Homeຂ່າວພາຍ​ໃນນາວາລາ ພຣີມ້ຽມ ພລັສ ໃໝ່ ຕອບໂຈດທຸກຄວາມຕ້ອງການ

ນາວາລາ ພຣີມ້ຽມ ພລັສ ໃໝ່ ຕອບໂຈດທຸກຄວາມຕ້ອງການ

Published on

ແນວຄວາມຄິດທີ່ມາພ້ອມກັບຮູບແບບພຣີມ້ຽມ ທີ່ບໍ່ມີຫຍັງໃໝ່ສະເພາະ. ມັນເປັນການດໍາເນີນການທາງການຕະຫລາດທີ່ມີປະສິດທິພາບ ເພື່ອພັກດັນຄວາມສົນໃຈຂອງລຸ້ນລົດຂອງເຂົາເຈົ້າໃນຫ້ອງວາງສະແດງລົດ; ແຕ່ຫາກເອີ້ນວ່າ “ພຣີມ້ຽມ ພລັສ” ແນ່ນອນ ນິສສັນຕ້ອງມີບາງຢ່າງໃນແນວທາງຂອງຕົນ ສໍາລັບການນໍາສະເໜີລົດນິສສັນ ນາວາລາ ພຣີມ້ຽມ ພຣັສໃໝ່ລ່າສຸດ.

ພວກເຮົາລອງມາເບິ່ງ ແລະ ແນ່ໃສ່ສິ່ງທີ່ມີ ແລະ ສິ່ງທີ່ບໍ່ມີ.

ສິ່ງໃໝ່ໆແມ່ນມີຢູ່ວ່າ ນິສສັນແມ່ນໄດ້ໃສ່ຄວາມຄິດຫລາຍຢ່າງທາງດ້ານແນວທາງຄວາມປອດໄພ, ວິທີທີ່ເປັນປະໂຫຍດ, ວິທີທີ່ຫລາກຫລາຍ ທີ່ລົດກະບະຄັນໜຶ່ງ ສາມາດເປັນ ດ້ວຍຄວາມສະດວກສະບາຍຂອງເຕັກໂນໂລຊີແຫ່ງການຂັບເຄື່ອນອັດສະລິຍະຂອງນິສສັນ.  (N.I.M.).

ນິສສັນນາວາລາໃໝ່ ດຽວນີ້ ມາພ້ອມກັບຄຸນສົມບັດຄວາມປອດໄພທີ່ເພີ່ມຂຶ້ນ ແລະ ດີຂຶ້ນ ເຊັ່ນ: ຖົງລົມນິລະໄພSRS 7 ຖົງເພື່ອຮັບປະກັນວ່າທ່ານ ແລະ ຄອບຄົວຂອງທ່ານໄດ້ຮັບການປົກປ້ອງ.

ຜູ້ຂັບຂີ່ຍັງໄດ້ຮັບຮູ້ເຖິງສະພາບແວດລ້ອມອ້ອມຂ້າງ ດ້ວຍການຕິດຕັ້ງເຕັກໂນໂລຊີໃໝ່ລ່າສຸດຂອງຈໍເບິ່ງສະພາບແວດລ້ອມອ້ອມຂ້າງອັດສະລິຍະຂອງນິສສັນ(‘ລະບົບ i-AVM’).

ລະບົບເບິ່ງສະພາບແວດລ້ອມອ້ອມຂ້າງອັດສະລິຍະຂອງນິສສັນ ແມ່ນນໍາໃຊ້ກ້ອງສີ່ໂຕ ເພື່ອເຮັດໃຫ້ຜູ້ຂັບຂີ່ສາມາດເບິ່ງເຫັນພາບລົດໄດ້ 360 ອົງສາ ຊ່ວຍໃຫ້ເຂົາເຈົ້າສາມາດເຂົ້າຈອດ ແລະ ລ້ຽວລົດໄປໃນຈຸດແຄບ ຫລື ເທິ່ງທາງວິບາກໄດ້ເປັນຢ່າງດີ. ກ້ອງສີ່ໂຕແມ່ນຖືກຕິດຕັ້ງຢູ່ດ້ານໜ້າ, ຫລັງ ແລະ ຂ້າງຂອງຕົວລົດ ແລະ ພວກມັນຈະສົ່ງສັນຍານພາບເຂົ້າໄປໃນໜ່ວຍປະເມີນພາບ ເພື່ອປ່ຽນມາເປັນຮູບພາບມູມ 360ອົງສາ ເຊິ່ງເທົ່າກັບວ່າ ພວກທ່ານກໍາລັງເບິ່ງລົງຈາກດ້ານເທິ່ງຂອງຕົວລົດນິສສັນຂອງທ່ານ.

