Homeຂ່າວພາຍ​ໃນຜະລິດຕະພັນຂອງລາວສູ່ສາຍຕາສາກົນ

ຜະລິດຕະພັນຂອງລາວສູ່ສາຍຕາສາກົນ

Published on

ວາລະສານຈໍາປາເມືອງລາວ ວາລະສານໃນເຮືອບິນຂອງການບິນລາວໄດ້ອອກໂປຣໂມຊັນໃໝ່ສຳລັບທຸລະກິດທີ່ຜະລິດສິນຄ້າໃນ ສປປ ລາວ ໃນການນໍາສະເໜີສິນຄ້າຂອງເຂົາເຈົ້າສູ່ສາຍຕາຂອງຊາວຕ່າງຊາດ, ນັກທ່ອງທ່ຽວ ແລະ ຜູ້ໂດຍສານຂອງສາຍການບິນລາວ. Made in Laos ເປັນສ່ວນໜຶ່ງຂອງວາລະສານທີ່ແນະນໍາສິນຄ້າທີ່ລະນຶກ ແລະ ສິນຄ້າອື່ນໆທີ່ເຮັດໃນລາວ ໃຫ້ແກ່ນັກທ່ອງທ່ຽວທີ່ຕ້ອງການຊື້ຂອງຝາກຂອງຕ້ອນກັບຄືນປະເທດຂອງເຂົາເຈົ້າ.

ວາລະສານຈໍາປາເມືອງລາວໄດ້ເລີ່ມຕົ້ນເພີ່ມໜ້າ Made in Laos ໃນສະບັບເດືອນພະຈິກ-ທັນວາ 2018 ເພື່ອສະໜັບສະໜູນ ເທສະການຫັດຖະກຳລາວທີ່ຈັດຂຶ້ນໃນວັນທີ 27 ຕຸລາ – 4 ພະຈິກ ທີ່ຜ່ານມາ.​

ໃນ Made in Laos ສະບັບນີ້ ປະກອບມີ ກະເປົ໋າຜ້າຈາກ ພິພິຕະພັນຜ້າໄໝລາວ, ເຫຼົ້າບອງເຫັດຈາກ ຮ້ານອາຫານຄົວລາວ, ເກີບຜ້າຈາກ ເຮີເວີກສ໌(Herworks), ສະບູສະໝຸນໄພຈາກ ຮ້ານ T shop Lai Gallery, ກະເປົ໋າຜ້າຝ້າຍຜະລິດໂດຍແມ່ຍິງເຜົ່າແລນແຕນ ຈາກ ສູນວັດທະນະທຳ ແລະ ຊົນເຜົ່າວິທະຍາ ໃນຫຼວງພະບາງ.

ຖ້າຫາກທ່ານໃດທີ່ສົນໃຈໂຄສະນາຜະລິດຕະພັນຂອງທ່ານກັບວາລະສານຈໍາປາເມືອງລາວໃນສະບັບເດືອນມັງກອນ-ກຸມພາ 2019, ສາມາດຕິດຕໍ່ໄດ້ທີ່ info@champameuanglao.com ຫຼື ທີ່ເບີ +856 20 55731717.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...