spot_img
Homeຂ່າວຕ່າງປະເທດເກົາຫຼີເໜືອ ອາດປ່ຽນແນວທາງປະຕິບັດຫາກຍັງຖືກສະຫະລັດຂວໍ້າບາດ

ເກົາຫຼີເໜືອ ອາດປ່ຽນແນວທາງປະຕິບັດຫາກຍັງຖືກສະຫະລັດຂວໍ້າບາດ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 1 ມັງກອນ 2019 ວ່າ ທ່າມ ຄິມ ຈອງ ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອກ່າວໃນວັນຂຶ້ນປີໃໝ່ເຊິ່ງອອກອາກາດຜ່ານທາງສະຖານີໂທລະພາບຂອງລັດຖະບານເກົາຫຼີເໜືອວ່າ “ຫາກສະຫະລັດຍັງບໍ່ແກ້ໄຂຕາມຄຳສັນຍາທີ່ໃຫ້ໄວ້ຕໍ່ໜ້າທັງໂລກ ແລະ ຢືນຢັນທີ່ຈະໃຊ້ມາດຕະການຂວໍ້າບາດ ແລະ ການກົດດັນສາທະລະນະລັດຂອງເກົາຫຼີເໜືອ ເຮົາອາດບໍ່ມີທາງເລືອກອື່ນ ແຕ່ຕ້ອງພິຈາລະນາແນວທາງໃໝ່ເພື່ອປົກປ້ອງອະທິປະໄຕ ແລະ ຜົນປະໂຫຍດຂອງເຮົາ”.

ຄຳກ່າວຂອງທ່ານ ຄິມ ຈອງ ອຶນ ຄືການປະຊຸມສຸດຍອດຂອງເຂົາກັບປະທານາທິບໍດີ ໂດນັລ ທຣໍ້າ ແຫ່ງສະຫະລັດໃນປະເທດສິງກະໂປ ເມື່ອເດືອນ ມີນາ ປິທີ່ຜ່ານມາ ໂດຍໄດ້ຜົນມາຈາກການເຈລະຈາ ແລະ ແລກປ່ຽນຄວາມຄິດໃນທາງສ້າງສັນ ຊ່ວງເວລາດັ່ງກ່າວຜູ້ນຳທັງສອງປະເທດໄດ້ລົງນາມໃນຂໍ້ຕົກລົງແຕ່ເນື້ອໃນໃຈຄວາມຍັງຄຸມເຄືອວ່າດ້ວຍການປົດອາວຸດນິວເຄຣຍທີ່ແຫຼມເກົາຫຼີ ເຊິ່ງກໍ່ບໍ່ມີຄວາມຄືບໜ້າໃດໆເພາະທັງເກົາຫຼີເໜືອ ແລະ ສະຫະລັດອາເມລິກາຍັງຕົກລົງກັນບໍ່ໄດ້ໃນຄຳນິຍາມຂອງຂໍ້ຕົກລົງ.

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: dailynews

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...