ພ້ອມກັບ ບາງຢ່າງທີ່ຄັກ ແລະ ສະດວກສະບາຍຫລາຍ ທີ່ນິສສັນຍັງຄົງຮັກສາໄວ້ ເປັນຕົ້ນກຸນແຈອັດສະລິຍະ(i-Key)ດ້ວຍປຸ່ມກົດ-ສະຕາດລົດທີ່ຈະເຮັດໃຫ້ຜູ້ຂັບຂີ່ ສາມາດໃຊ້ງານໄວໂດຍບໍ່ມີຄວາມຫຍຸ້ງຍາກ ເພື່ອປົດຣ໋ອກລົດ, ພຽງແຕ່ຕິດຈັກ ແລະ ຂັບຂີ່ໄປເທົ່ານັ້ນ.

ພາຍໃນຍັງເປັນທີ່ນັ່ງບໍ່ມີແຮງໂນ້ມທ່ວງໄຟຟ້າ8+2ທິດທາງທີ່ປານີດ., ລະບົບປັບອາກາດອັດຕະໂນມັດທີ່ສົມບູນແບບ ດ້ວຍລະບົບຄວບຄຸມອາກາດແບບແຍກສ່ວນ ແລະ ຊ່ອງອາກາດດ້ານຫລັງທີ່ຈະກະຈາຍແອເຢັນພາຍໃນຫ້ອງໂດຍສານຂະໜາດໃຫຍ່.

ແຕ່ສິ່ງທີ່ດີແມ່ນມີຢູ່ວ່າຜູ້ຂັບຂີ່ຈະໄດ້ໜ້າຈໍຊ່ວຍການຂັບຂີ່ທີ່ລໍ້າໜ້າຂອງນິສສັນໃໝ່ລ່າສຸດ(ດີທີ່ສຸດໃນລຸ້ນດຽວກັນ ໜ້າຈໍ
ແບບ ADAD) ຈໍສີສະແດງຜົນຂະໜາດ 5 ນີ້ວ 3D TFT ທີ່ສາມາດເລືອກໄດ້ເຖິງ 8 ໜ້າຈໍໃຫ້ຂໍ້ມູນ ດ້ວຍການກົດປຸ່ມເທິ່ງພວງມະໄລລົດ.ໜ້າຈໍມາດຕາວັດຄວາມໄວແບບດີຈີຕອນແມ່ນໜ້າຈໍທີ່ຄັກ ເນື່ອງຈາກມັນຈະສະແດງເຖິງຄວາມໄວຂອງລົດທີ່ຊັດເຈນຫລາຍຂຶ້ນ. ຄວາມຈິງແລ້ວ ເຕັກໂນໂລຊີນີ້ແມ່ນເປັນອຸປະກອນເພີ່ມປະສິດທິພາບໃໝ່ ສໍາລັບລົດກະບະໃດໜຶ່ງ.

ເຖິງແມ່ນວ່າ ນິສສັນພຣີມ້ຽມພລັສ ແມ່ນບໍ່ມີການຍົກລະດັບດ້ານກົນຈັກ ແຕ່ມັນມາພ້ອມກັບເຄື່ອງຈັກຂະໜາດ 2.5ລິດ ກາຊວນ 4 ສູບແຖວລຽງ DOHC 16-ວາວ ວີຈີເອັສ ເທີໂບ ອິນເຕີຄູເລີ້.

ນອກຈາກນີ້, ຍັງມີລະບົບເກຍເຈັດສະປີດ ລຸ້ນຂັບເຄື່ອນ 4 ລໍ້ ດ້ວຍໂໝດເກຍທໍາມະດາ ແລະ ລະບົບເກຍ Shift-on-the-Fry ເນື່ອງຈາກຜູ້ຂັບຂີ່ ກໍ່ຄືທ່ານເອງ ແມ່ນສາມາດປ່ຽນລະບົບຂັບເຄື່ອນແບບສອງລໍ້ ມາເປັນສີ່ລໍ້ໄດ້ຢ່າງງ່າຍດາຍ ແລະ ເຮັດໃຫ້ມັນງ່າຍໃນການເອົາຊະນະກັບພູມີປະເທດທີ່ຍາກລໍາບາກຕ່າງໆ.

