spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ແກ໊ສລະເບີດຫ້ອງອາຫານຊັ້ນ 3 ຕຶກສາກົນການບິນລາວ!

ແກ໊ສລະເບີດຫ້ອງອາຫານຊັ້ນ 3 ຕຶກສາກົນການບິນລາວ!

Published on

 

ເກີດເຫດແກ໊ສລະເບີດຂຶ້ນໃນເວລາປະມານ 20 ໂມງ 15 ນາທີ ຢູ່ຫ້ອງການອາຫານຊັ້ນ 3 ຂອງອາຄານຜູ້ໂດຍສານຕ່າງ

ປະເທດ (ຕຶກສາກົນ) ສະໜາມບິນສາກົນວັດໄຕ ຍ້ອນທໍ່ຖັງແກ໊ສຮົ່ວໃນຫ້ອງອາຫານຂອງບໍລິສັດບໍລິການສະໜາມບິນ

ຫລື ແອວແຈັດ ແລ້ວເກີດໄຟລຸກເປັນແປວຂຶ້ນ, ເຫດການຄັ້ງນີ້ ມີຜູ້ໄດ້ຮັບບາດເຈັບຈາກໄຟລວກເລັກຫນ້ອຍຈຳນວນ

2 ຄົນ, ໂຊກດີບໍ່ມີຜູ້ໃດເສຍຊີວິດ ແລະ ເກີດອັກຄີໄພຮຸນແຮງ.

 

ທ່ານ ຢາກົວ ລໍປັງກາວ ຫົວໜ້າກົມການບິນພົນລະເຮືອນ, ກະຊວງໂຍທາທິການ ແລະ ຂົນສົ່ງກ່າວວ່າ: ເຫດການດັ່ງ

ກ່າວແມ່ນເກີດຈາກທໍ່ຖັງແກ໊ສຮົ່ວແລ້ວເກີດເປັນໄຟລຸກໃໝ້ຫ້ອງແຕ່ງກິນ ຂອງຕຶກອາຄານດັ່ງກ່າວຂອງລັດວິສາ

ຫະກິດການ ບິນລາວ.

 

ຈາກນັ້ນປະມານ 20 ນາທີ, ເຈົ້າໜ້າທີ່ດັບເພີງກໍສາມາດຄວບຄຸມໄຟໄວ້ໄດ້ ແລະ ອີກປະມານ 1 ຊົ່ວໂມງຕໍ່ມາເຈົ້າໜ້າທີ່

ສາມາດເຂົ້າໄປກວດກາສະຖານທີ່ເກີດເຫດ. ປັດຈຸບັນສະພາບການບໍລິການຕະຫລອດຮອດຖ້ຽວບິນກໍ ດຳເນີນເປັນ

ປົກກະຕິ.

 

ເຈົ້າໜ້າທີ່ກູ້ໄພນະຄອນຫລວງວຽງຈັນ ໃຫ້ຮູ້ຕື່ມວ່າ: ເມື່ອໄດ້ຮັບແຈ້ງເຫດປະມານ 20 ໂມງ 15 ນາທີ ກໍໄດ້ເຂົ້າໄປຊ່ວຍ

ເຫລືອແຕ່ກ່ອນໜ້ານີ້ເຈົ້າໜ້າທີ່ດັບເພິງກໍໄດ້ທຳການດັບໄຟຢູ່ກ່ອນແລ້ວ ຈາກການພົບເຫັນຕົວຈິງເຫັນວ່າເກີດມາ

ຈາກທໍ່ສົ່ງແກ໊ສຮົ່ວຈຶ່ງເຮັດໃຫ້ເກີດໄຟໄໝ້ ແຕ່ບໍ່ເຖິງຂັ້ນຮ້າຍແຮງ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...