Homeຂ່າວການພັດທະນາສຳມະນາເປີດກວ້າງຄັ້ງສຸດທ້າຍ ໂຄງການພັດທະນາລຽບແຄມຖະໜົນ 450 ປີ

ສຳມະນາເປີດກວ້າງຄັ້ງສຸດທ້າຍ ໂຄງການພັດທະນາລຽບແຄມຖະໜົນ 450 ປີ

Published on

 

ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ບໍ​ລິສັດ​ນິກ​ເກັງເຊັກ​ເກ ວິ​ວະ​ກຳ ຈຳ­ກັດ ໄດ້​ຈັດ​ກອງ​ປະ­ຊຸມ​ສຳ​ມະ​ນາ​ເປີດ​ກວ້າງ​ຄັ້ງ​ສຸດ​ທ້າຍ

​ໂຄງ­ການ​ສຳ​ຫຼວດŒອອກແບບ​ວາງ​ແຜນ​ຜັງ­ເມືອງ​ລະ­ອຽດ ​ລະ­ດັບ​ມາດຕາ​ສ່ວນ 1/2.000 ຂອງ​ການ​ພັດ­ທະ­ນາແບບ​ຈຸດ

​ສຸມ​ລຽບ​ຕາມ​ເສັ້ນ­ທາງ 450 ປີ ຊຶ່ງ​ດຳ­ເນີນ​ພາຍ​ໃຕ້​ການ​ເປັນ​ປະ­ທານຂອງ​ ທ່ານ ແກ້ວ​ພິ­ລາ​ວັນ ອາ​ໄພ​ລາດ​ຮອງ​ເຈົ້າ

​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ, ມີ​ບັນ­ດາ​ນັກ­ວິ­ຊາ­ການ ແລະ ພະ­ນັກ­ງານ​ທີ່​ກ່ຽວ­ຂ້ອງ​ໃຫ້​ກຽດ​ເຂົ້າ​ຮ່ວມ.

ທ່ານ ແກ້ວ​ພິ­ລາ​ວັນ ກ່າວ​ວ່າ: ໂຄງການ​ດັ່ງ­ກ່າວ​ໄດ້​ເລີ່ມ​ການ​ເຊັນ​ສັນ­ຍາໃນ​ປີ 2010 ແລະ ປີ​ຕໍ່​ມາ​ໄດ້​ຈັດ​ກອງປະ­ຊຸມ​ຄັ້ງ

​ທີ 1 ຂຶ້ນເພື່ອ​ປຶກ­ສາ​ຫາ­ລືກ່ຽວ​ກັບ​ແນວ​ຄວາມ​ຄິດ​ຂອງ​ໂຄງ­ການ ໂດຍ​ກອງ​ປະ­ຊຸມ​ຄັ້ງ​ນັ້ນ​ໄດ້​ມີ​ການ​ຮັບຮອງ​ເອົາ​ແນວ­

ທາງ​ໃນ​ການ​ພັດ­ທະ­ນາ, ແນວ­ທາງ​ການ​ນຳ​ໃຊ້​ທີ່​ດິນ, ຂະ­ໜາດຂອງ​ຈຳ­ນວນ​ປະ­ຊາ­ກອນ ແລະ ອື່ນໆ.

ຫຼັງ​ຈາກ​ນັ້ນ ກໍ​ໄດ້​ມີ​ການ​ລົງ­ມື​ສຳຫຼວດ ແລະ ວັດ­ແທກໄປ​ຄຽງ​ຄູ່​ກັບ​ການ​ສຳ​ຫຼວດ​ຄືນ​ເງື່ອນໄຂ​ດ້ານ​ສະ­ພາບ​ການ​ທີ່​ນັບ

​ມື້​ນັບ​ປ່ຽນແປງ​ໄປ ​ແລ້ວ​ກຳ­ນົດ​ເປັນ​ເງື່ອນ­ໄຂ​ຂອງໂຄງ­ການ​ຈິ່ງ​ໄດ້​ສືບ­ຕໍ່​ປະ­ຕິ­ບັດ​ຕາມເງື່ອນ­ໄຂ​ຂອງ​ໂຄງ­ການ ພ້ອມ​ທັງ​

ສ້າງຕັ້ງ​ຄະ­ນະ​ກຳ­ມະ­ການ​ເພື່ອ​ປະ­ກອບຄວາມ​ຄິດ​ເຫັນ ​ແລ້ວ​ລວບ​ລວມ​ຜົນ​ໄດ້ຮັບ​ຂອງ​ໂຄງ­ການ.

