Homeຊີວິດແລະຄວາມຮັກ20 ຂໍ້ ທີ່ຄວນໃຫ້ລູກຮູ້ ແລະປະຕິບັດກ່ອນ ອາຍຸ 45

20 ຂໍ້ ທີ່ຄວນໃຫ້ລູກຮູ້ ແລະປະຕິບັດກ່ອນ ອາຍຸ 45

Published on

Jun Ji Hyun-2

1. ບໍ່ຕ້ອງຕັ້ງໃຈຮຽນຫຼາຍເກີນໄປ ໃນສາຍວິຊາທີ່ຕົນເອງເລືອກ ແຕ່ພາສາອັງກິດຈຳເປັນທີ່ສຸດ ຈົ່ງໃຫ້ໃສ່ໃຈ, ສ່ວນວິຊາອື່ນໆ ເອົາພຽງຫາວຽກດີໆເຮັດກໍພໍ ເພາະໂລກແຫ່ງຄວາມເປັນຈິງ ເບິ່ງກັນຢູ່ທີ່ຜົນງານ ບໍ່ແມ່ນຢູ່ບ່ອນຄະແນນ ຫຼືເກຣດ ແຕ່ພາສາອັງກິດສ້າງຜົນງານໄດ້.

2. ການເຮັດກິດຈະກຳໃນຮົ້ວ ມະຫາວິທະຍາໄລນັ້ນ ສຳຄັນຫຼາຍພໍໆ ກັບການຕັ້ງໃຈຮຽນ.

3. ເລືອກວຽກທີ່ເຮົາມັກນັ້ນແມ່ນ ແຕ່ຢ່າລືມອີກວ່າ ອາຊີບນັ້ນ ສາມາດລ້ຽງເກືອເຮົາໄດ້ແທ້ບໍ ຖ້າບໍ່ແມ່ນກໍຢ່າຫຼອກໂຕເອງ.

4. ເມື່ອຮອດໄວເຮັດວຽກ ໃຜທ້ອນເງິນໄດ້ກ່ອນ ຈະລວຍໄວກວ່າ ແລະສິ່ງສຳຄັນທີ່ຕ້ອງຈື່ໄວ້ຄື “ຊີວິດທີ່ບໍ່ມີໜີ້ ຄືຊີວິດທີ່ປະເສີດທີ່ສຸດ”.

5. ຫາເປົ້າໝາຍໃນຊີວິດໃຫ້ພົບ ໂດຍໄວທີ່ສຸດ ເພາະມັນຈະເປັນເຄື່ອງນຳທາງຂອງທ່ານ ໃນຊາດນີ້ຕະຫຼອດໄປ.

6. ຊື້ເຮືອນກ່ອນ ທີ່ຈະຊື້ລົດ ເພາະເຮືອນມີແຕ່ຈະມີມູນຄ່າເພິ່ມຂຶ້ນ ສ່ວນລົດມີແຕ່ມູນຄ່າຫຼຸດລົງ

7. ການທ້ອນເງິນ ເປັນພຽງຂັ້ນໄດຂັ້ນທຳອິດ ສູ່ຄວາມລ່ຳລວຍ ແຕ່ຂັ້ນຕໍ່ມາຄື ຕ້ອງຮູ້ຈັກລົງທຶນ. ຢ່າລືມຄົບກັບທີ່ປຶກສາການເງິນ ໄວ້ເປັນເພືອນ.

8. ຢ່າເປັນສັດຕູກັບໃຜເລີຍໃນໂລກນີ້ ເພາະທ່ານຈະບໍ່ມີທາງຮູ້ວ່າ ມື້ໜຶ່ງເຂົາອາດຈະຍິ່ງໃຫຍ່ ຈົນກັບມາທຳຮ້າຍເຮົາກໍເປັນໄດ້.

9. ສາຍສຳພັນເປັນສິ່ງທີ່ສຳຄັນຫຼາຍ ຕໍ່ໃຫ້ເກັ່ງປານໃດ ກໍສູ້ການມີເພື່ອນຫຼາຍໆ ບໍ່ໄດ້.

10. ຄວນມີວຽກເຮັດຫຼາຍກວ່າ 1 ວຽກ ເພາະຄວາມໝັ້ນຄົງ ບໍ່ເຄີຍມີໃນໂລກໜ່ວຍນີ້.

