spot_img
Homeຂ່າວທ້ອງຖິ່ນລາຍງານສະພາບອາກາດໃນໄລຍະວັນທີ 12-18 ພະຈິກ 2018ນີ້.

ລາຍງານສະພາບອາກາດໃນໄລຍະວັນທີ 12-18 ພະຈິກ 2018ນີ້.

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 12 -18 ພະຈິກ 2018 ວ່າ ຄວາມກົດອາກາດສູງຂອງອາກາດເຢັນຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກຳລັງອ່ອນ ຫາ ປານກາງ, ພ້ອມກັບລົມຕາເວັນອອກ – ຕາເວັນອອກສຽງເໜືອພັດປົກຄຸມເປັນສ່ວນໃຫຍ່, ຈະເຮັດໃຫ້ມີຝົນຕົກກະຈາຍຢູ່ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ ແລະ ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ຢູ່ໃນແຕ່ລະພາກ ໂດຍສະເພາະຢູ່ແຂວງພາກເໜືອ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນອາກາດເຢັນ ຫາ ໜາວເຢັນພ້ອມມີໝອກໜາຢູ່ບາງທ້ອງຖິ່ນເຂດຈອມພູ, ຮ່ອມພູ, ສຳລັບພາກໃຕ້ຍັງຈະຮ້ອນໃນຕອນກາງເວັນ ແລະ ລົມພັດແຮງບາງໂອກາດ.

  • ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 12-16 ພະຈິກ 2018 ຈະມີຝົນຕົກຢູ່ໃນລະດັບຄ່ອຍ ແລະ ບາງທ້ອງຖິ່ນ ແລະ ໂດຍທົ່ວໄປ ອາກາດຍັງຈະເຢັນ ຫາ ໜາວເຢັນພ້ອມມີໝອກປກຫຸ້ມໃນຕອນເຊົ້າ ອຸນຫະພູມຕ່ຳສຸດ 13-15 ອົງສາ ແລະ ສູງສຸດ 25-26 ອົງສາ.
  • ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 12-18 ພະຈິກ 2018 ຈະມີຝົນຕົກໃນລະດັບຄ່ອຍ ຢູ່ບາງທ້ອງຖິ່ນແຂວງອຸດົມໄຊ, ບໍ່ແກ້ວ, ຫຼວງນ້ຳທາ, ຫຼວງພະບາງ ແລະ ໄຊຍະບູລີ ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນເຂດຈອມພູ ແລະ ຮ່ອມພູ, ອຸນຫະພູມຕໍ່າສຸດ 14-16 ອົງສາ ແລະ ສູງສຸດ 29-31 ອົງສາ.
  • ພາກກາງ: ໃນໄລຍະວັນທີ 12-13 ພະຈິກ 2018 ອາກາດຍັງຈະເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກກະຈາຍໃນລະດັບຄ່ອຍ ຢູ່ບາງທ້ອງຖິ່ນແຂວງ ວຽງຈັນ, ຄຳມ່ວນ ແລະ ບໍລິຄຳໄຊ ຈາກນັ້ນວັນທີ 14-18 ພະຈິກ 2018 ອາກາດເຢັນພ້ອມມີໝອກປົກຫຸ້ມບາງໃນຕອນເຊົ້າ, ສ່ວນຕອນກາງເວັນອາກາດຮ້ອນຂຶ້ນ, ອຸນຫະພູມຕ່ຳສຸດ 16-18 ອົງສາ ແລະ ສູງສຸດ 32-34 ອົງສາ.
  • ສະເພາະແຂວງໄຊສົມບູນ: ໃນໄລຍະວັນທີ 12-13 ພະຈິກ 2018 ຈະມີຝົນຕົກກະຈາຍໃນລະດັບຄ່ອຍຢູ່ບາງບໍລິເວນ,​ ຈາກນັ້ນວັນທີ 14-18 ພະຈິກ 2018 ໂດຍທົ່ວໄປອາກາດໜາວເຢັນ ພ້ອມມີໝອກປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ອຸນຫະພູມຕ່ຳສຸດ 11-13 ອົງສາ ແລະ ສູງສຸດ 24-26 ອົງສາ.
  • ພາກໃຕ້: ໃນໄລຍະວັນທີ 12-14 ພະຈິກ 2018 ຈະມີຝົນຕົກຢູ່ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແຂວງ ຈຳປາສັກ ແລະ ເຊກອງ ອາຫາດເຢັນພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ, ສ່ວນຕອນກາງເວັນອາກາດຮ້ອນຕື່ມອີກ, ຈາກນັ້ນວັນທີ 15-18 ພະຈິກ 2018 ອຸນຫະພູມອາກາດຍັງສືບຕໍ່ເຢັນພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າຫຼາຍຂຶ້ນ, ອຸນຫະພູມຕ່ຳສຸດ 18-20 ອົງສາ ແລະ ສູງສຸດ 33-35 ອົງສາ.
  • ສະເພາະເຂດພູພຽງບໍລະເວນ: ໃນໄລຍະວັນທີ 12-18 ພະຈິກ 2018 ອາກາດຍັງຈະສືບຕໍ່ໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ ອຸນຫະພູມຕ່ຳສຸດ 09-11 ອົງສາ ແລະ ສູງສຸດ 24-26 ອົງສາ.
  • ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 12-14 ພະຈິກ 2018 ຈະມີຝົນຕົກຢູ່ໃນລະດັບຄ່ອຍຢູ່ບາງບໍລິເວນ ແລະ ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ຈາກນັ້ນໄລຍະວັນທີ 15-16 ພະຈິກ 2018 ອາກາດຍັງເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ອຸນຫະພູນຕ່ຳສຸດ 18-20 ອົງສາ ແລະ ສູງສຸດ 31-33 ອົງສາ.

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...