spot_img
Homeຂ່າວພາຍ​ໃນໄຟໄໝ້ຕະຫຼາດຫຼັກ 20

ໄຟໄໝ້ຕະຫຼາດຫຼັກ 20

Published on

ເວລາປະມານ 11 ໂມງຂອງມື້ຄືນຂອງວັນທີ 27 ກັນຍາ 2014 ນີ້ ໄດ້ເກີດເຫດໄຟໄໝ້ຕະຫຼາດຫຼັກ 20 ເມືອງຄຳເກີດ ແຂວງບໍລິຄຳໄຊ  ເຮັດໃຫ້ເກີດຄວາມເສຍຫາຍຢ່າງໜັກ ສ່ວນສາເຫດແລະມູນຄ່າເສຍຫາຍນັ້ນຍັງພວມຢູ່ໃນການຄົ້ນຄວ້າສະຫຼຸບຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງຢູ່.

ຕະຫຼາດແຫ່ງນີ້ຖືວ່າເປັນຕະຫຼາດໃຈກາງຂອງຫຼັກຊາວ ເມືອງຄຳເກີດ ແລະເປັນຕະຫຼາດທີ່ໃຫຍ່ຫຼາຍ ແລະສ່ວນທີ່ຖືໄຟໄໝ້ນັ້ນແມ່ນສ່ວນທີ່ເປັນຮ້ານໄມ້ ຂາຍເຄື່ອງແຫ້ງ ເຄື່ອງຍ່ອຍ ຜ້າແພ ເກີບ ແລະຂາຍອາຫານສົດ. ສະເພາະສ່ວນທີ່ເປັນອາຄານກໍ່ສ້າງຖາວອນແລະເບື້ອງຮ້ານຂາຍຄຳທາງທິດເໜືອແມ່ນບໍ່ໄດ້ຖືກໄຟໄໝ້. ແນວໃດກໍຕາມຕະຫຼາດແຫ່ງນີ້ເຄີຍຖືກໄຟໄໝ້ຄັ້ງໃຫຍ່ຄັ້ງໜຶ່ງແລ້ວໃນປະມານຊຸມປີ 1990.

ໃຈຂະນະທີ່ໄຟໄໝ້ຕະຫຼາດໄລຍະ 2 ປີທີ່ຜ່ານມາແມ່ນມີຫຼາຍຄັ້ງໃນທົ່ວປະເທດ ທີ່ໃຫຍ່ກວ່າໝູ່ແມ່ນໄຟໄໝ້ຕະຫຼາດທົ່ງຂັນຄຳ ນະຄອນຫຼວງວຽງຈັນ ເມື່ອຄ່ຳຄືນຂອງວັນທີ 26 ມີນາ 2014 ເຮັດໃຫ້ຊາວຄ້າຂາຍໄດ້ຮັບຜົນກະທົບຢ່າງໜັກ.

ແອັດມິນຊຽງ

10418359_299948420188710_2869036601678065666_n 10469418_299948450188707_5623351976050542171_n 10653500_299948396855379_402334242017531027_n 10665924_550961195005360_4504136666669509873_n image001 image003

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...