spot_img
Homeຂ່າວພາຍ​ໃນສຸດຍອດ! ​ໂວ​ວີ​ນາມຊີງ​ແຊັມ​ອາ­ຊີ ຄັ້ງ​ທີ 4 ​ອິນ​ໂດ​ເນ​ເຊຍ

ສຸດຍອດ! ​ໂວ​ວີ​ນາມຊີງ​ແຊັມ​ອາ­ຊີ ຄັ້ງ​ທີ 4 ​ອິນ​ໂດ​ເນ​ເຊຍ

Published on

ນັກກີລາໂວວີນາມ (Vovinam) ທີມຊາດລາວ ສ້າງ​ຜົນ­ງານ​ໄດ້​ຢ່າງ​ໂດດ​ເດັ່ນ ຄະນະໂວວີນາມລາວສົົ່ງນັກກີລາເຂົ້າຮ່ວມພຽງ 3 ຄົນແຕ່ຍາດໄດ້ 2 ຫຼຽນຄຳ 2 ຫຼຽນເງິນ ແລະ 1 ຫຼຽນທອງ ໃນ​ການ​ແຂ່ງ­ຂັນ​ໂວ​ວີ​ນາມ ຊີງ​ແຊັມ​ອາ­ຊີ ຄັ້ງ​ທີ 4 ຢູ່​ປະ­ເທດ​ອິນ​ໂດ​ເນ​ເຊຍ.

ລາຍການແຂ່ງຂັນ​ໂວ​ວີ​ນາມ ຊິງ​ແຊັມ​ອາ­ຊີ ຄັ້ງ​ທີ 4 ຢູ່​ປະ­ເທດ​ອິນ​ໂດ​ເນ​ເຊຍ ເຊິ່ງຈັດຂຶ້ນໃນລະຫວ່າງວັນ​ທີ 4 -7 ພະ­ຈິກ 2018 ມີ​ນັກ­ກີ­ລາ​​ຈາກ 17 ປະ­ເທດ​ໃນ​ອາ­ຊີ​ເຂົ້າ​ຮ່ວມ ສະ­ເພາະ​ທີມ​ຊາດ​ລາວ ໄດ້​ສົ່ງ​ຄະ­ນະ​ນັກ­ກີ­ລາ​ເຂົ້າ​ຮ່ວມ 5 ຄົນ ເປັນ​ນັກ­ກີ­ລາ 3 ຄົນ.

ທ້າວ ໄພ­ລັດ ທຳ​ມະ​ວົງ­ສາ ໄດ້ລົງແຂ່ງຂັນ 2 ລາຍການໃນມື້ທຳອິດຂອງການແຂ່ງຂັນ (4 ພະຈິກ 2018) ມີຊິງຫຼຽນ 2 ລາຍການຄື: ປະ­ເພດ​ຟ້ອນ​ປະ­ກອບ​ອາ­ວຸດ “ກະ­ບອງ”  ແລະ ປະ­ເພດ​ຕໍ່­ສູ້ ຮຸ່ນ​ນ້ຳ­ໜັກ 64 ກິ​ໂລ, ສຳລັບລາຍການ ປະ­ເພດ​ຟ້ອນ​ປະ­ກອບ​ອາ­ວຸດ “ກະ­ບອງ” ມີ 7 ປະ­ເທດ​ເຂົ້າ​ຮ່ວມ​, ສ່ວນປະ­ເພດ​ຕໍ່­ສູ້ ຮຸ່ນ​ນ້ຳ­ໜັກ 64 ກິ​ໂລ ມີນັກກີລາຈາກ 6 ປະ­ເທດ​ເຂົ້າ​ຮ່ວມ; ຈາກຜົນການແຂ່ງຂັນທັງ 2 ລາຍການປະກົດວ່າ: ທ້າວ ໄພ­ລັດ ທຳ​ມະ​ວົງ­ສາ ນັກກີລາໂວວີນາມລາວ ສາມາດຍາດໄດ້ 1ຫຼຽນຄຳຈາກປະ­ເພດ​ຟ້ອນ​ປະ­ກອບ​ອາ­ວຸດ “ກະ­ບອງ” ແລະ 1 ຫຼຽນເງິນຈາກປະ­ເພດ​ຕໍ່­ສູ້ ຮຸ່ນ​ນ້ຳ­ໜັກ 64 ກິ​ໂລ ເຊິ່ງລວມທັງໝົດ 2 ຫຼຽນທີ່ທ້າວ ໄພລັດ ຍາດມາໄດ້.

