spot_img
Homeຂ່າວຕ່າງປະເທດກຳປູເຈຍ ຈັບມື Huawei ຂອງຈີນ ພັດທະນາເຄືອຂ່າຍ 4G

ກຳປູເຈຍ ຈັບມື Huawei ຂອງຈີນ ພັດທະນາເຄືອຂ່າຍ 4G

Published on

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 18 ກັນຍາ 2014 ນີ້ວ່າ ບໍລິສັດ EMAXX ເຊິ່ງເປັນບໍລິສັດໃຫ້ການບໍລິການ

ດ້ານໂທລະຄົມມະນາຄົມໃນກຳປູເຈຍ ໄດ້ລົງນາມຂໍ້ຕົກລົງຮ່ວມກັນກັບບໍລິສັດ Huawei ເຊິ່ງມີຂຶ້ນໃນວັນພຸດທີ 17

ກັນຍາ 2014 ທີ່ຜ່ານມາ ຢູ່ນະຄອນຫລວງພະນົມເປັນ ໂດຍການເຂົ້າຮ່ວມຂອງລັດຖະມົນຕີກະຊວງໄປສະນີ ແລະ ໂທ

ລະຄົມມະນາຄົມກຳປູເຈຍ ແລະ ທີ່ປຶກສາການເມືອງສະຖານທູດຈີນປະຈຳກຳປູເຈຍ ເຂົ້າຮ່ວມເປັນສັກຂີພິຍານ.

 

ຄຳຖະແຫລງຫລັງພິທີລົງນາມໄດ້ລະບຸວ່າ ບໍລິສັດຫົວເວີ່ຍຂອງຈີນ ສະຈ້າງສະຖານີຖານ 4 ຈີ ໃນ 8 ເມືອງຂອງກຳປູ

ເຈຍ ເຊິ່ງໂຄງການທັງໝົດຄາດວ່າ ຈະໃຊ້ເວລາໃນການດຳເນີນການປະມານ 2 ປີ ໂດຍໂຄງການນີ້ ແມ່ນມີວັດຖຸປະ

ສົງທີ່ຈະສ້າງເຄືອຂ່າຍຂໍ້ມູນ ແລະ ການສື່ສານໃນກຳປູເຈຍ ເຊິ່ງປະກອບດ້ວຍການກໍ່ສ້າງສູນກາງເຄືອຂ່າຍໃຫ້ບໍລິ

ການຂໍ້ມູນອິນເຕີເນັດແບບຄົບວົງຈອນ ແລະ ເມື່ອໂຄງການດັ່ງກ່າວນີ້ຫາກສຳເລັດສົມບູນ ເຄືອຂ່າຍທັງໝົດກໍຈະ

ສາມາດຮອງຮັບປະຊາກອນ 90% ຂອງທັງ 8 ເມືອງ.

 

ທີ່ປຶກສາດ້ານການເມືອງຂອງສະຖານທູດຈີນປະຈຳກຳປູເຈຍ ໄດ້ລະບຸວ່າ ຈີນມີຄວາມຍິນດີທີ່ຈະເຫັນບໍລິສັດຂອງ

ຈີນ ເຂົ້າມາລົງທຶນໃນກຳປູເຈຍຫລາຍຂຶ້ນ ເພື່ອຊ່ວຍເສີມຂະຫຍາຍຄວາມສຳພັນລະຫວ່າງ 2 ປະເທດ ແລະ ເຊື່ອວ່າ

ຍັງມີບໍລິສັດຂອງຈີນອີກຈຳນວນຫລາຍ ທີ່ຢາກຈະເຂົ້າມາລົງທຶນໃນກຳປູເຈຍ ເພື່ອພັດທະນາປະເທດ ແລະ ສ້າງອາ

ນາຄົດທີ່ດີຍິ່ງຂຶ້ນຮ່ວມກັນກັບຊາວກຳປູເຈຍ.

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...