Homeຂ່າວຕ່າງປະເທດປະຊາຊົນຫວຽດນາມຍິນດີເປັນເຈົ້າພາບຈັດປະຊຸມ "ທຣໍ້າ-ຄິມ" ຄັ້ງທີ 2

ປະຊາຊົນຫວຽດນາມຍິນດີເປັນເຈົ້າພາບຈັດປະຊຸມ “ທຣໍ້າ-ຄິມ” ຄັ້ງທີ 2

Published on

ປະຊາຊົນຫວຽດນາມໃນນະຄອນຫຼວງຮ່າໂນ້ຍຈຳນວນຫຼາຍສະແດງຄວາມຍິນດີ ຫຼັງ ໂດນັລ ທຣໍ້າ ປະທານາທິບໍດີສະຫະລັດປະກາດວ່າ ການປະຊຸມສຸດຍອດຜູ້ນຳສະຫະລັດກັບ ຄິມ ຈອງ ອຶນ ຜູ້ນຳສູງສຸດເກົາຫຼີເໜືອ ຈະຈັດຂຶ້ນທີ່ປະເທດຫວຽດນາມໃນລະຫວ່າງວັນທີ 27-28 ກຸມພາ 2019 ນີ້ ເຖິງແມ່ນວ່າຍັງບໍ່ມີການລະບຸຊື່ເມືອງທີ່ຊັດເຈນກໍ່ຕາມ.

ນອກຈາກນີ້, ຊາວຫວຽດນາມຍັງສະແດງຄວາມຫວັງວ່າ ການປະຊຸມທີ່ເກີດຂຶ້ນຄັ້ງນີ້ຈະຊ່ວຍສ້າງສັນຕິພາບ ແລະ ຄວາມສຸກໃຫ້ແກ່ປະຊາຊົນ ໂດຍທຸກຝ່າຍຫວັງທີ່ຈະໃຫ້ຜົນການປະຊຸມອອກມາໃນທາງທີ່ດີ ເຊິ່ງຈະຊ່ວຍສົ່ງເສີມພາບລັກຂອງຫວຽດນາມໄດ້ອີກທາງໜຶ່ງ.

ກ່ອນໜ້ານີ້, ມີກະແສຂ່າວວ່າ ສະຫະລັດ ແລະ ເກົາຫຼີເໜືອ ຈະເລືອກປະເທດຫວຽດນາມເປັນປະເທດຈັດກອງປະຊຸມຄັ້ງທີ 2 ໂດຍມີ 2 ສະຖານທີ່ ທີ່ໄດ້ຮັບຄວາມສົນໃຈເປັນພິເສດຄື: ນະຄອນຫຼວງຮ່າໂນ້ຍ ແລະ ແຂວງ ດານັງ.

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: sanook

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...