Homeຂ່າວຕ່າງປະເທດທຣໍ້າ ບອກໃຫ້ໜ່ວຍຂ່າວກອງສະຫະລັດໄປຮຽນໜັງສືຄືນໃໝ່ ຫຼັງມີຄໍາເຫັນບໍ່ກົງກັນກັບທຣໍ້າຫຼາຍຢ່າງ

ທຣໍ້າ ບອກໃຫ້ໜ່ວຍຂ່າວກອງສະຫະລັດໄປຮຽນໜັງສືຄືນໃໝ່ ຫຼັງມີຄໍາເຫັນບໍ່ກົງກັນກັບທຣໍ້າຫຼາຍຢ່າງ

Published on

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 30 ມັງກອນ 2019 ວ່າ ປະທານາທິບໍດີ ໂດນັລ ທຣໍ້າ ທະວິດຂໍ້ຄວາມເມື່ອວັນພຸດທີ່ຜ່ານມາ ວ່າໜ່ວຍງານຂ່າວກອງສະຫະລັດເປັນກຸ່ມຄົນ “ຂີ້ຄ້ານ ແລະ ອ່ອນຕໍ່ໂລກ” ເມື່ອເວົ້າເຖິງປະເດັນອິຣານ ເຊິ່ງຕອນນີ້ຖືເປັນປະເທດທີ່ເປັນອັນຕະລາຍຫຼາຍ ຄືກັບສະຖານະການໃນຊີຣີ ທີ່ກອງທັບສະຫະລັດ “ປະສົບຄວາມສຳເລັດ” ໃນການກວດລ້າງກຸ່ມໄອເອສ (ISIS) ໂດຍສະເພາະໃນໄລຍະ 5 ອາທິດທີ່ຜ່່ານມາ, ຄືກັບການເຈລະຈາກັບອາຟະການິສະຖານເພື່ອຢຸດຕິສົງຄາມທີ່ມີຄວາມຄືບໜ້າຢ່າງຕໍ່ເນື່ອງ.

ຂະນະດຽວກັນທຣໍ້າ ໄດ້ກ່າວເຖິງຄວາມສຳພັນລະຫວ່າງສະຫະລັດ ກັບ ເກົາຫຼີເໜືອໃນປັດຈຸບັນແມ່ນປ່ຽນໄປໃນທິດທາງທີ່ດີຂຶ້ນຫຼາຍ ແລະ ເຂົາກຳລັງຈະໄດ້ພົບປະຫາລືກັບທ່ານ ຄິມ ຈອງ ອຶນ ຜູ້ນຳສູງສຸດຂອງເກົາລີເໜືອອີກດ້ວຍ ຜູ້ນຳສະຫະລັດກ່າວວ່າບັນດາເຈົ້າໜ້າທີ່ໜ່ວຍງານຂ່າວກອງສະຫະລັດ “ຄວນກັບໄປຮຽນໜັງສືຄືນໃໝ່”.

ຄວາມເຄື່ອນໄຫວຂອງຜູ້ນຳສະຫະລັດມີຂຶ້ນພາຍຫຼັງຜູ້ອຳນວຍການສຳນັກຂ່າວກອງແຫ່ງຊາດສະຫະລັດ ນຳຫົວໜ້າໜ່ວຍງານຂ່າວກອງແຫ່ງຊາດ ລວມເຖິງຜູ້ອຳນວຍການສຳນັກຂ່າວກອງກາງ ແລະ ຜູ້ອຳນວຍການສຳນັກງານສອບສວນກາງ ເຂົ້າພົບຄະນະກຳມະທິການຂ່າວກອງວຸດທິສະພາ ເພື່ອສະເໜີລາຍງານວິເຄາະປະຈຳປີກ່ຽວກັບ “ໄພຄຸກຄາມທີ່ຮ້າຍແຮງຕໍ່ໂລກ” ເມື່ອວັນອັງຄານທີ 29 ມັງກອນ 2019 ທີ່ຜ່ານມາ.

ໂດຍທ່ານ ແດນ ໂຄດ ຜູ້ອຳນວຍການສຳນັກຂ່າວກອງແຫ່ງຊາດສະຫະລັດກ່າວວ່າ ຂໍ້ມູນດ້ານຂ່າວສານປັດຈຸບັນບົ່ງບອກວ່າບໍ່ມີຄວາມເປັນໄປໄດ້ທີ່ເກົາຫຼີເໜືອຈະປົດອາວຸດນິວເຄຣຍຢ່າງຖາວອນ ແຕ່ລັດຖະບານເກົາຫຼີເໜືອຍັງຄົງສະແຫວງຫາໂອກາດສ້າງອາວຸດອະນຸພາບທຳລາຍລ້າງສູງ, ການຖອນທະຫານອອກຈາກຊີຣີໃນຕອນນີ້ຍັງບໍ່ແມ່ນເວລາທີ່ສົມຄວນເຮັດ ເພາະກຸ່ມໄອເອສ (ISIS) ຍັງມີອິດທິພົນຢູ່ ແລະ ການເຈລະຈາສັນຕິພາບກັບກຸ່ມຕາລີບັນ ຍັງຕ້ອງໃຊ້ເວລາອີກດົນ ແມ່ນແຕ່ອິຣານກໍ່ຍັງຄົງເປັນໄພຄຸກຄາມຕໍ່ສະຫະລັດ ຄືກັນກັບຣັດເຊຍ, ຈີນ ແລະ ເກົາຫຼີເໜືອ ແຕ່ຍັງບໍ່ມີຂໍ້ມູນທາງດ້ານຂ່າວກອງທີ່ຢືນຢັນວ່າລັດຖະບານເຕຫະຣານ (ອິຣານ) “ລະເມີດ” ຂໍ້ຕົກລົງນິວເຄຣຍສະບັບປີ 2015.

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...