ຍິ່ງໄປກວ່ານັ້ນ, ສິ່ງທີ່ດີຂອງນາວາລາແມ່ນມີພື້ນລໍ້ຫາຕົວລົດທີ່ສູງ, ເຮັດໃຫ້ລົດສາມາດຫລີກລ້ຽງສິ່ງກີດຂວາງ ແລະ ເສດຊາກຕ່າງໆເທິ່ງທ້ອງຖະໜົນ. ພ້ອມທັງຍັງເຮັດໃຫ້ການຂັບຜ່ານບັນຫານໍ້າຖ້ວມກະທັນຫັນພາຍໃນຕົວເມືອງໄດ້ຢ່າງງ່າຍດາຍ.

ຈຸດເດັ່ນສະເພາະອີກຢ່າງໜຶ່ງແມ່ນລະບົບຣ໋ອກເຝືອງທ້າຍ(RDL) ທີ່ຈະເຮັດໃຫ້ຜູ້ຂັບຂີ່ ມີຄວາມໝັ້ນໃຈເທິ່ງທາງວິບາກ ແລະ ຄວາມປອດໄພຂອງລໍ້ທີ່ບໍ່ໝູນເທິ່ງພື້ນຜີວທີ່ຕ່າງກັນ ດ້ວຍການຣ໋ອກລໍ້ໝູນດ້ານຫລັງດ້ວຍຕົວເອງ ເພື່ອເຮັດວຽກຮ່ວມກັນເປັນລະບົບດຽວ.

ຄຸນສົມບັດຄວາມປອດໄພມາດຕະຖານ ລວມມີລະບົບເບຣກກັນລໍ້ຣ໋ອກ(ABS), ລະບົບກະຈາຍແຮງ-ເບຣກໄຟຟ້າ(EBD), ລະບົບຊ່ວຍເບຣກ (BA) ແລະລະບົບຄວບຄຸມຄວາມແຮງ(TCS). ລະບົບຄວບຄຸມການຊົງຕົວອັດຕະໂນມັດ(VDC)ຈະຊ່ວຍເພີ່ມປະສິດທິພາບ ແລະ ຄວາມປອດໄພການຂັບຂີ່ໃນລຸ້ນ 4×4ທີ່ມາພ້ອມກັບລະບົບປ້ອງກັນການລື່ນໄຫລ ຂະນະທາງມື່ນ(ABLS), ລະບົບຊ່ວຍຂຶ້ນທາງລາດຊັນ(HAS) ແລະ ລະບົບຊ່ວຍລົງທາງລາດຊັນ(HDC).

ທີ່ສຸດຂອງທີ່ສຸດ, ບໍ່ຕ້ອງແປກໃຈເລີຍວ່າ ນິສສັນ ນາວາລາ ພຣີມ້ຽມພລັສ ແມ່ນຕົວເລືອກທີ່ດີ, ຮີບຟ້າວມາທົດລອງຂັບ ແລະ ຈັບຈອງລົດກັບຫ້ອງວາງສະແດງລົດນິສສັນທີ່ຢູ່ໃກ້ທີ່ສຸດຂອງທ່ານ.

ລົດນິສສັນນາວາລາ ພຣີມ້ຽມໃໝ່ລ່າສຸດ ແມ່ນມີລາຄາເກີນຕ້ານທານຢູ່ທີ່ 48.500 ໂດລາເຊິ່ງຖືເປັນລາຄາທີ່ເໝາະສົມ. ເຂົ້າມາຢ້ຽມຊົມຫ້ອງວາງສະແດງລົດນິສສັນ ເພື່ອທົດລອງຂັບ ແລະ ຈັບຈອງ. ນອກນີ້ ຍັງມີຂໍ້ສະເໜີສິດທິພິເສດ ສໍາລັບນິສສັນ ນາວາລາ ເກຍກະປຸກ ຂັບເຄື່ອນ 2​ ລໍ້ ແລະ 4 ລໍ້.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບລົດນິສສັນລຸ້ນຕ່າງໆໃນປະເທດລາວ, ກະລຸນາເຂົ້າເບິ່ງເວັບໄຊຂອງນິສສັນລາວ www.nissan-lao.la ຫລື ຕິດຕາມໜ້າເຟສບຸກຂອງນິສສັນລາວໄດ້ທີ່ fb.com/NissanLaos/

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...