Homeຂ່າວຕ່າງປະເທດລັດເຊຍຖອນຕົວຈາກສັນຍາຄວບຄຸມນິວເຄຣຍຍິງໄລຍະກາງ

ລັດເຊຍຖອນຕົວຈາກສັນຍາຄວບຄຸມນິວເຄຣຍຍິງໄລຍະກາງ

Published on

ທ່ານ ວາລາດິເມຍ ປູຕິນ ກ່າວເມື່ອວັນທີ 2 ກຸມພາ 2019 ວ່າ ລັດຖະບານລັດເຊຍຕັດສິນໃຈຖອນຕົວຈາກສົນທິສັນຍາຄວບຄຸມອາວຸດນິວເຄຣຍຍິງໄລຍະກາງ ເຊິ່ງເປັນສົນທິສັນຍາສະບັບສຳຄັນທີ່ໃຊ້ມາຕັ້ງແຕ່ສະໄໝສົງຄາມເຢັນ ທີ່ເຄີຍເຮັດຮ່ວມກັບລັດຖະບານສະຫະລັດເມື່ອປີ 1987 ເພື່ອຕອບໂຕ້ສະຫະລັດທີ່ປະກາດຖອນຕົວຈາກສົນທິສັນຍານີ້ໃນວັນທີ 1 ກຸມພາ 2019 ທີ່ຜ່ານມາ.

ທ່ານ ປູຕິນ ກ່າວວ່າ “ການຕັດສິນໃຈຂອງເຮົາເປັນການຕອບໂຕ້ກັບ ເພາະກ່ອນໜ້ານີ້ລັດຖະບານສະຫະລັດວ່າຈະຖອນຕົວອອກຈາກສົນທິສັນຍານີ້ ດັ່ງນັ້ນເຮົາກໍ່ຈະເຮັດຄືກັນ”.

ນອກຈາກນີ້, ທ່ານ ປູຕິນ ຍັງກ່າວລະຫວ່າງການປະຊຸມກັບທ່ານ ແຊເກ ລັຟຣອຟ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ແຊເກ ຊອຍກູ ລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍວ່າ “ພວກເຂົາກຳລັງວິໄຈ ແລະ ທົດສອບຂີປະນາວຸດໃໝ່ ເຮົາກໍ່ຕ້ອງເຮັດຄືກັນ”.

ໂດຍສະຫະລັດໄດ້ໃຫ້ເຫດຜົນການຖອນຕົວຈາກສົນທິສັນຍາສະບັບນີ້ວ່າ ເພາະເຫັນວ່າລັດເຊຍລະເມີດຂໍ້ຕົກລົງຕະຫຼອດມາ, ທ່ານ ໄມ ປອມແປໂອ ລັດຖະມົນຕີວ່າການກະຊວງການຕ່າງປະເທດສະຫະລັດກ່າວວ່າ “ສະຫະລັດເອງຈະຖືກສັ່ງໃຫ້ຈຳກັດອາວຸດແບບນີ້ບໍ່ໄດ້ ເພາະລັດເຊຍລະເມີດກົດໂດຍຂາດຄວາມລະອາຍໃຈ”.

ຢ່າງໃດກໍ່ຕາມຫຼັງຈາກສະຫະລັດປະກາດຖອນຕົວອອກມາແລ້ວ ທ່ານ ໂດນັລ ທຣໍ້າ ກ່າວວ່າ ຕົນຫວັງວ່າຈະເຫັນທຸກຄົນໃນຫ້ອງປະຊຸມໃຫຍ່ໆ ງາມໆ ພ້ອມໜ້າກັນ ແລະ ເຮັດສົນທິສັນຍາທີ່ມີເງື່ອນໄຂດີກວ່າເກົ່າ.

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: sanook

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...