ສຳ­ລັບ​ກອງ​ປະ­ຊຸມ​ຄັ້ງ​ນີ້ ທ່ານ​ຮອງເຈົ້າ​ຄອງ​ນະ­ຄອນ­ຫຼວງ​ລະ­ບຸ​ວ່າ: ເປັນກອງ​ປະ­ຊຸມ​ຄັ້ງ​ທີ 2 ຊຶ່ງ​ເນື້ອ​ໃນ​ຕົ້ນ­ຕໍເພື່ອ​ປຶກ

­ສາ​ຫາ­ລື​ກ່ຽວ​ກັບ​ແຜນ­ການນຳ​ໃຊ້​ທີ່​ດິນ​ຢ່າງ​ລະ­ອຽດ, ການ​ອອກແບບ​ຕົວ​ເມືອງ, ແຜນ­ການ​ດ້ານ​ໂຄງລ່າງ​ພື້ນ­ຖານ

ແລະ ອື່ນໆ ໂດຍ​ຂອບ​ເຂດໂຄງ­ການ​ມີ​ເນື້ອ­ທີ່ 5.750 ເຮັກ­ຕາ ກວມ​ເອົາ​ເມືອງ​ໄຊ​ເຊດ​ຖາ, ໄຊ​ທາ­ນີ ແລະ ເມືອງ​ສີ​ໂຄດ

​ຕະ­ບອງ ທີ່​ມີ​ຄວາມໝາຍ​ຄວາມ​ສຳ­ຄັນ​ຢູ່ 2 ຢ່າງ​ຄື: ການສ້າງ​ຈຸດ​ຂ້າມ​ຜ່ານ ແລະ ການ​ສ້າງ​ການ​ຂະ­ຫຍາຍ­ຕົວ​ຂອງ​

ເສດ­ຖະ­ກິດ​ໃນ­ຕໍ່­ຫນ້າ.

ແນວ­ໃດ​ກໍ​ດີ ສຳ­ລັບ​ການ​ຈັດ​ແບ່ງເຂດ​ທາງ​ເໜືອ​ຈະ​ພັດ­ທະ­ນາ​ໃຫ້​ເປັນເຂດ​ສົ່ງ­ເສີມ​ກະ­ສິ­ກຳ, ເຂດ​ກະ­ສິ­ກຳ, ເຂດປະ­ຕູ​

ທາງ​ເຂົ້າ, ເຂດ​ທີ່​ພັກ​ອາ­ໄສ; ເຂດທາງ​ກາງ​ແມ່ນ​ຈະ​ພັດ­ທະ­ນາ​ເປັນ​ເຂດອຸດ​ສະ­ຫະ​ກຳ, ເຂດ​ຕົວ​ເມືອງ, ເຂດທີ່​ພັກ​ອາ­ໄສ

ສ່ວນ​ເຂດ​ທາງ​ໃຕ້​ແມ່ນ​ຈະພັດ­ທະ­ນາ​ໃຫ້​ເປັນ​ເຂດ​ວັດ­ທະ­ນະ­ທຳ, ເຂດ​ກະ­ຊວງ, ສະ­ພາບ​ແວດ​ລ້ອມ​ທີ່​ຮັກສາ​ຕາ​ໜ່າງ​

ສີ­ຂຽວ​ເດີມ ແລະ ລັກ­ສະ­ນະພູມ​ສັນ­ຖານ, ເຂດ​ຕົວ​ເມືອງ, ເຂດ​ການຂົນ­ສົ່ງ ແລະ ທີ່​ພັກ​ອາ­ໄສ.

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...