spot_img
Homeຂ່າວພາຍ​ໃນໄຂຂໍ້ຂ້ອງໃຈ! ເປັນຫຍັງຄິວລົດຫົວພັນຈິ່ງເກັບຄ່າເຄື່ອງກັບຜູ້ໂດຍສານ

ໄຂຂໍ້ຂ້ອງໃຈ! ເປັນຫຍັງຄິວລົດຫົວພັນຈິ່ງເກັບຄ່າເຄື່ອງກັບຜູ້ໂດຍສານ

Published on

ກາຍເປັນປະເດັນທີ່ຄົນໃນສັງຄົມໃຫ້ຄວາມສົນໃຈ ຫຼັງຈາກມີຜູ້ໃຊ້ເຟສບຸກທ່ານໜຶ່ງອອກມາໂພສວິດີໂອໃນຂະນະທີ່ແອັດລົດກຳລັງຊັ່ງເຄື່ອງຜູ້ໂດຍສານ ພ້ອມກັບຂໍ້ຄວາມທີ່ວ່າ “ນະວັດຕະກຳໃໝ່ຂອງການຂີ່ລົດເມ ຊັ່ງນໍ້າໜັກເຄື່ອງຂອງຕ່າງໆກິໂລລະ 3.000 ກີບ”. ເລື່ອງດັ່ງກ່າວແມ່ນເກີດຂຶ້ນແທ້ທີ່ສະຖານີຫົວພັນຂົນສົ່ງໂດຍສານ.

ເນື່ອງຈາກຄວາມສົງໃສ ແລະ ຫຼາຍຄຳຖາມທີ່ເກີດຂຶ້ນ ທ່ານ ຄຳສຸ ວິໄຊ ຫົວໜ້າສະຖານີຫົວພັນຂົນສົ່ງໂດຍສານ ໄດ້ໃຫ້ສຳພາດກັບນັກຂ່າວລາວໂພສ ເມື່ອວັນທີ 14 ກຸມພາ 2019 ວ່າ ການເກັບຄ່າເຄື່ອງຈາກຜູ້ໂດຍສານແມ່ນທາງຂົນສົ່ງໂດຍສານຫົວພັນໄດ້ມີການຈັດຕັ້ງປະຕິບັດມາເກືອບປີແລ້ວ ໂດຍອີງໃສ່ຂໍ້ກຳນົດຊົ່ວຄາວຂອງທ່ານເຈົ້າແຂວງຫົວພັນ, ສະບັບເລກທີ 411/ຈຂ-ຫພ, ລົງວັນທີ 15/03/2018 ວ່າດ້ວຍການເກັບຄ່າຝາກເຄື່ອງນຳລົດໂດຍສານພາຍໃນ, ຕ່າງແຂວງ ແລະ ຕ່າງປະເທດ ແລະ ຍັງອີງຕາມກົດລະບຽບຂອງກະຊວງຂົນສົ່ງ ແລະ ໄປສະນີທີ່ໄດ້ຮັບຮອງເອົາຢ່າງເປັນທາງການ ໂດຍດຳລັດຂອງປະທານສະພາລັດຖະມົນຕີ, ສະບັບເລກທີ 256/ນຍ, ລົງວັນທີ 29/9/1982. ສ່ວນການຕັ້ງລາຄານັ້ນແມ່ນອີງໃສ່ໃບສະເໜີພະແນກໂຍທາທິການ ແລະ ຂົນສົ່ງປະຈຳແຂວງຫົວພັນ, ສະບັບເລກທີ 280/ຍທຂ, ລົງວັນທີ 30/01/2018.

