spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຕ່າງດ້າວ ປຸ້ນຕ່າງດ້າວ! ຕຳຫລວດລາວຈັບດຳເນີນຄະດີ!

ຕ່າງດ້າວ ປຸ້ນຕ່າງດ້າວ! ຕຳຫລວດລາວຈັບດຳເນີນຄະດີ!

Published on

 

ບັນ­ຫາ​ການ​ສໍ້​ໂກງ​ຊັບ, ປຸ້ນ​ຊັບ, ຂີ້­ລັກເປັນ​ປາ­ກົດ­ການ​ຫຍໍ້­ທໍ້​ໜຶ່ງ​ທີ່​ພວມເກີດ​ຂຶ້ນ​ຫຼາຍ ​ໃນ​ທາງສ້າງ​ຄວາມ​ບໍ່​ສະຫງົບ,

ຄວາມ​ບໍ່​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ຕໍ່​ສັງ­ຄົມ ດັ່ງ​ຄະ­ດີ​ປຸ້ນ​ຊັບ​ຂອງ​ພົນ­ລະ­ເມືອງ​ທີ່​ເກີດ​ຂຶ້ນ​ໃນ​ລະ­ຫວ່າງ​ເດືອນ​ ກໍ­ລະ­ກົດ​ທີ່​

ຜ່ານ​ມາ ເຈົ້າ​ໜ້າ­ທີ່​ສືບ­ສວນ-Œສອບ​ສວນກອງ​ຄະ­ດີ​ອາ­ຍາ ປກສ ເມືອງ​ປາກ​ຊັນ ໄດ້​ຮັບ​ແຈ້ງ​ຄວາມ​ຈາກ ນາງ ຫງຽນ​ທີ

​ກີມ​ຢຸງ ອາ­ຍຸ 42 ປີ, ອາ­ຊີບ​ຄ້າŒຂາຍ ສັນ­ຊາດ​ຫວຽດ­ນາມ ຊຶ່ງ​ໄດ້​ມາ​ພັກ​ເຊົາ​ຢູ່​ບ້ານ​ຫ້ວຍ​ສຽດ ເມືອງ​ປາກ​ຊັນ ແຂວງ​ບໍ​

ລິ​ຄຳ​ໄຊ ວ່າ​ມີ​ຄົນ​ຮ້າຍ​ຈຳ­ນວນ 3 ຄົນ ບໍ່​ຮູ້​ຊື່​ເປັນ​ຄົນ​ສັນ­ຊາດ​ຫວຽດ­ນາມ ໃຊ້​ອາ­ວຸດ​ມີດ 2 ດວງ ແລະ ປືນ 1 ກະ­ບອກ

ເຂົ້າ​ມາ​ປຸ້ນ​ເອົາ​ເງິນ, ຄຳ ແລະ ວັດ­ຖຸ​ມີ­ຄ່າ​ອື່ນໆ​ຢູ່​ເຮືອນ​ຂອງ​ຕົນ.

 

ພໍ​ຮອດ​ເວ­ລາ​ປະ­ມານ 2 ໂມງ​ກາງ­ຄືນ​ຂອງ​ວັນ​ດຽວ​ກັນ ​ເຈົ້າ​ໜ້າ­ທີ່​ສືບ­ສວນŒສອບ​ສວນ ກອງ​ຄະ­ດີ​ອາ­ຍາ​ຈິ່ງ​ໄດ້​ລົງ​ກວດ­

ກາ​ສະ­ຖານ­ທີ່​ເກີດ​ເຫດ ພ້ອມ​ທັງ​ຂຶ້ນ​ບັນ­ຊີ​ເປົ້າ​ໝາຍ​ຜູ້​ສົງ­ໄສ ຕົກ​ມາ​ຮອດ​ວັນ​ທີ 11 ສິງ­ຫາ 2014 ຈິ່ງ​ເຂົ້າ​ຈັບ​ກຸມ​ເປົ້າ

​ໝາຍ​ກຸ່ມ​ແກ້ງ​ທີ່​ຮ່ວມ​ຂະ​ບວນ​ການ​ປຸ້ນ​ຊັບ​ຂອງ​ພົນ­ລະ­ເມືອງ​ໄດ້ 2 ຄົນ ຊື່ ທ້າວ ເຈີນ​ວັນ​ແທ້ງ ອາ­ຍຸ 29 ປີ ແລະ ນາງ

ເຈີນ​ທິ​ລວນ ຜູ້​ເປັນ​ເອື້ອຍ ອາ­ຍຸ 33 ປີ ທັງ​ສອງ​ເປັນ​ຄົນ​ສັນ­ຊາດ​ຫວຽດ­ນາມ ຢູ່​ບ້ານ ຊວນ​ອຽນ ເມືອງ​ຊີ​ງວນ ແຂວງ​

ຮ່າ​ຕີ່ງ ສສ ຫວຽດ­ນາມ ທີ່​ມາ​ຕັ້ງ​ຮ້ານ​ເສີມ​ສວຍ ແລະ  ລ້າງ​ລົດ ຢູ່​ບ້ານ​ໂພນ​ໄຊ​ເໜືອ ເມືອງ​ປາກ​ຊັນ ແຂວງ​ບໍ​ລິ​ຄຳ​ໄຊ

ກວດ​ຄົ້ນ​ພົບ​ຂອງ​ກາງປະ­ເພດ​ອາ­ວຸດປືນ​ສັ້ນ ສີ­ດຳ 1 ກະ­ບອກ (ເປັນ​ປືນ​ປອມ).

