spot_img
Homeຂ່າວທ້ອງຖິ່ນເຊື່ອມຊຶມ 7 ມະຕິຂອງສູນກາງພັກໃນຂົງເຂດເສດຖະກິດ-ການຕ່າງປະເທດ

ເຊື່ອມຊຶມ 7 ມະຕິຂອງສູນກາງພັກໃນຂົງເຂດເສດຖະກິດ-ການຕ່າງປະເທດ

Published on

ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຊື່ອມຊຶມ, ຜັນຂະຫຍາຍມະຕິ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X ໃນລະຫວ່າງ​ວັນ​ທີ 17-18 ມັງກອນ 2019 ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ທ່ານ ທອງ​ລຸນ ສີ​ສຸ​ລິດ ກຳມະການກົມ​ການ ​ເມືອງ​ສູນ​ກາງ​ພັກ, ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ, ມີ​ບັນດາພະນັກງານການນຳ, ຄະນະບໍລິຫານງານພັກ ແລະ ຂັ້ນຫົວໜ້າກົມ ມາ​ຈາກບັນດາກະຊວງ, ອົງການໃນ​ຂົງ​ເຂດ ​ເສດຖະກິດ-​ການ​ຕ່າງ​ປະ​ເທດ​ເຂົ້າ​ຮ່ວມ.

ໃນກອງປະຊຸມ, ໄດ້ເຊື່ອມຊຶມ 2 ເອກະສານສຳຄັນຄື: ເອກະສານທີ 1 ການເພີ່ມທະວີການນຳພາແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ສ້າງຄວາມເຂັ້ມແຂງຂອງການຄຸ້ມຄອງມະຫາພາກ ແລະ ເອກະພາບກັນໃນລະດັບສູງກັບທິດທາງ, ວິທີການ, ມາດຕະການທີ່ສູນກາງວາງອອກ; ສ້າງຄວາມຕັດສິນໃຈເດັດດ່ຽວແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃນຕໍ່ໜ້າ ພ້ອມທັງຄົ້ນຄວ້າກຳນົດບັນດາມາດຕະການໃຫ້ແທດເຫມາະກັບຕົວຈິງ; ສ້າງຂະບວນການຈັດຕັ້ງປະຕິບັດຢ່າງແຂງແຮງ ແລະ ທົ່ວເຖິງ ເພື່ອຫັນປ່ຽນຕົວຈິງທີ່ມີລັກສະນະບຸກທະລຸໃນທຸກຂົງເຂດວຽກງານ ແລະ ຊຸກຍູ້ດ້ານການພັດທະນາໃນດ້ານຕ່າງໆ ໃຫ້ບັນລຸຕາມຄາດໝາຍທີ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກວາງອອກ. ເອກະສານທີ 2 ວ່າດ້ວຍການປັບປຸງຮາກຖານການເມືອງຂອງລະບອບປະຊາທິປະໄຕປະຊາຊົນ ໃຫ້ເຂັ້ມແຂງ ແລະ ໜັກແໜ້ນ.

ທ່ານ ທອງ​ລຸນ ສີ​ສຸ​ລິດ ໄດ້​ຮຽກຮ້ອງ​ມາ​ຍັງ​ຄະນະ​ພັກ-ຄະນະ​ນໍ​າແຕ່ລະ​ຂັ້ນ ຈົ່ງ​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ, ຄວາມ​ເປັນ​ເຈົ້າ​ການ ໃນການຈັດ​ຕັ້ງ​ເຊື່ອມ​ຊຶມ ​ເພື່ອ​ກໍາ​ແໜ້ນ ແລະ ນຳໄປຈັດ​ຕັ້ງ​ປະຕິບັດ ມະຕິ​ກອງ​ປະຊຸມ​ຄົບ​ຄະນະບໍລິ​ຫານງານສູນກາງ​ພັກ ຄັ້ງທີ 7 ສະໄໝທີ X ​ຢ່າງເປັນຂະບວນ​ຟົດຟື້ນ, ແຂງ​ແຮງ, ​ແທດ​​ເໝາະຕົວ​ຈິງ​ ​ແລະ ມີ​ຜົນ​ສໍາ​ເລັດ​ຕາມ​ຄາດໝາຍ.

ໃນກອງປະຊຸມ, ຍັງຈະໄດ້ພ້ອມກັນຄົ້ນຄວ້າ ແລະ ປຶກສາຫາລືປະກອບຄຳເຫັນຢ່າງກົງໄປກົງມາ ໃສ່ບັນຫາທີ່ສຳຄັນ ໃນຂົງເຂດເສດຖະກິດ-ການເງິນ ກໍຄືການກໍ່ສ້າງຮາກຖານການເມືອງລະບອບປະຊາທິປະໄຕປະຊາຊົນ ທີ່ຕິດພັນກັບພຶດຕິກຳຕົວຈິງຂອງຂະແໜງການຂອງຕົນ ແລະ ສະເໝີການປັບປຸງພາຍໃນ ໂດຍສະເພາະແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງ, ຊອກໃຫ້ເຫັນບັນດາສາເຫດທີ່ເປັນພຶ້ນຖານ ແລະ ຕົ້ນຕໍ ເພື່ອວາງມາດຕະການ, ທິດທາງ, ວິທີການແກ້ໄຂທີ່ຖືກຕ້ອງ, ແທດເຫມາະກັບຕົວຈິງ ແລະ ທັງສາມາດປະຕິບັດໄດ້ຢ່າງມີປະສິດທິຜົນ ໃນການຈັດຕັ້ງປະຕິບັດວຽກງານໃນສະເພາະໜ້າ ແລະ ຍາວນານ.

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: Lao National Radio, kpl.gov.la

ຮູບພາບຈາກ: Lao National Radio

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...