Homeຂ່າວພາຍ​ໃນສສຊ ແຂວງຜົ້ງສາລີ ປະຕິເສດບໍ່ໄດ້ໃຫ້ສຳພາດເລື່ອງໂຄງການທາງລົດໄຟ ລາວ-ຈີນ

ສສຊ ແຂວງຜົ້ງສາລີ ປະຕິເສດບໍ່ໄດ້ໃຫ້ສຳພາດເລື່ອງໂຄງການທາງລົດໄຟ ລາວ-ຈີນ

Published on

ກໍລະນີໂທລະພາບຊ່ອງ Spring News ຂອງໄທ ໄດ້ລາຍງານ ໃນວັນທີ 13 ທັນວາ 2018 ໃນເວລາປະມານ 21:00 ກ່ຽວກັບບັນຫາການກໍ່ສ້າງໂຄງການທາງລົດໄຟ ລາວ-ຈີນ ໂດຍມີເນື້ອໃນຂ່າວລະບຸວ່າ: ” ລັດຖະບານລາວໄປຢືມເງິນນໍາຈີນ ແລ້ວຈ້າງຈີນ ມາເປັນຜູ້ກໍ່ສ້າງໃຫ້ ອັນນີ້ແມ່ນບໍ່ຖືກຕ້ອງ ເພາະວ່າພາຍຫລັງທີ່ມີ ບົດວິພາກເສດຖະກິດ-ເຕັກນິກ ຂອງໂຄງການນີ້ແລ້ວ ສອງລັດຖະບານ ລາວ-ຈີນ ໄດ້ມີການຮັບຮອງເອົາ ແລະ ເຫັນດີລົງທຶນຮ່ວມກັນ, ໂດຍແມ່ນຝ່າຍລາວ ຖືຮຸ້ນ 30% ແລະ ຝ່າຍຈີນ ຖືຮຸ້ນ 70% ແລ້ວທັງສອງຝ່າຍ ໄດ້ຕົກລົງສ້າງເປັນບໍລິສັດ ຮ່ວມທຶນທາງລົດໄຟ ລາວ-ຈີນ, ລວມທັງໄດ້ດຳເນີນການປະມູນ ເພື່ອຄັດເລືອກເອົາ 6 ບໍລິສັດກໍ່ສ້າງ, 3 ບໍລິສັດທີ່ປຶກສາ ແລະ 3 ບໍລິສັດ ທີ່ປຶກສາພາກສ່ວນທີ່ສາມ, ພ້ອມໄດ້ດຳເນີນການປະມູນ ຈັດຊື້-ຈັດຈ້າງຕາມລະບຽບການ.”

ຂ່າວລະບຸຕື່ມວ່າ: ທ້າວ ຄຳສຸກ ສສຊ ແຂວງຜົ້ງສາລີ ໄປໃຫ້ສຳພາດແກ່ວີໂອເອ ສຽງອາເມລິກາ ພາກພາສາລາວ ແລະ ເວົ້າວ່າ ຈີນກຳລັງທຳລາຍຄວາມ ໄວ້ເນື້ອເຊື່ອໃຈລະຫວ່າງກັນ ລະຫວ່າງລາວ-ຈີນ.

ໃນວັນທີ 20 ທັນວາ 2018, ທ່ານ ຄຳສຸກ ບຸນຍະວົງ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 2 ແຂວງ ຜົ້ງສາລີ ຢືນຢັນຢ່າງໜັກແໜ້ນ ຕໍ່ສຳນັກຂ່າວສານປະເທດລາວວ່າ: “ໂທລະພາບຊ່ອງ Spring News ອອກຂ່າວໃນຄັ້ງນີ້ ບໍ່ແມ່ນຄໍາເວົ້າຂອງຂ້າພະເຈົ້າ ທີ່ໄດ້ປະກອບຄຳເຫັນ ໃນກອງປະຊຸມສະພາ ສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດ VIII ແລະ ຂ້າພະເຈົ້າ ບໍ່ໄດ້ໄປໃຫ້ສໍາພາດ ຕໍ່ນັກຂ່າວວີໂອເອ ແລະ ຖືວ່ານັກຂ່າວຂອງໂທລະພາບຊ່ອງ Spring News (2 ທ່ານ ຍິງ-ຊາຍ) ຂາດຈັນຍາບັນ, ບໍ່ໜ້າເຊື່ອຖື ແລະ ເປັນການໃຫ້ຂ່າວທີ່ບໍ່ຖືກຕ້ອງ ກັບເນື້ອໃນໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແຕ່ປະການໃດ.”

“ກ່ຽວກັບບັນຫາແຮງງານ, “ນັກຂ່າວຊ່ອງ Spring News ກໍມີຄໍາເຫັນວ່າ: ເປັນເລື່ອງທີ່ທຸເລດນັ້ນ” ເຊິ່ງແປເປັນພາສາລາວ ກໍ່ມີຄວາມໝາຍດູໝິ່ນປະມາດ ປະຊາຊົນລາວ ແລະ ຊາດລາວ ເຊິ່ງເປັນຄຳເຫັນທີ່ບໍ່ກົງກັບເວລາທີ່ຂ້າພະເຈົ້າປະກອບຄຳເຫັນ ໃນກອງປະຊຸມສະພາແຫ່ງຊາດ.” ກ່າວໂດຍ ທ່ານ ຄໍາສຸກ

ນັກຂ່າວຂອງຊ່ອງ Spring News ເວົ້າວ່າ: “ຈີນຕິດໜີ້ຄ່າຊົດເຊີຍ” ເຊິ່ງປະເດັນນີ້ ກໍເຫັນວ່າເຂົ້າໃຈບໍ່ຖືກຕ້ອງ ເພາະໃນສັນຍາສໍາປະທານໄດ້ລະບຸວ່າ ຄ່າຊົດເຊີຍທີ່ດິນ ແມ່ນລັດຖະບານລາວ ເປັນຜູ້ຮັບຜິດຊອບ ແລະ ຄ່າຊົດເຊີຍ ສິ່ງປຸກສ້າງ, ສິ່ງກີດຂວາງ ແມ່ນບໍລິສັດຮ່ວມທຶນ ລາວ-ຈີນ ເປັນຜູ້ຮັບຜິດຊອບ.

