spot_img
Homeຂ່າວພາຍ​ໃນ"ໄພລັດ" ນັກກີລາໂວວີນາມລາວກັບເສັ້ນທາງສູ່ມືອັນດັບ 1 ໂວວີນາມແຫ່ງອາຊຽນ

“ໄພລັດ” ນັກກີລາໂວວີນາມລາວກັບເສັ້ນທາງສູ່ມືອັນດັບ 1 ໂວວີນາມແຫ່ງອາຊຽນ

Published on

ທ້າວ ໄພລັດ ທຳມະວົງສາ ນັກກີລາໂວວີນາມລາວ ເຈົ້າຂອງຫຼຽນຄຳຊີເກມ 2 ສະໄໝຊ້ອນ (2011 ແລະ 2013) ປັດຈຸບັນຖືກຈັດອັນດັບໃຫ້ເປັນມື 1 ປະເພດຟ້ອນມີອຸປະກອນ (ກະບອງ) ຊາຍດ່ຽວ ຈາກການຈັດອັນດັບຂອງສະຫະພັນໂວວີນາມແຫ່ງອາຊຽນ ຄັ້ງຫຼ້າສຸດ.

ໂດຍທ່ານ ວຽງສຸກ ຮັງເງິນ ຄູຝຶກທີມຊາດໂວວີນາມລາວ ຢືນຢັນວ່າ ທ້າວ ໄພລັດ ໄດ້ຖືກຍົກໃຫ້ເປັນມື 1 ຂອງພາກພື້ນອາຊຽນ ສະເພາະປະເພດຟ້ອນມີອຸປະກອນ (ກະບອງ) ຈາກຜົນງານໂດດເດັ່ນຄວ້າຫຼຽນຄຳໄດ້ທຸກລາຍການທີ່ເຂົ້າຮ່ວມການແຂ່ງຂັນ ນັບຕັ້ງແຕ່ປິ 2011 ສ່ວນປະເພດອື່ນໆເຊັ່ນ ຟ້ອນດາບຄູ່ດ່ຽວ ແລະ ອື່ນໆ ແມ່ນຍັງບືນກັນຂຶ້ນເປັນອັນດັບ 1,2,3 ແລະ 4 ໄດ້ແກ່: ລາວ, ກຳປູເຈຍ, ມຽນມາ ແລະ ຫວຽດນາມ.

ທ້າວ ໄພລັດ ທຳມະວົງສາ ໄດ້ໃຫ້ສຳພາດຕໍ່ສຳນັກຂ່າວເສດຖະກິດ-ການຄ້າວ່າ ກ່ອນຈະມາເປັນນັກກີລາໂວວີນາມນີ້ ຕົວເອງໄດ້ຫຼິ້ນກີລາເທຄວັນໂດ ຈາກສະໂມສອນສີທອງ ເຊິ່ງມີອາຈານ ແກ້ວອຸດົມ ສີຫາລາດ ເປັນຜູ້ຊຸກຍູ້ໃຫ້ມາຫຼິ້ນກີລາເທຄວັນໂດກ່ອນທີ່ຈະມາຫຼິ້ນກີລາໂວວີນາມ ໂດຍຜົນງານທີ່ໂດດເດັ່ນແມ່ນສາມາດຍາດໄດ້ຫຼຽນທອງປະເພດຟ້ອນມີອຸປະກອນ (ກະບອງ) ທີ່ຫວຽດນາມ, ໄດ້ຫຼຽນຄຳ 2 ສະໄໝກໍຄືໃນປີ 2011 ທີ່ອິນໂດເນເຊຍ ແລະ 2013 ທີ່ມຽນມາ ໃນປະເພດຟ້ອນກະບອງ ແລະ ຫຼ້າສຸດໄດ້ 2 ຫຼຽນຄຳໃນການແຂ່ງຂັນລະດັບອາຊຽນທີ່ມຽນມາ ແລະ ອິນໂດເນເຊຍ.

ທ້າວ ໄພລັດ ກ່າວຕໍ່ອີກວ່າ ອຸປະສັກຂອງກີລານີ້ແມ່ນເປັນກີລາທີ່ຍາກສົມຄວນ ຕ້ອງອາໄສການຝຶກຊ້ອມຢ່າງຕໍ່ເນື່ອງ ເຖິງແມ່ນວ່າພວກເຮົາຈະບໍ່ມີສະໜາມຝຶກຊ້ອມ ແລະ ມີວຽກຫຼາຍຢ່າງທີ່ເຮັດໃຫ້ການຝຶກຊ້ອມບໍ່ຕໍ່ເນື່ອງ ແລະ ອີກຄວາມທ້າທາຍໜຶ່ງແມ່ນຕ້ອງໄດ້ແຂ່ງຂັນແບບຖີ່ໆ ໂດຍສະເພາະແມ່ນຄົນທີ່ແຂ່ງຂັນ 2 ລາຍການ ຫຼັງຂຶ້ນແຂ່ງຂັນປະເພດຕໍ່ສູ້ແລ້ວ ກໍ່ຕ້ອງຂຶ້ນລາຍການມາແຂ່ງຂັນປະເພດຟ້ອນອີກ ເຊິ່ງເຮັດໃຫ້ເມື່ອຍຫຼາຍ ແລະ ຕ້ອງອາໄສຄວາມແຂງແຮງ.

ທ້າວ ໄພລັດ ເກີດວັນທີ 8 ກຸມພາ 1989 ທີ່ບ້ານ ຮ່ອງສຸພາບ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ, ເລີ່ມຫຼິ້ນກີລາໂວວີນາມຄັ້ງທຳອິດເມື່ອປີ 2011 ສາມາດຫຼິ້ນໄດ້ທັງປະເທດຟ້ອນມີອຸປະກອນ (ກະບອງ) ແລະ ປະເພດຕໍ່ສູ້ ແລະ ເຄີຍຂຶ້ນແຂ່ງຂັ້ນປະເພດຕໍ່ສູ້ລຸ້ນ 64 ກິໂລກຣາມ ໂດຍຜົນງານທຳອິດສາມາດຄວ້າອັນດັບ 3 ໃນໂວວີນາມ ຊິງແຊັມໂລກ ທີ່ປະເທດຫວຽດນາມ ຈາກປະເພດຟ້ອນດ່ຽວມີອຸປະກອນ (ກະບອງ) ກ່ອນຈະມາສ້າງຊື່ສຽງໃຫ້ເປັນທີ່ຮູ້ຈັກຈາກຜົນງານຍາດໄດ້ຫຼຽນຄຳຊີເກມ 2011 ແລະ 2013.

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...