Homeຂ່າວຕ່າງປະເທດຊາວຈີນ ອອກມາຕຶກເບັດຕາມຖະໜົນ ໃນເວລານ້ຳຖ້ວມ ເພື່ອຂ້າເວລາ!

ຊາວຈີນ ອອກມາຕຶກເບັດຕາມຖະໜົນ ໃນເວລານ້ຳຖ້ວມ ເພື່ອຂ້າເວລາ!

Published on

 

ໃນວັນທີ 17 ກັນຍາ 2014 ນີ້ ສຳນັກຂ່າວຕ່າງປະເທດ ໄດ້ເຜີຍແຜ່ພາບຊາວເມືອງຊາຜິງປ້າ ໃນນະຄອນສົງຊິ່ງ ພາກັນ

ອອກມານັ່ງພັກຜ່ອນຕຶກປາ ເພື່ອນຳເອົາໄປປຸງແຕ່ງເປັນອາຫານ ຫລັງຈາກປະສົບອຸທົກກະໄພ ນ້ຳຖ້ວມເມືອງ ຈົນບໍ່

ສາມາດອອກໄປທາງໃດ.

 

ລາຍງານຂ່າວໄດ້ລະບຸວ່າ ຊາວບ້ານໃນເຂດເມືອງບູຮານສືຊິ່ວໂຂ່ວ ພາກັນຈັບເບັດອອກມາຕຶກປາ ເພື່ອຂ້າເວລາໃນ

ຍາມນ້ຳຖ້ວມ ຍ້ອນບໍ່ສາມາດອອກໄປເຮັດວຽກ ຫລື ເດີນທາງອອກໄປທາງໃດໄດ້ ພວກເຂົາຈິ່ງພາກັນອອກມາຕຶກປາ

ຢ່າງຟົດຟື້ນເປັນຂະບວນ.

 

ທັງນີ້ ພາຍຸຝົນໄດ້ພັດຕົກເຂົ້າໃສ່ເມືອງດັ່ງກ່າວ ເຮັດໃຫ້ແມ່ນ້ຳແຢງຊີກຽງ ຍື່ງຂຶ້ນລົ້ນຝັ່ງເຂົ້າຖ້ວມບ້ານເຮືອນແຄມ

ແມ່ນ້ຳ ໃນລະດັບສູງທີ່ສຸດໃນຮອບປີ ໂດຍແມ່ນ້ຳ ຢາຫລິງຈຽງ ເຊິ່ງແຕກສາຍຍ່ອຍອອກມາຈາກແມ່ນ້ຳແຢງຊີກຽງ

ມີນ້ຳສູງກ່ວາລະດັບເຕືອນໄພເຖິງ 1.80 ແມັດ ໃນຂະນະທີ່ທາງການເມືອງສົງຊິ່ງ ໄດ້ປະກາດເຕືອນໄພນ້ຳຖ້ວມໃນລະ

ດັບສີເຫລືອງ ແລະ ອົບພະຍົບຊາວບ້ານຫລາຍຮ້ອຍຄົນ ອອກຈາກພື້ນທີ່ປະສົບໄພພິບັດ.

 

557000011042401

557000011042403

557000011042405

557000011042407

 

ບົດຄວາມຫຼ້າສຸດ

ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ມອບ-ຮັບ ອາຄານໂຮງຮຽນ ບ້ານມົກກົກນ້ອຍ ເມືອງສໍາພັນ ແຂວງຜົ້ງສາລີ

ຕອນເຊົ້າວັນທີ 10 ກັນຍາ 2026 ນີ້ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະທີມງານຂັ້ນສູນກາງ...

ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມ ກອງປະຊຸມສ້າງຕັ້ງພັນທະມິດສາກົນ ເພື່ອແກ້ໄຂອາຊະຍາກໍາສໍ້ໂກງທາງໂທລະຄົມ

ໃນລະຫວ່າງວັນທີ 9-10 ກັນຍາ 2026, ທ່ານ ພົນໂທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດ ຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ເຂົ້າຮ່ວມ...

ສານປະຊາຊົນນ ນວ ຕັດສິນອະດີດພະນັກງານທະນາຄານ 10 ຄົນ ໃນຄະດີສໍ້ລາດບັງຫຼວງ ແລະ ຟອກເງິນ

ໃນຕອນເຊົ້າຂອງວັນທີ 8 ກັນຍາ 2026, ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ພິຈາລະນາ ແລະ ຕັດສິນຄະດີອາຍາຮ້າຍແຮງ ກ່ຽວກັບການສໍ້ລາດບັງຫຼວງ ແລະ ຟອກເງິນ ຈຳນວນ 2...

1,783 ລ້ານບາດ! ໄທ ອະນຸມັດ 1,700 ລ້ານ ໃຫ້ລາວກູ້ຢືມສ້າງຂົວຂ້າມນໍ້າຂອງແຫ່ງໃໝ່ ຫຼວງພະບາງເງິນຊ່ວຍເຫຼືອລ້າ (30%)-ຊຽງແມນ

ວັນທີ 8 ກັນຍາ 2026, ທີ່ປະຊຸມຄະນະຮັດຖະມົນຕີ (ຄຣມ.) ຂອງໄທ ໄດ້ມີມະຕິເຫັນດີອະນຸມັດໃຫ້ຄວາມຊ່ວຍເຫຼືອທາງດ້ານການເງິນແກ່ ສປປ ລາວ ໃນໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ເຊື່ອມຕໍ່ລະຫວ່າງ ບ້ານຊຽງແມນ (ເມືອງຈອມເພັດ)...