spot_img
Homeຂ່າວເຫດການພາກສ່ວນກ່ຽວຂ້ອງຄວນເບິ່ງຄືນລາຄາເຊົ່າສະຖານທີ່ໃນງານບຸນປເພນີ

ພາກສ່ວນກ່ຽວຂ້ອງຄວນເບິ່ງຄືນລາຄາເຊົ່າສະຖານທີ່ໃນງານບຸນປເພນີ

Published on

 

 

ຄືດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ: ພໍກ້າວເຂົ້າສູ່ລະດູແລ້ງ ປະເທດເຮົາມັກຈະມີງານບຸນປະເພນີຕ່າງໆເກີດຂຶ້ນຢ່າງ

ຕໍ່ເນື່ອງຄື: ໃນມໍ່ໆນີ້ສຳລັບຢູ່ນະຄອນຫຼວງວຽງຈັນ ກໍຈະມີບຸນອອກພັນສາ ແລະ ຊ່ວງເຮືອປະເພນີ, ບຸນນະມັດສະການ

ພະທາດຫຼວງທີ່ເປັນບຸນໃຫຍ່ຂອງທົ່ວປວງຊົນລາວທັງຊາດ ຈະຖືກຈັດຂຶ້ນດັ່ງທຸກໆປີທີ່ມີມາ, ເພື່ອເປັນການສົ່ງເສີມ

ແລະ ປົກປັກຮັກສາ ໄວ້ວັດທະນະທຳ ແລະ ຮີດປະເພນີອັນດີງານຂອງຊາດ, ພ້ອມເປັນການເຕົ້າໂຮມຄວາມສາມັກຄີ

ເປັນປຶກແຜ່ນ ໃນໝູ່ປະຊາຊົນບັນດາເຜົ່າ, ແຕ່ມາປັດຈຸບັນຄົນສ່ວນໜຶ່ງໄດ້ເບິ່ງຂ້າມໄປ ເຫັນແຕ່ໂອກາດເພື່ອຫາ

ລາຍຮັບຈາກງາມບຸນດັ່ງກ່າວພຽງຍ່າງດຽວ, ໂດຍສະເພາະແມ່ນບ່ອນຕັ້ງຮ້ານວາງສະແດງ ແລະ ຂາຍສິນ ຄ້າດັ່ງທີ

ເຄີຍເປັນມາ ໂດຍຈະມີຜູ້ເຂົ້າໄປສຳປະທານແລ້ວຂາຍໃຫ້ຜູ້ປະກອບການຕ່າງໆເຂົ້າຈັບຈອງໃນລາຄາສູງ, ເຮັດໃຫ້ມີ

ຫາງສຽງຈົ່ມວ່າເປັນຈຳນວນບໍ່ໜ້ອຍ ແລະ ບໍ່ພຽງແຕ່ເທົ່ານັ້ນ ຍັງສົ່ງຜົນກະທົບຕໍ່ລາຄາສິນຄ້າ, ຊຶ່ງຜູ້ປະກອບການ

ຕ້ອງໄດ້ຂາຍແພງຂຶ້ນຈຶ່ງຈະກຸ້ມຄ່າ, ຕົວຢ່າງ: ເມື່ອກ່ອນສິນຄ້າທີ່ວາງຂາຍ ແລະ ເປັນເອກະລັກຂອງງານບຸນປະເພນີ

ແມ່ນເຂົ້າຫຼາມ ປີ້ງໄກ່, ແຕ່ເນື່ອງຈາກລາຄາເຊົ່າດິນແພງ ຈຶ່ງເຮັດໃຫ້ສິນຄ້າເຫຼົ່ານີ້ໜ້ອຍລົງ, ເຮັດໃຫ້ການສົ່ງເສີມ

ມູນເຊື້ອວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ແລະ ຄຸນຄ່າຂອງບຸນປະເພນີມີອັນປ່ຽນໄປກາຍເປັນ

ເລື່ອງທີ່ແກ້ໄຂຍາກ, ດັ່ງນັ້ນຕໍ່ບັນຫານີ້ທາງຄະນະກຳມະການຈັດງານບຸນ ຄວນທົບທວນຄືນ ແລະ ຫາທາງແກ້ໄຂ,

ເພື່ອເຮັດແນວໃດໃຫ້ການສະເຫຼີມສະຫຼອງ ແລະ ຄົບງັນໃນງານບຸນປະເພນີດັ່ງກ່່າວ ດຳເນີນໄປດ້ວຍບັນຍາກາດອັນ

ເບີກບານມ່ວນຊື່ນ, ຮັບປະກັນໄດ້ມູນເຊື້ອວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວ ແລະ ທັງເປັນ

ການສົ່ງເສີມ ແລະ ດຶງດູດການທອງທ່ຽວຂອງປະເທດເຮົານັບມື້ຂະຫຍາຍຕົວກວ້າງຂວາງ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...