ສຳນັກຂ່າວສານປະເທດລາວໄດ້ລາຍງານວ່າ: ການທີ່ໄດ້ອອກຂ່າວ ວິຈານຂ່າວບິດເບືອນນັ້ນ ແມ່ນເປັນການເສກສັນປັ້ນແຕ່ງ, ສ້າງກະແສຂ່າວໃຫ້ປະຊາຊົນ ແລະ ສັງຄົມເຂົ້າໃຈຜິດ ຕໍ່ການລົງທຶນຮ່ວມມື ລາວ-ຈີນ ໃນໂຄງການນີ້, ໂດຍສັງ ລວມໄດ້ ຄື: ນັກຂ່າວຊ່ອງ Spring News ເວົ້າວ່າ: “ປະຊາຊົນແຂວງຜົ້ງສາລີ ໄດ້ຮັບຜົນກະທົບໂດຍກົງຈາກໂຄງການນີ້” ແມ່ນບໍ່ຖືກຕ້ອງ ເພາະວ່າແຂວງຜົ້ງສາລີ ບໍ່ມີເສັ້ນທາງລົດໄຟຜ່ານເລີຍ, ເຊິ່ງເປັນການວິເຄາະຂ່າວທີ່ບໍ່ຮູ້ເລື່ອງ ເນື່ອງຈາກວ່າ ຕະຫຼອດໄລຍະເສັ້ນທາງລົດໄຟ ທີ່ມີຄວາມຍາວທັງໝົດ 409 ກວ່າກິໂລແມັດ ໄດ້ຜ່ານບັນດາແຂວງເຊັ່ນ: ແຂວງ ຫຼວງນໍ່າທາ 16,9 ກິໂລແມັດ, ອຸດົມໄຊ 126,9 ກິໂລແມັດ, ຫຼວງພະບາງ 80 ກິໂລແມັດ, ແຂວງ ວຽງຈັນ 145,5 ກິໂລແມັດ ແລະ ນະຄອນຫຼວງວຽງຈັນ 40 ກິໂລແມັດ.

“ນັກຂ່າວທັງສອງຄົນນັ້ນ ໄດ້ສະຫຼຸບວ່າ: “ລາວຫາກະຮູ້ວ່າຕົນ ໄດ້ແຕ່ເສດເນື້ອ” ຫຼື ຄວາມໝາຍພາສາລາວແປວ່າ ໄດ້ແຕ່ເສດຊີ້ນຕ່ອນນ້ອຍໆ ໃນໂຄງການກໍ່ສ້າງທາງລົດໄຟນີ້ ເຊິ່ງເປັນຄຳເວົ້າທີ່ບໍ່ສ້າງສັນ ແລະ ບໍ່ສອດຄ່ອງກັບຂໍ້ຕົກລົງ ລະຫວ່າງ ສະມາຊິກອາຊຽນ ກັບ ລັດຖະບານຈີນ ແລະ ເປັນຄຳເວົ້າທີ່ບໍ່ມີສາລະ, ເຊິ່ງຂ້າພະເຈົ້າຜູ້ຖືກກ່າວຫາ, ປະຊາຊົນລາວ ແລະ ຄົນລາວ ບໍ່ຍອມ ຮັບເອົາໄດ້. ຕໍ່ບັນຫາເຫຼົ່ານີ້, ທ່ານ ຄຳສຸກ ບຸນຍະວົງ ຜູ້ເປັນຫົວໜ້າຄະນະສະເພາະກິດ ຕິດຕາມກວດກາແຕ່ຫົວທີ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຈຶ່ງຮຽກຮ້ອງໃຫ້ຄົນລາວ ມີຄວາມເຂົ້າໃຈຕາມການສະເໜີຂອງທ່ານ, ພ້ອມທັງຮຽກຮ້ອງ ແລະ ສະເໜີໃຫ້ຂະແໜງການທີ່ກ່ຽວຂ້ອງ ດຳເນີນມາດຕະການຕາມກົດໝາຍສື່ມວນຊົນຂອງລາວ, ພ້ອມທັງໄດ້ຮຽກຮ້ອງໃຫ້ນັກຂ່າວຂອງໂທລະພາບຊ່ອງ Spring News ທັງສອງຄົນ ຈົ່ງອອກມາສະແດງ ຄວາມຮັບຜິດຊອບ ແລະ ສະແດງຄວາມຂໍໂທດ ຕໍ່ປະຊາຊົນລາວ ທີ່ໄດ້ອອກຂ່າວ ວິຈານບິດເບືອນ ແລະ ບໍ່ຖືກຕ້ອງຕາມ ຄວາມເປັນຈິງ.” ກ່າວໂດຍ ທ່ານ ຄໍາສຸກ ບຸນຍະວົງ

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ
ຮູບ ແລະ ວິດີໂອປະກອບ: SpringNews

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...