Homeຂ່າວຕ່າງປະເທດຂີດເສັ້ນຕາຍ 30 ມັງກອນນີ້! ລູກສາວຫົວເວີ່ຍຈະໄດ້ຮັບໂອກາດຮັບອິດສະຫຼະພາບ ຫຼື ບໍ່?

ຂີດເສັ້ນຕາຍ 30 ມັງກອນນີ້! ລູກສາວຫົວເວີ່ຍຈະໄດ້ຮັບໂອກາດຮັບອິດສະຫຼະພາບ ຫຼື ບໍ່?

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນ ອອດຕາວາ ປະເທດການາດາ ເມື່ອວັນທີ 19 ມັງກອນ 2019 ວ່າ ກະຊວງຍຸດຕິທຳຂອງການາດາອອກຖະແຫຼງການເມື່ອວັນສຸກທີ່ຜ່ານມາ ວ່າສະຫະລັດຍັງບໍ່ໄດ້ຍື່ນເອກະສານຢ່າງເປັນທາງການ ມາທີ່ລັດຖະບານການາດາ ກ່ຽວກັບຄະດີຂອງນາງ ເມິ່ງ ຫວ່ານໂຈ ຜູ້ບໍລິຫານລະດັບສູງຂອງຫົວເວີ່ຍ ຫາກທາງລັດຖະບານສະຫະລັດບໍ່ຢື່ນເອກະສານພາຍໃນວັນທີ 30 ມັງກອນ 2019 ນີ້ ກໍ່ຈະເປັນການເປີດໂອກາດໃຫ້ ນາງ ເມິ່ງ ຫວ່ານໂຈ ໄດ້ຮັບອິດສະຫຼະພາບ ຫຼັງຈາກຂຶ້ນສານໃນວັນທີ 6 ກຸມພາ 2019 ນີ້.

ກົດໝາຍວ່າດ້ວຍການສົ່ງຕົວຜູ້ຮ້າຍຂ້າມແດນຂອງການາດາລະບຸວ່າ ປະເທດຄູ່ສັນຍາຕ້ອງຍື່ນຄຳຮ້ອງພາຍໃນ 60 ວັນ ນັບຕັ້ງແຕ່ລັດຖະບານການາດາສາມາດຄວບຄຸມຕົວບຸກຄົນນັ້ນຕາມໝາຍຈັບຂອງລັດພາຄີ.

ດ້ານກະຊວງຍຸດຕິທຳຂອງສະຫະລັດເກືອບບໍ່ເຄີຍສະແດງປະຕິກິລິຍາຕໍ່ຄະດີຂອງນາງ ເມິ່ງ ຂະນະທີ່ປະທານາທິບໍດີ ໂດນັລ ທຣໍ້າ ເຄີຍກ່າວເລື່ອງນີ້ແນ່ແລ້ວ.

ລິ້ງຂ່າວທີ່ກ່ຽວກັບຫົວເວີ່ຍ:

ຫົວເວີ່ຍທ້າສະຫະລັດສະແດງຫຼັກຖານຖ້າຫາກ “ລະບົບຫົວເວີ່ຍມີຄວາມສ່ຽງດ້ານຄວາມໝັ້ນຄົງ”
ສະຫະລັດບອກ! ພົບຫຼັກຖານລູກສາວປະທານຫົວເວີ່ຍຕັ້ງໃຈລະເມີດມາດຕະການຄວໍ້າບາດອີຣານ
ທຣໍ້າອາດຊ່ວຍລູກສາວປະທານຫົວເວີ່ຍຫາກເປັນການຮັກສາຜົນປະໂຫຍດດ້ານການຄ້າກັບຈີນ
ລູກສາວປະທານ “ຫົວເວີ່ຍ” ໄດ້ຮັບການປະກັນຕົວ
ຈີນຂໍໃຫ້ສະຫະລັດ ແລະ ການາດາປ່ອຍຕົວ CFO ຫົວເວີ່ຍ!

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews.co.th

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...