spot_img
Homeຂ່າວທ້ອງຖິ່ນແຮງງານລາວຖືກຍິງເສຍຊີວິດຄາທີ່ໃນໂຮງເລື່ອຍຈັງຫວັດພະເຍົາ!

ແຮງງານລາວຖືກຍິງເສຍຊີວິດຄາທີ່ໃນໂຮງເລື່ອຍຈັງຫວັດພະເຍົາ!

Published on

ເມື່ອເວລາ 20.30 ນາທີ ຂອງວັນທີ 1 ພະຈິກ 2018 ເຈົ້າໜ້າທີ່ ປກສ ເມືອງ ພະເຍົາ ຈັງຫວັດພະເຍົາ ໄດ້ຮັບແຈ້ງເຫດວ່າມີການຍິງກັນຕາຍທີ່ຮ້ານທອງພູນຄ້າໄມ້ ຕຳບົນບ້ານ ຕ໋ອມ ອຳເພີເມືອງ ຈັງຫວັດພະເຍົາ ເມື່ອເຈົ້າໜ້າທີ່ໄດ້ໄປຮອດສະຖານທີ່ເກີດເຫດ ກໍ່ພົບສົບຊາຍໜຶ່ງຄົນ ໂດຍຮູ້ຊື່ວ່າ ທ້າວ ຫຸ້ມພັນ ຈັນຈະເລີນ ອາຍຸ 23ປີ ສັນຊາດລາວ ສະພາບນອນຫງາຍຖືກຍິງເຂົ້າທີ່ແກ້ມຊ້າຍ ຂະໝັບຊ້າຍ ຈຳນວນ 2 ຈຸດ ຫ່າງຈາກສົບປະມານ 2 ແມັດ ພົບກະບອກປືນຈຸດ 38 ຕົກຢູ່ຈຳນວນ 1 ກະບອກ ສ່ວນຄົນຍິງໄດ້ຫຼົບໜີໄປ ເຊິ່ງຜູ້ກໍ່ເຫດຍິງມີຊື່ວ່າ ທ້າວ ປັນ ໃຈມາ ອາຍຸ 40 ປີ ເປັນຄົນຈັງຫວັດຊຽງຣາຍ ເຊິ່ງເປັນຄົນງານຄືກັນ.

ຕາມການໃຫ້ການຂອງເຈົ້າຂອງຮ້ານໃຫ້ຮູ້ວ່າ ທ້າວ ຫຸ້ມທອງ ມາເຮັດວຽກທີ່ຮ້ານນີ້ໄດ້ປະມານ 6 ເດືອນ ສ່ວນທ້າວ ປັນ ໃຈມາ ມາເຮັດວຽກໃນຮ້ານນີ້ໄດ້ 2 ປີ ເຊິ່ງເປັນກຳມະກອນໃນຮ້ານຄືກັນ ທັງສອງມີປາກສຽງຜິດຖຽງກັນເປັນປະຈຳ ກ່ອນເກີດເຫດແມ່ນໄດ້ຍິນທັງສອງຜິດຖຽງກັນ ແລະ ໄດ້ຍິນສຽງປືນ 2 ນັດ ພໍອອກມາເບິ່ງກໍ່ເຫັນທ້າວ ຫຸ້ມພັນ ນອນເສຍຊີວິດແລ້ວ.

ສ່ວນທ້າວ ປັນ ໃຈມາ ຜູ້ກໍ່ເຫດ ໄດ້ຫຼົບໜີໄປ ນາຍແພດນິຕິເວດໂຮງໝໍ ແລະ ເຈົ້າໜ້າທີ່ຕຳຫຼວດພິສູດຫຼັກຖານຮ່ວມກັນ ຊັນນະສູດສົບ ແລະ ໄດ້ນຳສົບໄປໄວ້ທີ່ໂຮງໝໍພະເຍົາ ເພື່ອໃຫ້ຍາດພີ່ນ້ອງມາຮັບສົບໄປຈັດການຕາມປະເພນີ ສ່ວນເຈົ້າໜ້າທີ່ຕຳຫຼວດຈະຕິດຕາມທ້າວ ປັນ ມາດຳເນີນຄະດີຕໍ່ໄປ.

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນ້ຳມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: onbnewsnationmultimedia

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...