spot_img
Homeຂ່າວຕ່າງປະເທດຈີນຕ້ອງການໃຫ້ສະຫະລັດຖອນໜັງສືຄຳຮ້ອງຂໍຕົວລູກສາວຫົວເວີ່ຍ

ຈີນຕ້ອງການໃຫ້ສະຫະລັດຖອນໜັງສືຄຳຮ້ອງຂໍຕົວລູກສາວຫົວເວີ່ຍ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດອາເມລິກາ ເມື່ອວັນທີ 22 ມັງກອນ 2019 ກະຊວງຍຸດຕິທຳສະຫະລັດອອກຖະແຫຼງການເມື່ອວັນອັງຄານ ຢືນຢັນການຍື່ນຄຳຮ້ອງຢ່າງເປັນທາງການຕໍ່ການາດາໃຫທັນຕາມກຳນົດຄືພາຍໃນວັນທີ 30 ມັງກອນ 2019 ນີ້ ເພື່ອໃຫ້ລັດຖະບານການາດາພິຈາລະນາໃຫ້ສົ່ງຕົວ ນາງ ເມິ່ງ ຫວ່ານໂຈ ມາທີ່ສະຫະລັດໃນຖານະຜູ້ຮ້າຍຂ້າມແດນ ເພື່ອເຂົ້າຮັບການສອບສວນໃນຄະດີລະເມີດມາດຕະການຂວໍ້າບາດອິຣານ ຕາມໝາຍຈັບຂອງສານແຂວງລັດຖະບານກາງນະຄອນນິວຢອກ ເຊິ່ງລົງວັນທີ 22 ສິງຫາ 2018.

ຄວາມເຄື່ອນໄຫວດັ່ງກ່າວຂອງກະຊວງຍຸດຕິທຳສະຫະລັດຖືເປັນການສະແດງທ່າທີຢ່າງເປັນທາງການຄັ້ງທຳອິດໃນລະດັບລັດຖະບານກາງ ຫຼັງ ທ່ານ ເດວິດ ແມດນໍຕັນ ເອກອັກຄະລາດຖະທູດສະຫະລັດປະຈຳນະຄອນອອດຕາວາ ກ່າວເມື່ອວັນຈັນທີ່່ຜ່ານມາ ຢືນຢັນການສົ່ງເອກະສານທີ່ຈຳເປັນຕາມກົດໝາຍວ່າດ້ວຍການສົ່ງຕົວຜູ້ຮ້າຍຂ້າມແດນຂອງການາດາ.

ນາງ ຫົວ ຊຸນຫຍິງ ໂຄສົກຍິງກະຊວງການຕ່າງປະເທດຈີນ ກ່າວກ່ຽວກັບຄະດີຄວາມຂອງທາຍາດຫົວເວີ່ຍວ່າ “ບໍ່ປົກກະຕິ” ແລະ ການອ້າງສົນທິສັນຍາການສົ່ງຜູ້ຮ້າຍຂ້າມແດນລະຫວ່າງສະຫະລັດກັບການາດາໃນກໍລະນີນີ້ “ກຳລັງລະເມີດຄວາມປອດໄພ ແລະ ສິດທິອັນຊອບທຳ ຕະຫຼອດຈົນເຖິງການຮັກສາຜົນປະໂຫຍດຂອງພົນລະເມືອງຈີນ” ໂດຍນາງກ່າວວ່າລັດຖະບານສະຫະລັດ ຕ້ອງຢຸດຕິເລື່ອງນີ້ ແຕ່ບໍ່ໄດ້ກ່າວຕໍ່ວ່າການຕອບໂຕ້ຂອງຈີນນັບຈາກນີ້ຈະເປັນແນວໃດ.

 

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews.co.th

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...