spot_img
Homeຂ່າວຕ່າງປະເທດຈັດອັນດັບປະເທດທີ່ສໍ້ໂກງໜ້ອຍທີ່ສຸດໃນໂລກ ແລະ ປະເທດທີ່ສໍ້ໂກງຫຼາຍທີ່ສຸດໃນໂລກ 2018

ຈັດອັນດັບປະເທດທີ່ສໍ້ໂກງໜ້ອຍທີ່ສຸດໃນໂລກ ແລະ ປະເທດທີ່ສໍ້ໂກງຫຼາຍທີ່ສຸດໃນໂລກ 2018

Published on

ອົງການເພື່ອຄວາມໂປ່ງໃສນາໆຊາດ ໄດ້ຈັດອັນດັບປະເທດທີ່ສໍ້ໂກງໜ້ອຍທີ່ສຸດໃນໂລກ ແລະ ປະເທດທີ່ສໍ້ໂກງຫຼາຍທີ່ສຸດໃນໂລກ ປະຈຳປີ 2018 ຫຼື (Corruption Perceptions Index) ເຊິ່ງມີ 180 ປະເທດເຂົ້າຮ່ວມໃນການຈັດອັນດັບໃນຄັ້ງນີ້, ການໃຫ້ຄະແນນປະເທດທີ່ສໍ້ໂກງໜ້ອຍທີ່ສຸດ ຫຼື ຫຼາຍທີ່ສຸດແມ່ນຈະນັບແຕ່ຄະແນນ 100 ຄະແນນລົງໄປຫາ 0 ຄະແນນ, ປະເທດໃດທີ່ໄດ້ຄະແນນຫຼາຍກວ່າໝູ່ຈະເປັນປະເທດທີ່ຖືກຈັດໃນອັນດັບຕົ້ນຕາຕະລາງທີ່ມີຄວາມໂປງໃສຫຼາຍທີ່ສຸດ ສ່ວນປະເທດທີ່ໄດ້ຄະແນນໜ້ອຍທີ່ສຸດ ແມ່ນຈະຖືກຈັດອັນດັບຢູ່ທ້າຍຕາຕະລາງ ແລະ ຖືກຈັດເປັນປະເທດທີ່ສໍ້ໂກງຫຼາຍທີ່ສຸດ, ເຊິ່ງໃນຮອບປີ 2018 ທີ່ຜ່ານມາກວ່າ 2 ໃນ 3 ຂອງປະເທດຕ່າງໆທົ່ວໂລກມີຄະແນນສະເລ່ຍຕໍ່າກວ່າ 50 ຄະແນນ ແລະ ຄ່າສະເລ່ຍທົ່ວໂລກໃນປີ 2018 ຢູ່ທີ່ 43 ຄະແນນ. ສຳລັບປະເທດລາວແມ່ນຖືກຈັດຢູ່ໃນອັນດັບ 132 ຂອງຕາຕະລາງຄະແນນຄວາມໂປ່ງໃສໄດ້ 29 ຄະແນນເທົ່າກັບປີ 2017.

ໃນປີ 2018 ປະເທດທີ່ໂປ່ງໃສຫຼາຍທີ່ສຸດ ຫຼື ມີການສໍ້ໂກງໜ້ອຍທີ່ສຸດຄື: ປະເທດດານມາກ ໄດ້ 88 ຄະແນນ (ອັນດັບ 1), ປະເທດນູແວນເຊລັງ ໄດ້ 87 ຄະແນນ (ອັນດັບ 2) ສ່ວນອັນດັບ 3 ມີ ປະເທດແຟງລັງ, ສິງກະໂປ, ຊູແອດ ແລະ ສະວິດ.

COUNTRY REGION 2018 2017 2016 2015
1 Denmark Western Europe & European Union 88 88 90 91
2 New Zealand Asia Pacific 87 89 90 91
3 Finland Western Europe & European Union 85 85 89 90
3 Singapore Asia Pacific 85 84 84 85
3 Sweden Western Europe & European Union 85 84 88 89
3 Switzerland Western Europe & European Union 85 85 86 86
7 Norway Western Europe & European Union 84 85 85 88
8 Netherlands Western Europe & European Union 82 82 83 84
9 Canada Americas 81 82 82 83
9 Luxembourg Western Europe & European Union 81 82 81 85
11 Germany Western Europe & European Union 80 81 81 81
11 United Kingdom Western Europe & European Union 80 82 81 81

ສ່ວນທ້າຍອັນດັບຕາຕະລາງທີ່ມີການສໍ້ໂກງຫຼາຍທີ່ສຸດໃນໂລກໄດ້ແກ່: ໂຊມາລີ, ຊີຣີ, ຊູດັງ ໃຕ້, ເຢເມນ, ເກົາຫຼີເໜືອ, ຊູດັງ, ກີເນ, ກີເນ ເອກວາຕໍຣີອັນ, ອາຟະການິດສະຖານ, ລີບີ ແລະ ບູຣຸນດີ.

