spot_img
Homeຂ່າວພາຍ​ໃນໂຈນສາວປະເພດສອງ ຕິດຄຸກ 2 ຄັ້ງບໍ່ຫລາບ ງັດເຮືອນລັກເງິນກ່ວາ 30 ລ້ານ ຖືກຈັບຮອບ 3!

ໂຈນສາວປະເພດສອງ ຕິດຄຸກ 2 ຄັ້ງບໍ່ຫລາບ ງັດເຮືອນລັກເງິນກ່ວາ 30 ລ້ານ ຖືກຈັບຮອບ 3!

Published on

 

ເຈົ້າໜ້າທີ່ ປສກ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງຈາກຜູ້ເສຍຫາຍຢູ່ບ້ານທາດ

ຫລວງໃຕ້ ເມືອງໄຊເສດຖາ ເມື່ອວັນທີ 21 ກໍລະກົດ 2014 ວ່າ: ໄດ້ມີຄົນຮ້າຍງັດຮ້ານຂາຍເຄື່ອງອາໄຫລ່ຂອງຕົນ ແລະ

ກວາດເງິນໃນຕູ້ເຊັບໄປຫລາຍກວ່າ 30 ລ້ານກີບກັບ 500 ໂດລາສະຫະລັດ, ຈຶ່ງໄດ້ຈັດກຳລັງຕິດຕາມຄັດຈ້ອນເປົ້າໝາຍ

ແລະ ຕົກມາຮອດວັນທີ 18 ກັນຍາ 2014 ຈຶ່ງສາມາດຈັບຄົນຮ້າຍ ທີ່ລົງມືກໍ່ເຫດໄດ້ຄື: ທ້າວ ສອນທະວີ ຫລື ນົກ (ສາວປະ

ເພດສອງ) ອາຍຸ 25 ປີຢູ່ບ້ານທາດຫລວງໃຕ້ ເມືອງໄຊເສດຖາ. ຜ່ານການສືບສວນ-ສອບສວນ ຜູ້ກ່ຽວຮັບສາລະພາບຕໍ່

ເຈົ້າໜ້າທີ່ວ່າ: ເວລາປະມານ 18:00 ໂມງ, ຕົນໄດ້ງັດເຂົ້າເຮືອນໃກ້ຄຽງຫລັງໜຶ່ງ ແລ້ວໄຕ່ໄປຕາມຫລັງຄາຮ້ານ ເປົ້າ

ໝາຍແລ້ວງັດກະເບື້ອງອອກ ແລະ ເຈາະເພດານລົງແລ້ວໃຊ້ເຊືອກທີ່ກຽມມາມັດໃສ່ຂື່ຢ່ອນລົງໄປຮື້ຄົ້ນເອົາຊັບສີນ ແລະ

ເງິນໃນຕູ້ເຊັບພາຍໃນຮ້ານດັ່ງກ່າວຈຳນວນ 30 ລ້ານກີບ ແລະ 500 ໂດລາສະຫະລັດ, ຫລັງຈາກນັ້ນກໍໄດ້ອອກມາທາງ

ເກົ່າ ແລະ ເອົາຕົວຫລົບໜີໄປເຊົ່າເຮືອນຢູ່ບ່ອນໃໝ່ໄດ້ໄລຍະໜຶ່ງ, ພໍກັບມາເຮືອນຈຶ່ງຖືກເຈົ້າໜ້າທີ່ຈັບຕົວມາດຳເນີນ

ຄະດີ.

 

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ຜູ້ກ່ຽວເຄີຍຕ້ອງໂທດມາແລ້ວເປັນເວລາ 1 ປີເມື່ອປີ 2007 ແລະ 2 ປີ ໃນປີ 2009 ຍ້ອນລັກຊັບພົນ

ລະເມືອງ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...