Homeຂ່າວຕ່າງປະເທດສະກັອດແລນ ແຍກເອກະລາດບໍ່ສຳເລັດ ນາຍົກສະກັອດຖະແຫລງລາອອກ!

ສະກັອດແລນ ແຍກເອກະລາດບໍ່ສຳເລັດ ນາຍົກສະກັອດຖະແຫລງລາອອກ!

Published on

 

 

ທ່ານ ອາເລັກ ແຊນມອນ ນາຍົກລັດຖະມົນຕີສະກັອດແລນ ປະກາດລາອອກຈາກຕຳແໜ່ງ ຫລັງຊາວສະກັອດ

ຕັດສິນໃຈທີ່ຈະຍັງຄົງຢູ່ລວມກັນກັບສະຫະລາຊະອານາຈັກຕໍ່ໄປ.

 

ເມື່ອວັນທີ 20 ກັນຍາ 2014 ຜ່ານມາ ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ອາເລັກ ແຊນມອນ ນາຍົກລັດ

ຖະມົນຕີຂອງສະກັອດແລນ ແລະ ຫົວໜ້າກຸ່ມເຄື່ອນໄຫວເພື່ອປົດປ່ອຍສະກັອດແລນ ໄດ້ປະກາດລາອອກຈາກ

ຕຳແໜ່ງ ຫລັງຈາກທີ່ເຂົາໄດ້ຜ່າຍແພ້ໃຫ້ກັບຜົນການລົງປະຊາມະຕິ ເພື່ອແຍກສະກັອດແລນອອກຈາກສະຫະ

ລາຊະອານາຈັກ.

 

ທ່ານ ອາເລັກ ແຊນມອນ ກ່າວໃນຄຳຖະແຫລງວ່າ ສະກັອດແລນ ຄວນທີ່ຈະມີຜູ້ນຳທາງການເມືອງຄົນໃໝ່ ແລະ

ນີ້ຄືເວລາທີ່ຈະໃຫ້ໂອກາດແກ່ໃຜຈັກຄົນໜຶ່ງ, ອີກທັງເຂົາຍັງໄດ້ເຜີຍວ່າ ເຂົາໄດ້ຕັດສິນໃຈລາອອກຈາກຕຳແໜ່ງ

ເມື່ອເຊົ້າວັນສຸກ ຫລັງຈາກທີ່ເປັນທີ່ແນ່ຊັດເຖິງສຽງສ່ວນໃຫຍ່ຂອງຊາວສະກັອດ ຕ່າງກໍໂຫວດໃຫ້ສະກັອດແລນ

ຍັງຄົງຢູ່ໃນສະຫະລາຊະອານາຈັກຕໍ່ໄປເຊັ່ນເດີມ.

 

ທັງນີ້ ຊາວສະກັອດໄດ້ລົງປະຊາມະຕິ ໃນວັນທີ 18 ກັນຍາ 2014 ທີ່ຜ່ານມາ ເພື່ອໃຫ້ສະກັອດແລນຢູ່ລວມກັນໃນ

ສະຫະລາຊະອານາຈັກ ດ້ວຍຜົນການລົງປະຊາມະຕິ 55% ຕໍ່ 45% ແລະ ຜົນການລົງປະຊາມະຕິຢ່າງເປັນທາງການ

ໃນຕອນເຊົ້າວັນສຸກທີ 19 ກັນຍາ 2014 ຜ່ານມານີ້.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...