Homeຂ່າວພາຍ​ໃນໂອບາມາ ແລະ ພັນລະຍາເປັນບຸກຄົນທີ່ຊາວອາເມລິກາໃຫ້ການຍ້ອງຍໍສູງສຸດໃນປີ 2018

ໂອບາມາ ແລະ ພັນລະຍາເປັນບຸກຄົນທີ່ຊາວອາເມລິກາໃຫ້ການຍ້ອງຍໍສູງສຸດໃນປີ 2018

Published on

ວັນທີ 28 ທັນວາ 2018 ສໍານັກຂ່າວ BBC ລາຍງານວ່າ ມິເຊລ ໂອບາມາ ອະດີດສຸພາບສະຕີໝາຍເລກ 1 ຂອງອາເມລິກາ ພັນລະຍາ ອະດີດປະທານາທິບໍດີ ບາຣັກ ໂອບາມາ ຂຶ້ນເປັນຜູ້ຍິງທີ່ໄດ້ຮັບການຍ້ອງຍໍຫຼາຍທີ່ສຸດ ຈາກຊາວອາເມລິກາ ໃນປີ 2018 ດ້ວຍຄະແນນ 15% ເອົາຊະນະ ຮິລລາຣີ ຄລິນຕັນ ອະດີດສຸພາບສະຕີໝາຍເລກ 1 ພັນລະຍາ ອະດີດປະທານາທິບໍດີ ບິລ ຄລິນຕັນ ຂອງອາເມລິກາ ເຊິ່ງຄອງອັນດັບ 1 ຕໍ່ເນື່ອງກັນເຖິງ 17 ປີ.

ຜົນການສໍາຫຼວດ ຈາກແກລລັບ ໂພລ ເຊິ່ງໄດ້ທໍາການສໍາຫຼວດສອບຖາມຄວາມເຫັນຂອງຊາວອາເມລິກາໃນກຸ່ມຄົນຜູ້ໃຫຍ່ຈໍານວນ 1.025 ຄົນ ມີຄວາມຊື່ນຊົມຍ້ອງຍໍຜູ້ຊາຍ ແລະ ຜູ້ຍິງຄົນໃດທີ່ຍັງມີຊີວິດຢູ່ໃນໂລກນີ້ຫຼາຍທີ່ສຸດໃນປີ 2018 ຍັງອອກມາວ່າ ຜູ້ຍິງທີ່ໄດ້ຮັບການຍ້ອງຍໍຫຼາຍທີ່ສຸດແມ່ນ ມິເຊວ ໂອບາມາ ແລະ ຕາມມາເປັນອັບດັບ 2 ຄື ໂອປຣາ ວິນຟຣີ ພິທີກອນຍິງຜີວສີຄົນດັງໄດ້ 5%, ອັນດັບ 3 ໄດ້ແກ່ ຮິລລາຣີ ຄລິນຕັນ ໄດ້ 4% ແລະ ອັນດັບທີ 5 ເມລາເນຍ ທຣໍ້າ ໄດ້ 4%. ຂະນະທີ່ ສົມເດັດພຣະລາຊະນີ ເອລີຊາເບັດທີ​ 2 ຂອງອັງກິດ ຢູ່ໃນ 10 ອັນດັບທໍາອິດເປັນຄັ້ງທີ 50 ຈາກການສໍາຫຼວດຂອງ ແກລລັບ ໂພລ ທີ່ເລີ່ມຈັດທໍາການສໍາຫຼວດມາແຕ່ປີ 1946 ແລະ ຍົກເວັ້ນແຕ່ປີ 1970 ພຽງປີດຽວເທົ່ານັ້ນ.

ສ່ວນຜູ້ຊາຍທີ່ໄດ້ຮັບການຍ້ອງຍໍຫຼາຍທີ່ສຸດໃນປີ 2018 ຜົນການສໍາຫຼວດ ແກລລັບ ໂພລ ອອກມາວ່າ ອັນດັບທີ 1 ຄື: ບາຣັກ ໂອບາມາ ອະດີດປະທານາທິບໍດີ ສະຫະລັດອາເມລິກາ ໄດ້ເຖິງ 19%, ອັນດັບທີ 2 ປະທານາທິບໍດີ ໂດນັລ ທຣໍ້າ ສະຫະລັດອາເມລິກາ, ອັນດັບ 3 ອະດິດປະທານາທິບໍດີ ດີຈອດ ດັບເບລີນຍູ ບຸຊ ໄດ້ 2%, ອັນດັບ 4 ສົມເດັດພຣະສັນຕະປາປາ ຟຣານຊິສ ປະມຸກແຫ່ງລັດຄຣິສຈັກຣນິກາຍໂຣມັນຄາທໍລິກ ໄດ້ 2% ແລະ ອັນດັບ 5 ບິລ ເກດ ນັກທຸລະກິດມະຫາເສດຖີຊາວອາເມລິກາ ໜຶ່ງໃນຜູ້ກໍ່ຕັ້ງບໍລິສັດ ໄມໂຄຣຊ໋ອບ ໄດ້ 1%.

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: thairath.co.th

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...