Homeຂ່າວພາຍ​ໃນເຈົ້າໜ້າທີ່ຫວຽດນາມຈັບຢາບ້າໄດ້ ມູນຄ່າກວ່າ 25 ຕື້ກີບ ແລະ ຈັບຄົນລາວໄດ້ໜຶ່ງຄົນ!

ເຈົ້າໜ້າທີ່ຫວຽດນາມຈັບຢາບ້າໄດ້ ມູນຄ່າກວ່າ 25 ຕື້ກີບ ແລະ ຈັບຄົນລາວໄດ້ໜຶ່ງຄົນ!

Published on

ຕໍາຫຼວດຫວຽດນາມພົບຢາບ້າ 12​ ຖົງ ລວມນໍ້າໜັກ 309 ກິໂລກຣາມ ມູນຄ່າປະມານ 3 ລ້ານໂດລາສະຫະລັດ (ປະມານ 25 ກວ່າຕື້ກີບ) ຈາກການເອີ້ນລົດບັນທຸກທີ່ແລ່ນດ້ວຍຄວາມໄວສູງມາກວດສອບລົດ ເຊິ່ງການຈັບກຸມດັ່ງກ່າວຖືໄດ້ວ່າເປັນການຈັບກຸມຢາເສບຕິດຄັ້ງໃຫຍ່ລ່າສຸດໃນຫວຽດນາມ.

ສໍານັກຂ່າວ ວີເອັນ ເອັກສ໌ເພຣສ ລາຍງານໃນວັນທີ 16 ຕຸລາ ວ່າ: ເຈົ້າໜ້າທີ່ໄດ້ເອີ້ນລົດບັນທຸກທີ່ແລ່ນດ້ວຍຄວາມໄວສູງມາກວດສອບ ແລະ ໄດ້ຄົ້ນພົບຢາເສຍຕິດໃນລົດຄັນດັ່ງກ່າວໃນວັນສຸກທີ່ຜ່ານ, ຊາຍໜຸ່ມສອງຄົນທີ່ຂັບລົດມາໄດ້ອາໄສຈັງຫວະທີ່ເຈົ້າໜ້າທີ່ເຜີ ຫຼົບໜີໄປ, ແຕ່ຕໍາຫຼວດສາມາດນໍາຈັບກັບມາໄດ້ໜຶ່ງຄົນໃນມື້ຕໍ່ມາ ເປັນ ຄົນລາວ ຊື່ທ້າວ ເຊັງ ວາງ ອາຍຸ 23 ປີ ເຊິ່ງໃຫ້ການວ່າຖືກຈ້າງເປັນເງິນ 10,000 ໂດລາສະຫະລັດ (ປະມານ 85 ລ້ານກີບ) ໃນການຂົນສົ່ງຢາບ້າຊຸດນີ້ໄປເມືອງ ດານັງ ເຊິ່ງເປັນໜຶ່ງໃນເມືອງໃຫຍ່ຂອງຫວຽດນາມ ແລະ ເປັນເມືອງທ່ອງທ່ຽວທີ່ສຳຄັນອີກດ້ວຍ. ທັງນີ້, ຕໍາຫຼວດຫວຽດນາມກຳລັງນໍາຈັບອີກໜຶ່ງຜູ້ຫຼົບໜີ ເຊິ່ງແມ່ນຄົນຫວຽດນາມ.

ເຖິງແມ່ນວ່າ ຫວຽດນາມຈະມີກົດໝາຍຢາເສບຕິດທີ່ເດັດຂາດຫຼາຍທີ່ສຸດປະເທດໜຶ່ງໃນໂລກ ແຕ່ກໍຍັງເປັນສູນກາງການຂົນສົ່ງຢາເສບຕິດຍອດນິຍົມ ແລະ ຕະຫຼາດປາຍທາງ ສຳລັບຢາເສບຕິດຊະນິດຕ່າງໆ ທີ່ຖືກລັກລອບຂົນສົ່ງອອກຈາກພື້ນທີ່ເຂດສາມຫຼ່ຽມທອງຄໍາ ເຊິ່ງມີຊາຍແດນເຊື່ອມຕໍ່ 3 ປະເທດ ລາວ,​ ມຽນມາ ແລະ ໄທ.

ຮຽບຮຽງຂ່າວໂດຍ: ລັດສະໝີ ພອນວິໄລ

ແຫຼ່ງຂໍ້ມູນ ແລະ ຮູບພາບປະກອບ: VN Express

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...