Homeຂ່າວຕ່າງປະເທດສານການາດາເລື່ອນພິຈາລະນາການເນລະເທດທາຍາດ Huawei

ສານການາດາເລື່ອນພິຈາລະນາການເນລະເທດທາຍາດ Huawei

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງ ແວນຄູເວີ ປະເທດການາດາ ເມື່ອວັນທີ 29 ມັງກອນ 2019ວ່າ ສານໄດ້ແຈ້ງໃຫ້ ນາງ ເມິ່ງ ຮັບຊາບວ່າ ຈະເລື່ອນກຳນົດການພິຈາລະນາຄຳຮ້ອງຂອງສະຫະລັດຈາກກຳນົດການເກົ່າແມ່ນວັນທີ 6 ກຸມພາ 2019 ເລື່ອນໄປເປັນວັນທີ 6 ມີນາ 2019 ໂດຍສານໃຫ້ເຫດຜົນວ່າ ເພື່ອໃຫ້ທັງສອງຝ່າຍ ໂຈດ ແລະ ຈຳເລີຍ “ມີເວລາກຽມຕົວຫຼາຍຂຶ້ນ”.

ໃນເວລາດຽວກັນ ຄະນະຜູ້ແທນເຈລະຈາການຄ້າຊຸດໃຫຍ່ຈາກລັດຖະບານຈີນໄດ້ເດີນທາງເຖິງນະຄອນຫຼວງວໍຊິງຕັນແລ້ວ ເຊິ່ງນຳໂດຍ ທ່ານ ຫຼິວ ເຮີ ຮອງນາຍົກລັດຖະມົນຕີ ແລະ ທີ່ປຶກສາດ້ານນະໂຍບາຍເສດຖະກິດຂອງປະທານາທິບໍດີ ສີ ຈິ້ນ ຜິງ ແລະ ທ່ານ ອີ້ ກັງ ປະທານທະນາຄານປະຊາຊົນຈີນ, ເຊິ່ງທ່ານ ວິວເບີ ຣອສ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຂອງສະຫະລັດ ຫວັງວ່າຈີນຈະ “ແຍກແຍະ” ເລື່ອງນີ້ໄດ້ ທ່າມກາງຄວາມບໍ່ພໍໃຈຢ່າງໜັກຂອງຝ່າຍຈີນ ເຊິ່ງກ່າວຫາວ່າສະຫະລັດມີເຈດຕະນາ “ກວດລ້າງ” Huawei.

ລິ້ງຂ່າວທີ່ກ່ຽວກັບຫົວເວີ່ຍ:

ທູດການາດາປະຈຳ ສປ.ຈີນ ຍອມຮັບທາຍາດ HUAWEI ມີໂອກາດລອດ
ຂີດເສັ້ນຕາຍ 30 ມັງກອນນີ້! ລູກສາວຫົວເວີ່ຍຈະໄດ້ຮັບໂອກາດຮັບອິດສະຫຼະພາບ ຫຼື ບໍ່?
ຫົວເວີ່ຍທ້າສະຫະລັດສະແດງຫຼັກຖານຖ້າຫາກ “ລະບົບຫົວເວີ່ຍມີຄວາມສ່ຽງດ້ານຄວາມໝັ້ນຄົງ”
ສະຫະລັດບອກ! ພົບຫຼັກຖານລູກສາວປະທານຫົວເວີ່ຍຕັ້ງໃຈລະເມີດມາດຕະການຄວໍ້າບາດອີຣານ
ທຣໍ້າອາດຊ່ວຍລູກສາວປະທານຫົວເວີ່ຍຫາກເປັນການຮັກສາຜົນປະໂຫຍດດ້ານການຄ້າກັບຈີນ
ລູກສາວປະທານ “ຫົວເວີ່ຍ” ໄດ້ຮັບການປະກັນຕົວ
ຈີນຂໍໃຫ້ສະຫະລັດ ແລະ ການາດາປ່ອຍຕົວ CFO ຫົວເວີ່ຍ!

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...