Homeຂ່າວຕ່າງປະເທດທູດການາດາປະຈຳ ສປ.ຈີນ ຍອມຮັບທາຍາດ HUAWEI ມີໂອກາດລອດ

ທູດການາດາປະຈຳ ສປ.ຈີນ ຍອມຮັບທາຍາດ HUAWEI ມີໂອກາດລອດ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນທີ 24 ມັງກອນ 2019 ວ່າ ທ່ານ ຈອນ ແມດຄໍລຳ ເອກອັກຄະລາດຖະທູດການາດາປະຈຳນະຄອນຫຼວງປັກກິ່ງ ກ່າວເມື່ອວັນພຸດທີ່ຜ່ານມາກ່ຽວກັບການຕໍ່ສູ້ຄະດີຂອງ ນາງ ເມິ່ງ ຫວ່ານໂຈ ລູກສາວປະທານຫົວເວີ່ຍ ເຊິ່ງຖືກຄວບຄຸມຕົວຢູ່ທີ່ເມືອງແວນຄູເວີ ຕັ້ງແຕ່ວັນທີ 1 ທັນວາ 2018 ທີ່ຜ່ານມາ ຕາມໝາຍຈັບຂອງສະຫະລັດໃນຄະດີຂວໍ້າບາດອິຣານ ແລະ ມີກຳນົດຂຶ້ນສານໃນວັນທີ 6 ກຸມພາ 2019ນີ້ ເພື່ອຕໍ່ສູ້ກັບຄຳຮ້ອງຂອງລັດຖະບານອາເມລິກາ ເຊິ່ງຕ້ອງການໃຫ້ການາດາສົ່ງຕົວນາງໃນຖານະຜູ້ຮ້າຍຂ້າມແດນ. ຍອມຮັບວ່າ ນາງ ເມິ່ງ ມີໂອກາດສະແດງ “ຂໍ້ໂຕ້ແຍ້ງທີ່ມີນໍ້າໜັກ” ໃນຫຼາຍປະເດັນທີ່ລວມເຖິງທ່າທີຂອງປະທານາທິບໍດີ ໂດນັລ ທຣໍ້າ ໃນເລື່ອງນີ້ ເຊິ່ງມີແນວໂນ້ມເຮັດໃຫ້ສານເບິ່ງວ່າ ເລື່ອງນີ້ເປັນ “ຄະດີການເມືອງ”.

ຂະນະດຽວກັນ ແມດຄໍລຳ ກ່າວເປັນໄນວ່າ ເຖິງແມ່ນວ່າລັດຖະບານສະຫະລັດຢືນຢັນວ່າຈະສົ່ງຄຳຮ້ອງຢ່າງເປັນທາງການໃຫ້ທັນຕາມເວລາກຳນົດຄືວັນທີ 30 ມັງກອນ 2019 ນີ້ ແຕ່ໂດຍສ່ວນຕົວລາວກັບເບິ່ງ “ທາງອອກ” ໃນຄະດີຂອງທາຍາດຫົວເວີ່ຍໄວ້ 3 ທາງຄື: ການາດາເນລະເທດນາງ ເມິ່ງ ໄປສະຫະລັດຕາມຄຳຂໍ, ທຸກຝ່າຍຍອມກັບສິ່ງທີ່ຈະເກີດຂຶ້ນຕາມມາເຊິ່ງອາດບໍ່ແມ່ນເລື່ອງດີ ແລະ ນາງ ເມິ່ງ ມີໂອກາດຕໍ່ໄປອີກ 1 ປີໃນການຂໍອຸທອນການເນລະເທດ ເຊິ່ງອາດຈະສົ່ງຜົນໃຫ້ເກີດທາງອອກ ນັ້ນຄືການທີ່ສ່ະຫະລັດ ແລະ ຈີນ ຈະສາມາດບັນລຸຂໍ້ຕົກລົງຮ່ວມກັນ ເພື່ອຢຸດຕິຄະດີນີ້ ຫຼື ຂໍ້ສຸດທ້າຍຄືການສົ່ງຄືນຄຳຮ້ອງຂອງລັດຖະບານສະຫະລັດທີ່ “ບໍ່ມີນໍ້າໜັກພໍ”.

ລິ້ງຂ່າວທີ່ກ່ຽວກັບຫົວເວີ່ຍ:

ຂີດເສັ້ນຕາຍ 30 ມັງກອນນີ້! ລູກສາວຫົວເວີ່ຍຈະໄດ້ຮັບໂອກາດຮັບອິດສະຫຼະພາບ ຫຼື ບໍ່?
ຫົວເວີ່ຍທ້າສະຫະລັດສະແດງຫຼັກຖານຖ້າຫາກ “ລະບົບຫົວເວີ່ຍມີຄວາມສ່ຽງດ້ານຄວາມໝັ້ນຄົງ”
ສະຫະລັດບອກ! ພົບຫຼັກຖານລູກສາວປະທານຫົວເວີ່ຍຕັ້ງໃຈລະເມີດມາດຕະການຄວໍ້າບາດອີຣານ
ທຣໍ້າອາດຊ່ວຍລູກສາວປະທານຫົວເວີ່ຍຫາກເປັນການຮັກສາຜົນປະໂຫຍດດ້ານການຄ້າກັບຈີນ
ລູກສາວປະທານ “ຫົວເວີ່ຍ” ໄດ້ຮັບການປະກັນຕົວ
ຈີນຂໍໃຫ້ສະຫະລັດ ແລະ ການາດາປ່ອຍຕົວ CFO ຫົວເວີ່ຍ!

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews.co.th

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...