Homeຂ່າວຕ່າງປະເທດເກົາຫຼີໃຕ້ສຳເລັດໃນການທົດລອງຍິງຈະຫຼວດຂັບເຄື່ອນ

ເກົາຫຼີໃຕ້ສຳເລັດໃນການທົດລອງຍິງຈະຫຼວດຂັບເຄື່ອນ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຊລ ປະເທດເກົາຫຼີໃຕ້ ເມືອວັນທີ 28 ພະຈິກ 2018 ວ່າ ກະຊວງວິທະຍາສາດຂອງເກົາຫຼີໃຕ້ຖະແຫຼງການວ່າ ເກົາຫຼີໃຕ້ປະສົບຄວາມສຳເລັດໃນການທົດລອງຍິງຈະຫຼວດຂັບເຄື່ອນເພື່ອທົດສອບເຄື່ອງຍົນຜະລິດໃນປະເທດ ໂດຍຈະຫຼວດຂັບເຄື່ອນຕົກລົງນອກຝັ່ງທາງພາກໃຕ້ຂອງເກົາຫຼີໃຕ້ ເມື່ອວັນພຸດທີ່ຜ່ານມາ.

ທັງນີ້, ເກົາຫຼີໃຕ້ຕັ້ງເປົ້າທີ່ຈະພັດທະນາຈະຫຼວດຂັບເຄື່ອນສູ່ອາວະກາດໃຫ້ໄດ້ພາຍໃນ 2021 ໂດຍເມື່ອປີ 2015 ທີ່ຜ່ານມາເກົາຫຼີໃຕ້ເຄີຍປະສົບຄວາມສຳເລັດໃນການສົ່ງດາວທຽມຂຶ້ນສູ່ວົງໂຄຈອນທ້ອງຟ້າເປັນຄັ້ງທຳອິດຈາກດິນແດນເກົາຫຼີໃຕ້ ໂດຍໃຊ້ຈະຫຼວດຂັບເຄື່ອນ ແຕ່ບາງສ່ວນຂອງຈະຫຼວດນັ້ນໄດ້ຮັບຄວາມຊ່ວຍເຫຼືອຈາກຣັດເຊຍ.

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: dailynews.co.th

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...