Homeຂ່າວຕ່າງປະເທດອະດີດນາຍົກອົດສະຕາລີ ຍອມຮັບ " ອັບອາຍ " ທີ່ຫລົງເຊື່ອອາເມຣິກາ ສົ່ງທະຫານຮ່ວມສົງຄາມໃນອີຣັກ

ອະດີດນາຍົກອົດສະຕາລີ ຍອມຮັບ ” ອັບອາຍ ” ທີ່ຫລົງເຊື່ອອາເມຣິກາ ສົ່ງທະຫານຮ່ວມສົງຄາມໃນອີຣັກ

Published on

 

ອະດີດນາຍົກລັດຖະມົນຕີ ຈອນ ໂຮເວີດ ແຫ່ງອົດສະຕາລີ ຍອມຮັບວ່າຮູ້ສຶກອັບອາຍ ທີ່ຫລົງເຊື່ອສະຫະລັດ ຈົນຍອມ

ສົ່ງທະຫານເຂົ້າຮ່ວມສົງຄາມໃນອີຣັກ ແຕ່ບໍ່ພົບອາວຸດທຳລາຍລ້າງສູງ ຢ່າງທີ່ສະຫະລັດກ່າວອ້າງ.

 

ທ່ານໂຮເວີດ ເຊິ່ງນັ່ງຕັ່ງອີ້ນາຍົກລັດຖະມົນຕີຂອງອົດສະຕາລີ ລະຫວ່າງປີ 1996-2007 ເຄີຍກ່າວໃນຂະນະນັ້ນວ່າ ເຂົາ

ໄດ້ຕັດສິນໃຈສົ່ງທະຫານຊາວອົດສະຕາລີໄປຊ່ວຍກອງກຳລັງຂອງສະຫະລັດ ແລະ ອັງກິດ ເພື່ອບຸກໂຈມຕີອີຣັກ ເພາະ

ເຊື່ອວ່າລັດຖະບານຂອງ ຊັດດຳ ຮຸສເຊນ ມີອາວຸດເຄມີທຳລາຍລ້າງສູງຢູ່ໃນຄອບຄອງ.

 

ທ່ານ ໂຮເວີດ ໄດ້ໃຫ້ສຳພາດ່ສະຖານີໂທລະພາບເຊເວັນ ເນັດເວີກ ໃນຕອນຄ່ຳຂອງວັນທີ 21 ກັນຍາ 2014 ວ່າ ” ຂ້ອຍ

ໄດ້ຖືກລະດົມດ້ວຍສຳນວນພາສາທີ່ໜັກແໜ້ນ ຂອງໜ່ວຍການຂ່າວອາເມຣິກາ ເມື່ອເດືອນພະຈິກປີ 2002, ພວກ

ເຂົາສະຫລຸບວ່າ ອີຣັກຕ້ອງມີອາວຸດທຳລາຍລ້າງສູງຢ່າງແນ່ນອນ ແລະ ອາດຈະເຖິງຂັ້ນຄອບຄອງອາວຸດນິວເຄຼຍອີກ

ດ້ວຍ “

 

ຈົນເຖິງບັດນີ້ກໍຍັງບໍ່ມີໃຜພິສູດໄດ້ວ່າ ອີຣັກຊຸກເຊື່ອງອາວຸດທຳລາຍລ້າງສູງ ດັ່ງທີ່ອາເມຣິກາກ່າວອ້າງ ຈົນນຳມາເຊິ່ງ

ການກະທຳສົງຄາມທີ່ຍືດເຍື້ອຍາວນານນັບທົດສະວັດ ແລະ ຂ້າຊີວິດພົນລະເມືອງອີຣັກ ແລະ ທະຫານຂອງຕ່າງຊາດ

ໄປຫລາຍພັນຄົນ ຈິ່ງເປັນທີ່ປະກົດຢ່າງຊັດເຈນຂຶ້ນທຸກມື້ວ່າ ເປັນຂໍ້ອ້າງທີ່ບໍ່ມີມູນຄວາມຈິງ.

 

ທ່ານ ໂຮເວີດ ກ່າວວ່າ ” ຂ້ອຍຮູ້ສຶກອັບອາຍຫລາຍ ແລະ ບໍ່ຢາກຈະເຊື່ອວ່າໂຕຂ້ອຍເອງກໍເຄີຍເຊື່ອຖືຂໍ້ມູນພວກນັ້ນ

ຢ່າງຈິງຈັງ “

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...