spot_img
Homeຂ່າວຕ່າງປະເທດສານໂລກລະບຸ! ອິຣານສາມາດຟ້ອງ ສະຫະລັດໃຫ້ຄືນຊັບສິນທີ່ຍຶດໄປກັບມາໄດ້

ສານໂລກລະບຸ! ອິຣານສາມາດຟ້ອງ ສະຫະລັດໃຫ້ຄືນຊັບສິນທີ່ຍຶດໄປກັບມາໄດ້

Published on

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 14 ກຸມພາ 2019 ວ່າ ທ່ານ ອັບດຸນ ກາວີ ຮາເໝັດ ຢູຊູຟ ປະທານອົງຄະນະຕຸລາການສານຍຸຕິທຳລະຫວ່າງປະເທດ (ICJ) ກ່າວເມື່ອວັນພຸດທີ່ຜ່ານມາວ່າ ຄະນະຜູ້ພິພາກສາທັງ 15 ຄົນມີມະຕິເປັນເອກະພາບປະຕິບັດການຄັດຄ້ານເບື້ອງຕົ້ນຂອງສະຫະລັດກ່ຽວກັບການຮັບພິຈາລະນາຄະດີຂອງ ICJ ກ່ຽວກັບກໍລະນີພິພາກລະຫວ່າງອິຣານກັບສະຫະລັດ ໂດຍລັດຖະບານອິຣານຕ້ອງການໃຫ້ລັດຖະບານສະຫະລັດຄືນຊັບສິນລວມມູນຄ່າປະມານ 2.000 ລ້ານໂດລາ, ທີ່ສານດີກາຂອງສະຫະລັດສັ່ງອາຍັດໄວ້ເມື່ອປີ 2015 ເພື່ອໃຊ້ເປັນ “ຄ່າຊົດເຊີຍ” ໃຫ້ກັບຄອບຄົວຜູ້ເສຍຊີວິດຈາກເຫດການກໍ່ການຮ້າຍ ແລະ ເຫດວິນາສະກຳ “ທີ່ເປັນສີມືຂອງອິຣານ”.

ຂະນະດຽວກັນ, ປະທານ ICJ ກ່າວວ່າ ແມ່ນຢູ່ວ່າເຫດວິນາດສະກຳຂອງອິຣານໃນບາງເລື່ອງຄວນຖືກຕຳນິແຕ່ ICJ ເປັນສານທີ່ມີສະຖິຕິທີ່ມີ “ອຳນາດຊອບທຳ” ໃນການພິຈາລະນາຫຼັກຖານ ໝາຍຄວາມວ່າລັດຖະບານອິຣານສາມາດຍື່ນຄຳຮ້ອງ ແລະ ສະແດງຫຼັກຖານຕາມຂັ້ນຕອນເພື່ອຮັບຟ້ອງຕໍ່ໄປໄດ້  ທັງນີ້, ອິຣານຕ້ອງການໃຫ້ ICJ ຮັບພິຈາລະນາຄະດີດັ່ງກ່າວ ໂດຍການກ່າວຫາສະຫະລັດເປັນຝ່າຍລະເມີດສົນທິສັນຍາໄມຕີ ແລະ ການຄ້າລະດັບພາຄີ, ສະບັບປີ 1955 ເຊິ່ງ ICJ ໃຊ້ອ້າງອີງເປັນພື້ນຖານໃນການພິພາກສາໃຫ້ລັດຖະບານສະຫະລັດ “ຜ່ອນຄາຍ” ມາດຕະການຂວໍ້າບາດຕໍ່ອິຣານ ໃນດ້ານທີ່ກ່ຽວກັບມະນຸດສະທຳ ເມື່ອເດືອນ ຕຸລາ 2018, ຫຼັງຈາກນັ້ນໃນວັນດຽວກັນ ທ່ານ ໄມ ປອມເປໂອ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ປະກາດວ່າລັດຖະບານສະຫະລັດໄດ້ຖອນຕົວຈາກສົນທິສັນຍາສະບັບດັ່ງກ່າວແລ້ວ.

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...