Homeຂ່າວທ້ອງຖິ່ນຫຼາຍພາກສ່ວນຮ່ວມກັນ ເລັ່ງແກ້ໄຂສະພາບການສັນຈອນ

ຫຼາຍພາກສ່ວນຮ່ວມກັນ ເລັ່ງແກ້ໄຂສະພາບການສັນຈອນ

Published on

ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ຮ່ວມກັບກະຊວງສາທາລະນະສຸກ, ກະຊວງການເງິນ ແລະ ບໍລິສັດປະກັນໄພ ໄດ້ຈັດກອງປະຊຸມປຶກສາຫາລືຄົ້ນຄວ້າທິດທາງແກ້ໄຂສະພາບການສັດຈອນ, ແກ້ໄຂອຸບັດເຫດ ແລະ ວຽກງານໂຄສະນາ ໃນວັນທີ 26 ກຸມພາ 2019, ເປັນປະທານໂດຍທ່ານ ພັທ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫຼວດຈະລາຈອນ, ມີຕາງໜ້າຈາກກົມກ່ຽວຂ້ອງກະຊວງການເງິນ, ກະຊວງສາທາລະນາສູກ ແລະ ບໍລິສັດປະກັນໄພເຂົ້າຮ່ວມ.

ໃນກອງປະຊຸມດັ່ງກ່າວ, ພັທ ຄໍາເຫຼັກ ໄຊຍະສິດ ຮອງຫົວໜ້າກົມຕໍາຫຼວດຈະລາຈອນກ່າວວ່າ: ການປຶກສາຫາລືຄັ້ງນີ້, ໄດ້ພ້ອມກັນຄົ້ນຄວ້າຫາວິທີແກ້ໄຂສະພາບການຈະລາຈອນ ແລະ ອຸບັດຕິເຫດໃຫ້ມີຄວາມວ່ອງໄວ, ນໍາສົ່ງຄົນເຈັບໄປໂຮງໝໍໃຫ້ທັນເວລາ, ມີການໄກ່ເກ່ຍຂອງ ບໍລິສັດປະກັນໄພ ຕໍ່ຄູ່ກໍລະນີມາເຖິງສະຖານທີ່ເກີດເຫດໃຫ້ມີຄວາມວ່ອງໄວ ແລະ ທັນເວລາເພື່ອຈະໄດ້ແກ້ໄຂ ແລະ ລະບາຍເສັ້ນທາງເທດສະບານທີ່ພາຫະນະແໜ້ນໜາ, ແອອັດ, ການສັນຈອນເຄື່ອນຕົວຊ້າ ໃນໂມງເຂົ້າການ-ເລີກການ, ງານບຸນປະເພນີ ແລະ ວັນສໍາຄັນຕ່າງໆ ຂອງຊາດ.

ນອກນັ້ນ, ຍັງຈະແກ້ໄຂບັນຫາຜູ້ໃຊ້ລົດ-ໃຊ້ຖະໜົນຈໍານວນໜຶ່ງທີ່ຂາດສະຕິ, ບໍ່ເຄົາກົດຈະລາຈອນ, ດື່ມສິ່ງມືນເມົາແລ້ວຂັບ, ຂັບຂີ່ລົດໄວ, ລ່ວງປ້າຍຫ້າມ, ລ່ວງໄຟອໍານາດ, ແລ່ນບໍ່ຖືກຊ່ອງຈະລາຈອນ, ຈອດລົດຊະຊາຍຕາມທ້ອງຖະໜົນຫຼວງ, ດັດແປງສະພາບເຕັກນິກລົດ ແລະ ອື່ນໆ ທີ່ເປັນສາເຫດໃນການຈະລາຈອນແອອັດ ແລະ ເກີດອຸບັດຕິເຫດໄດ້ງ່າຍ.

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: ໜັງສືພິມຄວາມສະຫງົບ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...