Homeຂ່າວທ້ອງຖິ່ນນາຍົກເນັ້ນ! ວຽກ​ງານ 3 ສ້າງ​ໃຫ້ແຕ່​ລະ​ຂະ­ແໜງ­ການຄົ້ນ­ຄວ້າ​ຕີ​ລາ­ຄາມາດ­ຖານ​ເງື່ອນ­ໄຂ

ນາຍົກເນັ້ນ! ວຽກ​ງານ 3 ສ້າງ​ໃຫ້ແຕ່​ລະ​ຂະ­ແໜງ­ການຄົ້ນ­ຄວ້າ​ຕີ​ລາ­ຄາມາດ­ຖານ​ເງື່ອນ­ໄຂ

Published on

ກອງ​ປະ­ຊຸມ​ສະ­ຫຼຸບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ຂະ­ແໜງ​ພາຍ​ໃນ ແລະ ວຽກ​ງານ 3 ສ້າງ ປີ 2018 ແລະ ທິດ​ທາງ​ແຜນ­ການ​ປີ 2019 ສຳ­ເລັດ​ວັນ​ທີ 13 ກຸມ­ພາ 2019 ພາຍ­ຫຼັງ​ດຳ­ເນີນ​ມາ​ເປັນ​ເວ­ລາ 2 ວັນ ໂດຍ​ການເປັນ​ປະ­ທານ​ຂອງ ​ທ່ານ ຄຳ​ໝັ້ນ ສູນ​ວິ​ເລີດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ພາຍ​ໃນ ໃຫ້​ກຽດ​ເຂົ້າ​ຮ່ວມ​ໂດຍ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ມີ​ບັນ­ດາ​ຮອງ​ລັດ­ຖະ­ມົນ­ຕີ ຫົວ­ໜ້າ​ຫ້ອງ­ການ ແລະ ຫົວ­ໜ້າ​ກົມ​ຈັດ​ຕັ້ງ-ພະ­ນັກ­ງານ​ກະ­ຊວງ ອົງ­ການ​ລັດ​ທຽບ​ເທົ່າ​ກະ­ຊວງ ອົງ​ການ­ຈັດ­ຕັ້ງ​ມະ­ຫາ­ຊົນ​ຂັ້ນ​ສູນ​ກາງ ແລະ ບັນ­ດາ​ຮອງ​ເຈົ້າ­ແຂວງ ຮອງ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ ບັນ­ດາ​ເຈົ້າ­ເມືອງ-ຮອງ​ເຈົ້າ­ເມືອງ ເຈົ້າ​ນະ­ຄອນ-ຮອງ​ເຈົ້າ​ນະ­ຄອນ ແລະ ຫົວ­ໜ້າ​ພະ​ແນກ​ພາຍ​ໃນ​ແຂວງ-ນະ­ຄອນ­ຫຼວງ​ທົ່ວ​ປະ­ເທດ ພ້ອມ​ດ້ວຍ​ພະ­ນັກ­ງານ-ວິ­ຊາ​ການ​ກະ­ຊວງ​ພາຍ​ໃນ​ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ ຜູ້​ເຂົ້າ​ຮ່ວມ​ໄດ້​ຮັບ​ຟັງ​ສະ­ຫຼຸບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ຂະ­ແໜງ​ພາຍ​ໃນ ແລະ ການ​ປະ­ຕິ­ບັດ​ວຽກ​ງານ 3 ສ້າງ​ໄລ­ຍະ​ໜຶ່ງ​ປີ­ຜ່ານ­ມາ ແລະ ທິດ​ທາງ​ແຜນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ໜຶ່ງ​ປີ​ຕໍ່­ໜ້າ ທີ່​ໄດ້​ຍົກ​ໃຫ້​ເຫັນ​ຜົນ­ງານ​ທີ່​ປະ­ຕິ­ບັດ​ສຳ­ເລັດ ດ້ານ​ດີ ຈຸດ​ອ່ອນ ຂໍ້­ຄົງ­ຄ້າງ ທີ່​ຂະ­ແໜງ​ພາຍ​ໃນ​ຈະ​ໄດ້​ສືບ­ຕໍ່​ແກ້​ໄຂ​ໃຫ້​ສຳ­ເລັດ ແລະ ແຜນ​ວຽກ​ທີ່​ຈະ​ສືບ­ຕໍ່​ຈັດ​ຕັ້ງ​ປະ­ຕິ­ບັດ​ໃນ­ຕໍ່­ໜ້າ ພ້ອມ​ນັ້ນ ກອງ​ປະ­ຊຸມ​ຍັງ​ໄດ້​ຮັບ​ຟັງ​ລາຍ​ງານ​ກ່ຽວ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ບາງ​ວຽກ​ງານ​ຈຸດ​ສຸມ​ຂອງ​ຂະ­ແໜງ​ພາຍ​ໃນ ເປັນ­ຕົ້ນ ວຽກ​ງານ​ປັບ­ປຸງ​ກົງ­ຈັກ​ການ­ຈັດ­ຕັ້ງ​ລັດ ວຽກ​ງານ​ຄຸ້ມ​ຄອງ​ລັດ­ຖະ­ກອນ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ແກ້​ໄຂ​ເຂດ​ແດນ​ເຊື່ອມ​ຕໍ່ ແລະ ບາງ​ເນື້ອ​ໃນ ຄຳ​ແນະ­ນຳ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ກົດ­ໝາຍ​ວ່າ​ດ້ວຍ​ທະ­ບຽນ​ຄອບ­ຄົວ.