11. ຢ່າຄິດວ່າໂຕເອງເຮັດຫຍັງໄດ້ແຕ່ແນວດຽວ ເພາະຄວາມສາມາດຂອງຄົນເຮົາ ຫຼາຍກວ່າ 1 ສະເໝີ.

12. ເມື່ອມີໂອກາດໃດໆເຂົ້າມາກໍຕາມ ຢ່າງຢ່າປະຕິເສດ ເຖິງຈະລົ້ມແຫຼວແຕ່ມັນກໍຄື ປະສົບການ.

13. ສ້າງເນື້ອສ້າງໂຕໃຫ້ໄວທີ່ສຸດ ໃນຂະນະທີ່ທ່ານຍັງມີກຳລັງ ຍັງເປັນບ່າວ-ເປັນສາວ ເພາະການຜ່ານຜ່າອຸປະສັກໃນຕອນ ອາຍຸຫຼາຍນັ້ນ ບໍ່ແມ່ນເລື່ອງມ່ວນເລີຍ.

14. ອອກເດິນທາງທ່ອງທ່ຽວຕັ້ງແຕ່ຕອນ ຍັງເປັນບ່າວ-ເປັນສາວ ເພາະເມື່ອສ້າງຄອບຄົວແລ້ວ ການເດິນທາງຈະເປັນເລື່ອງຫຍຸ້ງຍາກກວ່າເກົ່າຫຼາຍ.

15. ເລືອກຄູ່ຊີວິດຈົ່ງຄິດໃຫ້ດີໆ ຢ່າເບິ່ງແຕ່ຂໍ້ດີຂອງເຂົາ ແຕ່ຕ້ອງເບິ່ງແດ່ວ່າ ເຮົາສາມາດຮັບຂໍ້ເສຍຂອງເຂົາໄດ້ ຫຼາຍປານໃດ.

16. ການມີແຟນ ຫຼືຜົວ-ເມຍ ຍັງປະກັນໄດ້ ແຕ່ຄວາມເປັນພໍ່ແມ່ລູກ ຈະປະກັນບໍ່ໄດ້ ເພາະສະນັ້ນຄວນເບິ່ງແຍງເຂົາເຈົ້າ ໃຫ້ດີໆ.

17. ຄວາມສຳເລັດທີ່ຫຼວງຫຼາຍເທົ່າໃດ ກໍບໍ່ສາມາດທົດແທນຄວາມລົ້ມແຫຼວ ຂອງຄອບຄົວໄດ້.

18. ລອງຫາເວລາຢູ່ວ່າງໆ ບໍ່ຕ້ອງເຮັດຫຍັງລອງເບິ່ງ ຢ່າແບກໂລກໄວ້ທັງໜ່ວຍຄົນດຽວ ແລະອີກຢ່າງໜຶ່ງ ວຽກກໍບໍ່ແມ່ນທຸກຢ່າງຂອງຊີວິດ.

19. ສຸຂະພາບເປັນເລື່ອງສຳຄັນ ຈົ່ງທະນຸຖະໜອມໂຕເອງເອົາໄວ້ ເມື່ອຍັງເປັນບ່າວ-ສາວ ຢ່າໃຊ້ຊີວິດໃຫ້ໜັກຈົນເກີນໄປ.

20. ຈົ່ງນຶກເຖິງຄວາມດີທີ່ເຄີຍເຮັດ ຢູ່ສະເໝີວ່າເຄີຍເຮັດດີຫຍັງແດ່ ເພາະຈະເຮັດໃຫ້ທ່ານມີຄວາມສຸກ, ຖ້າຍັງເຮັດດີບໍ່ຫຼາຍພໍ ກໍເລິ່ມເຮັດສາແຕ່ມື້ນີ້ ແລ້ວທ່ານຈະມີຄວາມສຸກ. ແຕ່ຢ່າລືມຫຼີກເວັ້ນຈາກການເຮັດຊົ່ວ ທຸກປະການ.

ຖ້າທ່ານຄິດວ່າບົດຄວາມນີ້ມີປະໂຫຍດ ກະລຸນາແບ່ງປັນໃຫ້ຈັກຄົນໄດ້ຮັບຮູ້ ຈະເປັນບຸນຄຸນອັນຍິ່ງໃຫຍ່. ສັບພະທານັງ ທຳມະທານັງ ຊິນາຕິ = ການໃຫ້ທຳມະເປັນທານ ຊະນະການໃຫ້ທັງປວງ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...