ການເກັບເງິນຄ່າເຄື່ອງກັບຜູ້ໂດຍສານ ນອກຈາກນຳເອົາຂໍ້ກຳນົດ, ກົດລະບຽບຕ່າງໆຈາກຂັ້ນເທິງມາຜັນຂະຫຍາຍໃຫ້ເປັນຮູບປະທຳແລ້ວ, ຍັງອີງໃສ່ວ່າດ້ວຍການຂົນສົ່ງເຄື່ອງຜູ້ໂດຍສານແມ່ນ ຜູ້ໂດຍສານມີສິດຖືເຄື່ອງໂດຍສານຕິດຕົວຂຶ້ນລົດນຳ 20 ກິໂລກຣາມ/1ຄົນ, ສຳລັບເດັກນ້ອຍແມ່ນ 10 ກິໂລກຣາມ/ 1 ຄົນ. ຫາກວ່າຜູ້ໂດຍສານທ່ານໃດຖືເຄື່ອງນໍ້າໜັກເກີນກຳນົດແມ່ນຈະໄດ້ເສຍຄ່າບໍລິການຕາມຕົວຈິງຂອງນໍ້າໜັກເຄື່ອງທີ່ເກີນ ໂດຍຄິດໄລ່ໃສ່ລາຄາຕາມປະເພດເຄື່ອງທີ່ທ່ານຖືມາ ເຊິ່ງລາຄາແຕ່ລະປະເພດແຕກຕ່າງກັນອອກໄປ (ຍົກເວັ້ນເຄື່ອງທີ່ມີມູນຄ່າສູງເຊັ່ນ: ຄຳ ແລະ ເງິນສົດແມ່ນບໍ່ຮັບຝາກ ບໍ່ຮັບຄຸ້ມຄອງໃຫ້) ແລະ ດີແທ້ການຝາກເຄື່ອງແມ່ນຢາກໃຫ້ຜູ້ຝາກເຄື່ອງໄປໃຊ້ບໍລິການຮັບຝາກເຄື່ອງໃນຄິວລົດດີກວ່າ ເພາະຈະໄດ້ຈ່າຍຄ່າຝາກທີ່ເປັນເອກະພາບກັນ ແລະ ເຄື່ອງກໍ່ຮອດຕາມກຳນົດໝາຍຄືກັນກັບຝາກຜ່ານລົດເມ.

ທ່ານ ຄຳສຸກ ຍັງອະທິບາຍຕື່ມອີກວ່າ “ທຸກຄົນຮູ້ດີວ່າເສັ້ນທາງທີ່ໃຊ້ເດີນທາງມາແຂວງຫົວພັນບໍ່ແມ່ນທາງສະດວກສະບາຍຫາກບໍ່ມີການຄວບຄຸມ ຫຼື ຈຳກັດເລື່ອງນໍ້າໜັກຈະເຮັດໃຫ້ລົດເມບັນທຸກນໍ້າໜັກຫຼາຍຈົນເກີນໄປ ເຊິ່ງມັນເປັນອັນຕະລາຍກັບການເດີນທາງ ແລະ ຍັງເຮັດໃຫ້ເສັ້ນທາງເປ່ເພໄວຍ້ອນການບັນທຸກນໍ້າໜັກເກີນ, ນອກຈາກນີ້ການກຳນົດລາຄາຝາກເຄື່ອງທີ່ຊັດເຈນມັນຊ່ວຍຮັກສາສິດຜົນປະໂຫຍດຂອງຜູ້ໂດຍສານໃຫ້ໄດ້ຈ່າຍໃນລາຄາທີ່ເໝາະສົມເປັນເອກະພາບກັນ ແລະ ຍັງເຮັດໃຫ້ເຈົ້າຂອງລົດໂດຍສານໄດ້ຮັບຄ່າຂົນສົ່ງຕາມສົມຄວນ” ທາງສະຖານີຫົວພັນຂົນສົ່ງໂດຍສານບໍ່ໄດ້ປະຕິບັດຕາມອຳເພີໃຈ ທຸກຢ່າງແມ່ນຖືກຕ້ອງຕາມຂັ້ນຕອນ ມີການຄົ້ນຄວ້າ, ການເຫັນດີຈາກຂັ້ນເທິງຄັກແນ່.

ຕໍ່ກັບເນື້ອໃນທີ່ເຜີຍແຜ່ອອກໄປທາງເຟສບຸກເມື່ອ 2-3ວັນກ່ອນໜ້ານີ້ມັນໄດ້ສ້າງຄວາມເສື່ອມເສຍໃຫ້ແກ່ທາງສະຖານີຫົວພັນຂົນສົ່ງໂດຍສານ, ສະນັ້ນ, ຈິ່ງຮຽກຮ້ອງໃຫ້ສັງຄົມຢ່າເຂົ້າໃຈຜິດກັບສິ່ງທີ່ເຫັນ ທຸກເລື່ອງມັນມີເຫດຜົນໃນຕົວຂອງມັນ, ປັດຈຸບັນທາງສະຖານີຫົວພັນຂົນສົ່ງໂດຍສານໄດ້ຮູ້ຕົວຜູ້ປ່ອຍຄລິບດັ່ງກ່າວແລ້ວ ແລະ ຈະມີການນຳຕົວຜູ້ກ່ຽວມາດຳເນີນການຕາມລະບຽບກົດໝາຍ.

ທ່ານສາມາດເບິ່ງຮູບເອກະສານຂໍ້ກຳນົດຕ່າງ ແລະ ລາຍການລາຄາຝາກເຄື່ອງໄດ້ລຸ່ມນີ້:

 

 

 

 

 

 

ຮຽບຮຽງບົດ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ທ່ານ ຄຳສຸ ວິໄຊ ຫົວໜ້າສະຖານີຂົນສົ່ງໂດຍສານຫົວພັນ

ຮູບປະກອບຂ່າວ

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...