 

ຜ່ານ​ການສືບ­ສວນ-Œສອບ​ສວນ ຂອງ​ເຈົ້າ​ໜ້າ­ທີ່ ພວກ​ກ່ຽວ​ໄດ້​ໃຫ້­ການຮັບ​ສາ­ລະ­ພາບ​ວ່າ: ມື້​ກໍ່​ເຫດ​ເວ­ລາ 1Œ2  ໂມງ

ທ້າວ ເຈີ່ນ​ວັນ​ແທ້ງ, ທ້າວ ຫງຽນ ວັນ​ດຶກ ແລະ ທ້າວ ຫງຽນ​ວັນ​ຮ່າ ສັນ­ຊາດ​ຫວຽດ­ນາມ ໄດ້​ຂັບ​ຂີ່​ລົດ­ຈັກຍີ່­ຫໍ້​ເວບ​ຈີນ

ສີ­ດຳ​ແດງ ບໍ່​ມີ​ປ້າຍ​ເຂົ້າ ໄປ​ປຸ້ນ​ເອົາ​ເງິນ, ຄຳ ແລະ ວັດ­ຖຸ​ມີ­ຄ່າ ອື່ນໆ​ຢູ່​ໃນ​ຮ້ານ​ຂອງ ນາງ ຫງຽນ​ທີ​ກີມ ຢຸງ ທີ່​ບ້ານ​ຫ້ວຍ

​ສຽດ ເມືອງ​ປາກ​ຊັນ ຊຶ່ງ​ຜູ້­ກ່ຽວ​ທັງ​ສາມ​ໃຊ​້ມີດ​ຍາວ​ຂະ­ໜາດ 20 ຊັງ​ຕີ​ແມັດ ສີ­ດຳ 1 ດວງ ແລະ ມີດ ຂະ­ໜາດ​ໃຫຍ່

5×50 ຊັງ​ຕີ​ແມັດ 1  ດວງ ພ້ອມ​ປືນ​ສັ້ນ 1 ກະ­ບອກ (ປືນ​ປອມ) ເຂົ້າໄປ​ຈີ້, ນາບ​ຂູ່​ນາງ ຫງຽນ​ທີ​ກີມ​ຢຸງ ໃຫ້​ເອົາ​ເງິນ​ມາ

​ໃຫ້​ຕົນ ແລ້ວ​ພວກ​ກ່ຽວກໍ​ໄດ້​ໄປ​ຄົ້ນ​ເອົາ​ເງິນ​ໄດ້​ເງິນ​ກີບ ຈຳ­ນວນ 1 ລ້ານ​ກ່ວ​າ​ກີບ, ເງິນ​ບາດ 5 ພັນກວ່າ​ບາດ, ເງິນ​

ດົງ 6 ລ້ານ​ກວ່າ​ດົງ, ຄອມ​ພິວ​ເຕີ​ໂນດ​ບຸກ 1 ໜ່ວຍ, ໂທລະສັບ 1 ໜ່ວຍ ແລະ ບັດ​ເຕີມ​ເງິນ 46 ບັດ, ເບີ­ໂທລະ­ສັບ 7

ເບີ, ສາຍ​ຄໍຄຳ​ຝຣັ່ງ 1 ເສັ້ນ.

 

ພາຍ­ຫຼັງ​ທີ່​ພວກ​ກ່ຽວ​ໄດ້​ເງິນ​ແລ້ວ ​ກໍ​ເອົາ​ເຊືອກ​ມາ​ມັດ ນາງ ຫງຽນ​ທີ​ກີມ​ຢຸງ, ນາງ ເທື່ອງ ແລະ ນາງ ທຸຍ ທັງ 3 ຄົນ

ໃວ້​ໃນ​ຫ້ອງ​ຂອງ​ຜູ້​ເສຍ​ຫາຍ, ຈາກ​ນັ້ນ ພວກ​ກ່ຽວ​ຈິ່ງ​ໄດ້​ລົບ​ໜີ​ອອກ​ທາງ​ຫຼັງບ້ານ ແລະ ໄດ້​ເອົາ​ເງິນ ແລະ ວັດ­ຖຸຕ່າງໆ

ທີ່​ປຸ້ນ​ມາ​ແບ່ງ­ປັນ​ກັນ​ລວມ​ແລ້ວ ທັງ​ໝົດ​ນັ້ນ​ແມ່ນ​ເປັນ​ການ​ວາງ​ແຜນຂອງນາງ ເຈີນ​ທິ​ລວນ ຜູ້​ເປັນ​ເອື້ອຍ ຈາກ​

ນັ້ນ​ຈິ່ງ​ຖືກ​ເຈົ້າ​ໜ້າ­ທີ່​ຈັບ​ຕົວ ແລະ ພວມ​ນຳ​ຕາມ​ຈັບ​ຕົວ​ພວກ​ຮ່ວມ​ຂະ​ບວນການ​ທັງ 2 ທີ່​ໄດ້​ຫຼົບ­ໜີ​ກັບ​ປະ­ເທດ​

ມາດຳ­ເນີນ​ຄະ­ດີ​ຕາມ​ລະ­ບຽບ​ກົດ­ໝາຍຂອງ​ລາວ ສ່ວນ​ຂອງ​ກາງ​ຈຳ­ນວນ​ໜຶ່ງ ເຈົ້າ​ໜ້າ­ທີ່​ໄດ້​ເກັບ​ກູ້​ຄືນ ແລະ ມອບ​

ໃຫ້ເຈົ້າ​ຂອງ​ເດີມ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...