ສຳ­ລັບການແຂ່ງຂັນໃນ​ວັນ​ທີ 5 ພະ­ຈິກ 2018 ນັກ­ກີ­ລາ​ໂວ​ວີ​ນາມ​ ນາງ ມາ­ລາ ຈັນ­ທະ​ລັກ​ສາ ລົງ​ແຂ່ງ​ປະ­ເພດ​ຟ້ອນ​ຍິງ​ດ່ຽວ​ບໍ່​ມີ​ອາ­ວຸດ ແລະ ນາງ ພິກ​ສະ­ໄໝ ອິນ​ສຸ​ມັງ ລົງ​ແຂ່ງ​ປະ­ເພດ​ຟ້ອນ​ຍິງ​ດ່ຽວ​ປະ­ກອບ​ອາ­ວຸດ “ດາບ​ດ່ຽວ” ໂດຍ​ທັງ 2 ໄດ້ລົງ​ແຂ່ງ​ປະ­ເພດ​ຟ້ອນ​ຄູ່​ປ​ະ­ກອບ​ອາ­ວຸດ​ດາບ​ຄູ່​ຍິງ ຫຼັງ​ຈາກ​ຈົບ​ປະ­ເພດ​ຟ້ອນ ທັງ​ສອງ​ກໍ່ໄດ້ລົງ​ແຂ່ງ​ປະ­ເພດ​ຕໍ່­ສູ້ ຮຸ່ນ​ນ້ຳ­ໜັກ 45 ກິ​ໂລ ແລະ 42 ກິ​ໂລ ຕາມ​ລຳ­ດັບ ເຊິ່ງຜົນການແຂ່ງຂັນປະກົດວ່າ: ນັກກີລາໂວວີນາມລາວ ໄດ້ຫຼຽນເພີ່ມ 2 ຫຼຽນ ຈາກນາງ ພິກສະໄຫມ ອິນສຸມັງ ໄດ້ 1 ຫຼຽນເງິນໃນປະເພດຕໍ່ສູ້ ລຸ້ນນໍ້າໜັກ 42 ກິໂລ ແລະ 1 ຫລຽນທອງຈາກ ນາງ ມາລາ ຈັນທະລັກສາ ປະເພດຕໍ່ສູ້ ລຸ້ນນໍ້າໜັກ 45 ກິໂລ ແລະ ໄດ້ 1 ຫຼຽນຄຳຈາກລາຍການຟ້ອນ​ຄູ່​ຍິງປ​ະ­ກອບ​ອາ­ວຸດ​ດາບ​ຄູ່​

ສະຫຼຸບລວມການແຂ່ງຂັນໃນຄັ້ງນີ້ ທີມນັກກີລາໂວວີນາມລາວ ສາມາດຍາດໄດ້ 2 ຫຼຽນຄຳ 2 ຫຼຽນເງິນ ແລະ 1 ຫຼຽນທອງ  ລາຍການຕໍ່ໄປທາງຄະນະນັກກີລາໂວວີນາມລາວຈະມີແຜນເຂົ້າຮ່ວມງານກີລາມະຫາວິທະຍາໄລອາຊຽນ 2018 ທີ່ມຽນມາ ໃນເດືອນທັນວາ ແລະ ແຂ່ງຂັນຢູ່ປະເທດບັງກະລາເທດ.

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນ້ຳມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: ໜັງສືພິມວຽງຈັນໃໝ່, ຂ່າວກິລາ Lao National TV

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...