Homeຂ່າວຕ່າງປະເທດງານສະແດງລົດຕີນໃຫຍ່ໃນໂຮນລັງພາດທ່າ ຢຽບຜູ້ຊົມເສຍຊີວິດຢ່າງໜ້ອຍ 3 ຄົນ!

ງານສະແດງລົດຕີນໃຫຍ່ໃນໂຮນລັງພາດທ່າ ຢຽບຜູ້ຊົມເສຍຊີວິດຢ່າງໜ້ອຍ 3 ຄົນ!

Published on

 

ລົດຕີນໃຫຍ່ ສະແດງພາດໃນງານປະຈຳປີທີ່ໂຮນລັງ ຢຽບຜູ້ຊົມເສຍຊີວິດຢ່າງໜ້ອຍ 3 ລາຍ ແລະ ບາດເຈັບອີກ

ເດຍລະດາດ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 30 ກັນຍານີ້ວ່າ ເກີດອຸບັດເຫດລະຫວ່າງການສະແດງລົດຍົນຜີສາດ

(Monster Truck) ຫລື ລົດຍົນຕີນໃຫຍ່ປະຈຳປີ ໃນເມືອງທາງພາກຕາເວັນອອກຂອງໂຮນລັງ ໂດຍລົດຍົນກະບະ

ພະລັງສູງ ຕ້ອງແລ່ນຂ້າມຢຽບລົດຍົນ 6 ຄັນ ແຕ່ເກີດມີຄວາມຜິດພາດ ເສຍຫລັກເຂົ້າຕຳຂ້າມທາງແລ່ນມາໃສ່

ຜູ້ຊົມ ສົ່ງຜົນເຮັດໃຫ້ກຸ່ມຜູ້ຊົມແຕກຕື່ນ ແລະ ລົດຍົນຄັນດັ່ງກ່າວ ກໍໄດ້ຢຽບຜູ້ເຄາະຮ້າຍເສຍຊີວິດຢ່າງໜ້ອຍ

3 ຄົນ ແລະ ບາດເຈັບເດຍລະດາດເຖິງ 18 ຄົນ ໃນນັ້ນອາການສາຫັດ 6 ຄົນ.

 

ເຈົ້າໜ້າທີ່ຜູ້ຈັດງານ ຕ້ອງໄດ້ໃຊ້ເຮລິຄັອບເຕີ້ ນຳສົ່ງຜູ້ບາດເຈັບໄປໂຮງໝໍ ໃນຂະນະທີ່ຄົນຂັບລົດມໍລະນະດັ່ງກ່າວ

ຖືກຕຳຫລວດຄວບຄຸມໂຕໄວ້ສອບສວນຫາສາເຫດ ສຳລັບດຳເນີນຄະດີຕໍ່ໄປ.

 

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...