COUNTRY REGION 2018 2017 2016 2015
170 Burundi Sub-Saharan Africa 17 22 20 21
170 Libya Middle East & North Africa 17 17 14 16
172 Afghanistan Asia Pacific 16 15 15 11
172 Equatorial Guinea Sub-Saharan Africa 16 17 N/A N/A
172 Guinea Bissau Sub-Saharan Africa 16 17 16 17
172 Sudan Sub-Saharan Africa 16 16 14 12
176 Korea, North Asia Pacific 14 17 12 8
176 Yemen Middle East & North Africa 14 16 14 18
178 South Sudan Sub-Saharan Africa 13 12 11 15
178 Syria Middle East & North Africa 13 14 13 18
180 Somalia Sub-Saharan Africa 10 9 10 8

ນັບຕັ້ງແຕ່ປີ 2011 ເປັນຕົ້ນມາ ມີພຽງ 20 ປະເທດເທົ່ານັ້ນທີ່ມີການປັບປຸງດີຂຶ້ນຢ່າງ ອາກຊັງຕິນ ແລະ ໄອວໍຣິໂຄສ, ມີ 16 ປະເທດຈັດການບໍ່ໄດ້ດີຢ່າງເຫັນໄດ້ຊັດລວມເຖິງ ອົດສະຕາລີ, ຊີຣີ ແລະ ມານຕາ, ສ່ວນພາບລວມແຍກພູມິພາກ ກຸ່ມປະເທດສະຫະພາບເອີຣົບ ເຊິ່ງມີສະມາຊິກ 28 ປະເທດ ແລະ ກຸ່ມປະເທດໃນເອີຣົບຕາເວັນຕົກ ມີຄະແນນສະເລ່ຍຄົງທີ່ຢູ່ທີ່ 66 ຄະແນນ ສ່ວນກຸ່ມປະເທດລຸ່ມທະເລຊາຍຊາຮາລາໃນທະວີບແອຟຣິກາ ຄະແນນສະເລ່ຍຢູ່ທີ່ 32.

ເມື່ອປຽບທຽບໃສ່ກຸ່ມປະເທດອາຊຽນ ປະເທດໄທ ມີ 36 ຄະແນນ, ສິງກະໂປ 85 ຄະແນນ, ມາເລເຊຍ 47 ຄະແນນ, ອິນໂດເນເຊຍ 38 ຄະແນນ, ຟິລິບປິນ 36 ຄະແນນ, ຫວຽດນາມ 33 ຄະແນນ, ມຽນມາ ແລະ ລາວ ໄດ້ 29 ຄະແນນ, ກຳປູເຈຍ 20 ຄະແນນ.

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews, transparency.org

ບົດຄວາມຫຼ້າສຸດ

img4

ລວມ 9 ອາຊີບມາແຮງໃນປັດຈຸບັນ

ໃນຍຸກປັດຈຸບັນຕະຫຼາດແຮງງານທີ່ກຳລັງເຕີບໃຫຍ່ຢ່າງໄວວາ ໂດຍໄດ້ຮັບອິດທິພົນມາຈາກ ແທັກໂນໂລຢີ ແລະ ພຶດຕິກຳຂອງຜູ້ຊົມໃຊ້ທີ່ປ່ຽນໄປ ເຮັດໃຫ້ທິດທາງການຫາວຽກຂອງແຮງງານເລີ່ມມີຄວາມທ້າທາຍຂຶ້ນ. ສະນັ້ນ, ທີມງານລາວໂພສຈຶ່ງໄດ້ລວບລວມບັນດາອາຊີບທີ່ມາແຮງ ແລະ ຕ້ອງການໃນຕະຫຼາດແຮງງານຫຼາຍທີ່ສຸດ ໃນປີ 2025 ມາເບິ່ງພ້ອມກັນເລີຍວ່າຈະມີອາຊີບໃດແນ່. 1 ນັກພັດທະນາປັນຍາປະດິດ...

ພິທີວາງສີລາລຶກການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມແຫ່ງໃໝ່

ສະຫະລັດອາເມຣິກາ ແລະ ສປປ ລາວ ສະເຫຼີມສະຫຼອງ ພິທີວາງ ສີລາລຶກ ການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມ ແຫ່ງໃໝ່ຂອງພາສີລາວ ນະຄອນຫຼວງວຽງຈັນ, ສປປ ລາວ, ວັນ​ທີ...

ແກ້ງຢານາຣົກຕີນຽນ! ໃສ່ປ້າຍລົດລັດຂົນຢາບ້າກວ່າ 10 ລ້ານເມັດຜ່ານຈຸດກວດ ສຸດທ້າຍຖືກເຈົ້າໜ້າທີ່ົໄລ່ຍິງ

ໄລ່ຍິງສະນັ່ນ! ເຈົ້າໜ້າທີ່ຕຳຫຼວດໄລ່ຍິງກຸ່ມແກ້ງຄ້າຢາເສບຕິດ ໂດຍການໃສ່ປ້າຍລົດລັດ. ໃນຄັ້ງວັນທີ 10 ພຶດສະພາ 2025 ທາງເຈົ້າໜ້າທີ່ປະຈໍາຈຸດກວດການໍ້າເກິ່ງໄດ້ເຮັດວຽກກວດກາຍານພາຫະນະເປັນປົກກະຕິ, ຮອດເວລາປະມານ 11 ໂມງ 00 ນາທີ ໄດ້ມີລົດຟໍຈູນເນີ ສີປອນ...