spot_img
Homeຂ່າວຕ່າງປະເທດເກົາຫຼີເໜືອຂູ່ຈະກັບມາທົດສອບນິວເຄຣຍອີກຄັ້ງຖ້າສະຫະລັດບໍ່ຢຸດການຄວ້ຳບາດ

ເກົາຫຼີເໜືອຂູ່ຈະກັບມາທົດສອບນິວເຄຣຍອີກຄັ້ງຖ້າສະຫະລັດບໍ່ຢຸດການຄວ້ຳບາດ

Published on

ຄັ້ງທຳອິດທີ່ລັດຖະບານປຽງຢາງຂູ່ຈະກັບໄປທົດສອບອາວຸດນິວເຄຍອີກຄັ້ງ ແລະ ຈະເດີນໜ້າພັດທະນາໂຄງການອື່ນໆ ຖ້າສະຫະລັດຍັງບໍ່ຢຸດຄວ້ຳບາດທາງເສດຖະກິດຢ່າງເຂັ້ມງວດຕໍ່ເກົາຫຼີເໜືອ.

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 4 ພະຈິກ 2018 ວ່າ ກະຊວງການຕ່າງປະເທດເກົາຫຼີເໜືອໄດ້ອອກຖະແຫຼງການໃນແລງຂອງວັນທີ 2 ພະຈິກ 2018ທີ່ຜ່ານມາ ລະບຸວ່າ ເກົາຫຼີເໜືອຈະກັບໄປໃຊ້ນະໂຍບາຍ “ພະຍອງຈິນ” ເຊິ່ງເປັນນະໂຍບາຍຂອງການພັດທະນາຄວບຄູ່ກັນໄປລະຫວ່າງຄວາມສາມາດດ້ານນິວເຄຣຍກັບການພັດທະນາເສດຖະກິດຂອງປະເທດ ຫາກສະຫະລັດອາເມລິກາບໍ່ຍອມປ່ຽນແປງທ່າທີທີ່ມີຢູ່ຕໍ່ເກົາຫຼີເໜືອໃນປັດຈຸບັນ.

“ຄຳວ່າພະຍອງຈິນອາດຈະກັບຄືນມາອີກຄັ້ງ ແລະ ອາດມີການທົບທວນກັນຢ່າງຈິງຈັງກ່ຽວກັບການປ່ຽນແປງທີ່ຈະເກີດຂຶ້ນ”  ຄຳຖະແຫຼງການທີ່ສຳນັກຂ່າວ KCNA ຂອງເກົາຫຼີເໜືອນຳອອກມາເຜີຍແຜ່ລະບຸ ແລະ ຍັງກ່າວວ່າ ສະຫະລັດບໍ່ຍອມເຮັດຕາມຄຳໝັ້ນທີ່ມີຂຶ້ນໃນລະຫວ່າງການພົບປະກັນຂອງທ່ານ ຄິມ ຈອງ ອຶນ ຜູ້ນຳເກົາຫຼີເໜືອ ກັບ ປະທານາທິບໍດີ ໂດນັລ ທຣ້ຳ ຂອງສະຫະລັດ ເມື່ອເດືອນມິຖຸນາ 2018 ທີ່ສິງກະໂປ ໃນການເດີນໜ້າວຽກງານເພື່ອໃຫ້ແຫຼມເກົາຫຼີປອດໄພຈາກນິວເຄຣຍ ແຕ່ກັບມີຄວາມຄືບໜ້າໜ້ອຍຫຼາຍ ແລະ ລັດຖະບານວໍຊິງຕັນຍັງເດີນໜ້າມາດຕະການຄວ້ຳບາດຕໍ່ເກົາຫຼີເໜືອ ແລະ ລະບຸວ່າ “ການຍົກລະດັບຄວາມສຳພັນ ກັບການຄວ້ຳບາດມັນເຂົ້າກັນບໍ່ໄດ້”.

 

ຮຽບຮຽງຂ່າວ: ບຸດສະດີ ສາຍນ້ຳມັດ
ແຫຼ່ງຂໍ້ມູນ: matichonthairath
ຮູບປະກອບ: 
sootinclaimon.wordpress.com

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...