spot_img
Homeຂ່າວຕ່າງປະເທດລັດຖະມົນຕີກະຊວງການເງິນຍີ່ປຸ່ນອອກມາຂໍໂທດຫຼັງຫຼຸດປາກຕຳນິປະຊາຊົນຜູ້ທີ່ບໍ່ມີລູກ

ລັດຖະມົນຕີກະຊວງການເງິນຍີ່ປຸ່ນອອກມາຂໍໂທດຫຼັງຫຼຸດປາກຕຳນິປະຊາຊົນຜູ້ທີ່ບໍ່ມີລູກ

Published on

ສຳນັກຂ່າວຕ່າງປະເທດລາຍງານ ຈາກນະຄອນຫຼວງ ໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນທີ 5 ກຸມພາ 2019 ວ່າ ທ່ານ ທາໂຣະ ອາໂສະ ລັດຖະມົນຕີກະຊວງການເງິນໄດ້ອອກມາກ່າວຂໍໂທດປະຊາຊົນເມື່ອວັນອັງຄານທີ່ຜ່ານມາວ່າ “ຫາກຄຳເວົ້າຂອງຂ້ອຍເຮັດໃຫ້ປະຊາຊົນບາງສ່ວນຮູ້ສຶກບໍ່ສະບາຍໃຈ ຂ້ອຍຕ້ອງຂໍອະໄພ”.

ຫຼັງຈາກເກີດກະແສປະຊາຊົນບໍ່ພໍໃຈຕໍ່ຄຳເວົ້າຂອງທ່ານ ທາໂຣະ ອາໂສະ ໃນລະຫວ່າງງານສຳມະນາໃນທ້າຍອາທິດທີ່ຜ່ານມາ ເນື່ອງຈາກວ່າເຂົາໄດ້ຫຼຸດປາກຕຳນິປະຊາຊົນຜູ້ທີ່ບໍ່ມີລູກ ວ່າເປັນຕົ້ນເຫດເຮັດໃຫ້ຄ່າໃຊ້ຈ່າຍດ້ານປະກັນສັງຄົມຂອງປະເທດສູງຂຶ້ນ ລວມເຖິງບັນຫາສັງຄົມຜູ້ສູງອາຍຸ ແລະ ຈຳນວນປະຊາກອນຫຼຸດນ້ອຍລົງ.

ຂໍ້ມູນສະຖິຕິຂອງລັດຖະບານຍີ່ປຸ່ນລະບຸວ່າ ຈຳນວນການເກີດໃນຍີ່ປຸ່ນໃນປີ 2018 ຫຼຸດລົງເຫຼືອພຽງ 921.000ຄົນ ເຊິ່ງເປັນອັດຕາການເກີດທີ່ຕໍ່າທີ່ສຸດນັບຕັ້ງແຕ່ຍີ່ປຸ່ນເລີ່ມເຮັດການຈົດບັນທຶກສະຖິຕິໃນປີ 1899 ແລະ ປີທີ່ຜ່່ານມາຈຳນວນປະຊາກອນຍີ່ປຸ່ນທົ່ວປະເທດຫຼຸດລົງເປັນສະຖິຕິ 448.000ຄົນ ເຫຼືອປະມານ 126 ລ້ານຄົນ ແລະ ຕາມແນວໂນ້ມຄາດວ່າຈຳນວນຈະຫຼຸດລົງເຫຼືອຕໍ່າກວ່າ 100 ລ້ານຄົນ ພາຍໃນອີກ 31 ປີຕໍ່ໜ້າ ຍົກເວັ້ນຍີ່ປຸ່ນຈະເປີດປະເທດຮັບຜູ້ອົບພະຍົບຊາວຕ່າງຊາດຈຳນວນຫຼາຍເຂົ້າມາອາໃສ.

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...