ສຳ­ລັບ​ວຽກ​ງານ 3 ສ້າງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້​ເນັ້ນ​ໃຫ້​ຄົ້ນ­ຄວ້າ​ຕີ​ລາ­ຄາ ມາດ­ຖານ​ເງື່ອນ­ໄຂ​ວຽກ​ງານ​ສາມ​ສ້າງ​ຂອງ​ແຕ່​ລະ​ຂະ­ແໜງ­ການ ທີ່​ໄດ້​ຮັບ­ຮອງ​ແລ້ວ​ດ້ວຍ​ການ​ປະ​ເມີນ​ຄືນ ການ​ປະ­ຕິ­ບັດ​ຕາມ​ມາດ­ຖານ​ເງື່ອນ­ໄຂ​ດັ່ງ­ກ່າວ ຢູ່​ທ້ອງ­ຖິ່ນ​ໄດ້​ຮັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ຕາມ​ມາດ­ຖານ​ເງື່ອນ­ໄຂ​ນັ້ນ​ແນວ­ໃດ ແລະ ມີ​ຜົນ­ສຳ­ເລັດ​ດ້ານ​ໃດ​ແດ່​ ຕິດ­ຕາມ​ກວດ­ກາ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຢ່າງ​ເປັນ​ປົກ­ກະ­ຕິ ເພື່ອ​ໃຫ້​ທ້ອງ­ຖິ່ນ (ບັນ­ດາ​ແຂວງ ແລະ ເມືອງ) ຕ້ອງ​ປະ­ຕິ­ບັດ​ຕາມ​ຂອບ​ເຂດ​ສິດ ຄວາມ​ຮັບ­ຜິດ­ຊອບ​ທີ່​ໄດ້​ຮັບ ແລະ ຢູ່​ພາຍ​ໃຕ້​ລະ­ບຽບ-ກົດ­ໝາຍ ພ້ອມ​ກັນ​ນັ້ນ ວຽກ​ປົກ­ຄອງ​ທ້ອງ­ຖິ່ນ​ໃຫ້​ເອົາ­ໃຈ­ໃສ່​ກຳ​ໃຫ້​ໄດ້​ຈຳ­ນວນ​ປະ­ຊາ­ກອນ ພົນ­ລະ­ເມືອງ​ຂອງ​ລາວ ຂຶ້ນ​ບັນ­ຊີ ຫຼື ລົງ­ທະ­ບຽນ​ພົນ­ລະ­ເມືອງ​ຢ່າງ​ມີ​ວິ­ທະ­ຍາ­ສາດ ເອົາ­ໃຈ­ໃສ່​ວຽກ​ງານ​ຈົດ​ທະ­ບຽນ ແລະ ອອກ​ໃບ­ຢັ້ງ­ຢືນ​ການ​ເກີດ​ການ​ໃຫ້​ສັນ­ຊາດ ແລະ ຂໍ​ປະ​ສັນ­ຊາດ ຄົ້ນ­ຄວ້າ​ແກ້​ໄຂ​ບັນ­ຫາ​ການ​ສ້າງ​ຄອບ­ຄົວ​ທີ່​ບໍ່​ຖືກ­ຕ້ອງ​ຂອງ​ພົນ­ລະ­ເມືອງ​ລາວ ຢູ່​ຕາມ​ບໍ­ລິ­ເວນ​ຊາຍ​ແດນ​ຮ່ວມ​ກັບ​ຂະ­ແໜງ­ການ​ກ່ຽວ­ຂ້ອງ ແລະ ທ້ອງ­ຖິ່ນ ສືບ­ຕໍ່​ພັດ­ທະ­ນາ​ຖານ​ຂໍ້​ມູນ​ພົນ­ລະ­ເມືອງ ເພື່ອ​ເປັນ​ເງື່ອນ­ໄຂ​ສະ­ດວກ​ໃນ​ການ​ຄຸ້ມ​ຄອງ​ປະ­ຊາ­ກອນ​ພົນ­ລະ­ເມືອງ​ຊົນ­ເຜົ່າ ສາ­ສະ­ໜາ ແລະ ອົງ​ການ­ຈັດ­ຕັ້ງ​ທາງ​ສັງ­ຄົມ ພ້ອມ​ທັງ​ເພື່ອ​ບັນ­ລຸ​ເປົ້າ​ໝາຍ​ການ​ຈົດ​ທະ­ບຽນ​ການ​ເກີດ​ຂອງ​ເດັກ​ໃຫ້​ໄດ້ 70% ໃນ​ປີ 2024 ຕາມ​ທີ່​ໄດ້​ຮັບ­ຮອງ​ກັບ​ອົງ​ການ­ຈັດ­ຕັ້ງ​ສາ­ກົນ ສ່ວນ​ວຽກ​ງານ​ຊົນ­ເຜົ່າ ເພີ່ມ​ທະ­ວີ​ເອົາ­ໃຈ­ໃສ່ ວຽກ​ງານ​ຄຸ້ມ​ຄອງ​ເຜົ່າ​ເຮັດ​ໃຫ້​ບັນ­ດາ­ເຜົ່າ ໄດ້​ຮັບ​ການ​ພັດ­ທະ­ນາ​ທີ່​ເທົ່າ​ທຽມ​ກັນ ແລະ ເພີ່ມ​ທະ­ວີ​ເອົາ­ໃຈ­ໃສ່​ຄຸ້ມ​ຄອງ​ການ​ເຜີຍ­ແຜ່​ສາ­ສະ­ໜາ ໃນ​ການ​ສ້າງ​ແຜນ­ທີ່​​ເນັ້ນ​ໃຫ້​ມີ​ຄວາມ​ຖືກ­ຕ້ອງ ຊັດ​ເຈນ ສອດ­ຄ່ອງ​ກັບ​ສະ­ພາບ​ຄວາມ​ເປັນ​ຈິງ.

 

 

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...