​ການ​ຈັດ​ປະ­ຕິ­ບັດ​ຕົວ​ຈິງ ແລະ ຊຸກ­ຍູ້​ບັນ­ດາ​ໂຄງ­ການ​ອະ­ນຸ­ມັດ​ໄປ

​ແລ້ວ​ຮັບ­ປະ­ກັນ​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ, ການ​ນຳ​ໃຊ້​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ​ຢ່າງ​ມີ​ປະ​ສິດ­ທິ​ຜົນ​ສູງ, ປົກ​

ປັກ​ຮັກ­ສາ​ສີ່ງ​ແວດ​ລ້ອມ ແລະ ການ​ສົ່ງ­ເສີມ​ກະ­ສິ­ກຳ​ສະ­ອາດ​ທີ່​ຍືນ​ຍົງ​ສອດ­ຄ່ອງ​ກັບ​ແນວ­ທາງ​ນະ­ໂຍ­ບາຍຂອງ​

ພັກŒລັດ​ໃນ​ແຕ່​ລະ​ໄລ­ຍະ.

 

ແນວ­ໃດ​ກໍ​ດີ ໜຶ່ງ​ໃນ​ຫຼາຍ​ປະ­ເດັນ​ທີ່​ກອງ​ປະ­ຊຸມ​ລັດ­ຖະ­ບານ​ປະ­ຈຳ​ສົກ​ປີ​ທີ່​ຈັດ​ຂຶ້ນ ​ໃນ​ອາ­ທິດ​ຜ່ານ​ມາ​ນີ້​ໄດ້​ມີ​ທິດຊີ້​

ນຳ​ໃຫ້​ພວກ​ສ່ວນ​ທີ່​ກ່ຽວ­ຂ້ອງ​ ນຳ​ເອົາ​ຄຳ​ເຫັນ​ຂອງ​ສະ­ມາ­ຊິກ​ລັດ­ຖະ­ບານ​ໄປ​ປັບ­ປຸງ​ຂັ້ນ​ຕອນ​ການ​ປະ​ເມີນ​ຄືນ​ ບັນ­

ດາ​ໂຄງ­ການ​ເຫຼົ່າ­ນັ້ນ​ເປັນ­ຕົ້ນ​ໃຫ້​ເອົາ­ໃຈ­ໃສ່​ການ​ຕິດ­ຕາມ, ກວດ­ກາ ແລະ ມີ​ການ​ປະ​ເມີນ​ຜົນ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­

ບັດ​ບັນດາ​ໂຄງ­ການ​ຕ່າງໆ​ທີ່​ໄດ້​ອະ­ນຸ­ມັດ​ໄປ​ແລ້ວ​ນັ້ນ ອັນ​ທີ່​ສຳ­ຄັນ​ແມ່ນ​ການ​ເຮັດ​ສັນ­ຍາ​ກັບ​ບໍ­ລິ­ສັດ​ທີ່​ເຂົ້າ​ມາ​ລົງ­

ທຶນ​ ຕ້ອງ​ມີ​ຄວາມ​ຮັດ­ກຸມ ເພື່ອ​ບໍ່​ໃຫ້​ມີ​ຊ່ອງ​ວ່າງ ແລະ ແກ່­ຍາວ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ ທັງ​ນີ້ບັນ­ດາ​ຂະ

­ແໜງ­ການ​ສູນ​ກາງ ແລະ ທ້ອງ­ຖິ່ນ​ຕ້ອງ​ເປັນ​ເຈົ້າ​ການ​ຮ່ວມ​ກັນ.

 

ພ້ອມ​ນັ້ນ ກອງ​ປະ­ຊຸມ​ກໍ​ໄດ້​ໃຫ້​ກະ­ຊວງ​ແຜນ­ການ ແລະ ລົງ­ທຶນ​ສົມ­ທົບ​ກັບ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ສືບ­ຕໍ່​ຄົ້ນ­ຄວ້າ

ລະ­ອຽດ​ເປັນ­ຕົ້ນ​ການ​ປະ­ຕິ­ບັດ​ສັນ­ຍາ ເມື່ອ​ພົບ​ເຫັນ​ບັນ­ຫາ​ຕ້ອງ​ແກ້​ໄຂ​ຮ່ວມ​ກັນ​ຫຼີກ­ເວັ້ນ​ການ​ໂຍນ​ຄວາມ​ຮັບ­ຜິດ

­ຊອບ ໃຫ້​ກັນ​ລະ­ຫວ່າງ​ສູນ​ກາງ ແລະ ທ້ອງ­ຖິ່ນ, ເມື່ອ​ກວດ­ກາ​ພົບ​ເຫັນ​ການ​ກະ­ທຳ​ຜິດ​ກົດ­ໝາຍ​ຕ້ອງ​ຮ່ວມ​ກັນ​

ແກ້​ໄຂ, ຮ່ວມກັນຈັດ​ຕັ້ງ​ປະ­ຕິ­ບັດ​ກວດ­ກາ​ໃຫ້​ສຳ­ເລັດ ແລະ ສາ­ມາດ​ສະ­ຫຼຸບ​ໄດ້​ຕາມ​ແຜນ­ການ​ທີ່​ໄດ້​ວາງ​ໄວ້​ຄື​ໃນ​ປີ

2015.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...