Homeຂ່າວພາຍ​ໃນກ້າວດ້ວຍຄວາມໝັ້ນໃຈ

ກ້າວດ້ວຍຄວາມໝັ້ນໃຈ

Published on

ສິ້ນ ແມ່ນສ່ວນໜຶ່ງທີ່ສໍາຄັນໃນການສະແດງເຖິງເອກະລັກການແຕ່ງກາຍຂອງແມ່ຍິງລາວ;  ບໍ່ວ່າທ່ານຈະຍ່າງໄປທາງໃດ ທັງພາຍໃນຫ້າງຮ້ານ ຫຼື ທ້ອງຕະຫຼາດ ທ່ານຈະເຫັນໄດ້ວ່າສິ້ນມີໃຫ້ເລືອກຫຼາກຫຼາຍແບບ, ຫຼາຍສີສັນ, ຫຼາຍລວດລາຍ ໃຫ້ທ່ານຍິງສາມາດເລືອກຊຶ້ ແລະ ເລືອກໃຊ້ໄດ້ທຸກກາລະໂອກາດ.

ແຕ່ໃນທາງກົງກັນຂ້າມ, ເຄື່ອງແຕ່ງກາຍຂອງທ່ານຊາຍ ຈະມີທາງເລືອກທີ່ຄ່ອນຂ້າງຈໍາກັດ ແລະ ຍັງບໍ່ຫຼາກຫຼາຍເທົ່າແມ່ຍິງ; ນີ້ຈິ່ງເປັນແຮງບັນດານໃຈໜຶ່ງ ທີ່ເຮັດໃຫ້ ທ່ານນາງ ພອນທິດາ ສົມສະອາດ, ສ້າງຕັ້ງແບຣນ ມູເວີມ໋ອງ, ແບຣນເຄື່ອງແຕ່ງກາຍທ່ານຊາຍຂອງເພິ່ນຂຶ້ນມາ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ ໂດຍສະເພາະຕະຫຼາດເຄື່ອງແຕ່ງກາຍທ່ານຊາຍນັ້ນເອງ.

ທ່ານນາງ ພອນທິດາ ໄດ້ກ່າວວ່າ: “ໃນອະດີດ, ຈະມີແຕ່ຮ້ານຕັດຫຍິບເຄື່ອງຂອງຄົນຫວຽດນາມເທົ່ານັ້ນທີ່ຮັບຕັດຫຍິບຊຸດຂອງຜູ້ຊາຍ, ເຊິ່ງສ່ວນຫຼາຍຈະເປັນຊຸດສູດທໍາມະດາ, ລຽບງ່າຍ ແລະ ບໍ່ຫຼາກຫຼາຍ. ແຕ່ໃນປະຈຸບັນຜູ້ຊາຍຫຼາຍໆຄົນກໍ່ມີລົດນິຍົມທີ່ແຕກຕ່າງຈາກເກົ່າ, ມີການນໍາເທຣນແຟຊັນຫຼາຍຂຶ້ນ ເຊິ່ງໄດ້ຮັບອິດທິພົນການແຕ່ງກາຍຈາກຕ່າງປະເທດ ຈາກສື່ໂທລະພາບ ແລະ ສື່ອອນລາຍຕ່າງໆ. ຍ້ອນແນວນັ້ນ, ຊຸດສູດແບບທໍາມະດາເຫຼົ່ານັ້ນຈຶ່ງກາຍເປັນຊຸດສູດທີ່ລຽບງ່າຍຈົນເກີນໄປ ແລະ ບໍ່ເປັນທີ່ນິຍົມຫຼາຍສໍາລັບຜູ້ຊາຍໃນຍຸກປະຈຸບັນນີ້.”

ກ່ອນທີ່ເພີ່ນຈະລິເລີ່ມທຸລະກິດນີ້, ທ່ານນາງ ພອນທິດາ ໄດ້ໄປຝຶກອົບຮົມຂັ້ນພື້ນຖານໃນສະຖາບັນຝຶກອົບຮົມຕ່າງໆພາຍໃນປະເທດ ເພື່ອເກັບ ກ່ຽວຄວາມຮູ້ເພີ່ມເຕີມກ່ຽວກັບແຟຊັນການແຕ່ງກາຍຂອງທ່ານຊາຍ ແລະ ໄດ້ນໍາເອົາຄວາມຮູ້ທີ່ເພິ່ນຮໍ່າຮຽນມາ ມາເສີມແຕ່ງ ແລະ ປະສົມປະສານກັບເທຣນ ການແຕ່ງກາຍປະຈຸບັນ ໃຫ້ ແທດເໝາະກັບຄວາມຕ້ອງການຂອງລູກຄ້າຫລາຍຂຶ້ນ.

ເປົ້າໝາຍຫລັກຂອງ ມູເວີມ໋ອງ ແມ່ນເພື່ອສ້າງແບຣນເຄື່ອງແຕ່ງກາຍທ່ານຊາຍ ທີ່ສາມາດຕອບໂຈດ ຄວາມຕ້ອງການຂອງລູກຄ້າ ທີ່ຕ້ອງການເຄື່ອງແຕ່ງກາຍທີ່ດູດີ, ມີສະໄຕລ໌ ແລະ ທັນສະໄໝ  ພ້ອມກັບການບໍລິການທີ່ດີເລີດ. ມາຮອດປະຈຸບັນ, ມູເວິມ໋ອງ ມີສອງສາຂາ ເຊິ່ງລູກຄ້າສາມາດເລືອກໃຊ້ບໍລີການຢູ່ສາຂາໃດກໍ່ໄດ້ຕາມຄວາມສະດວກ; ສາຂາຫຼັກ ແມ່ນຕັ້ງຢູ່ບ້ານໂພນສີນວນ ແລະ ສາຂາສອງ ແມ່ນຕັ້ງຢູ່ບ້ານທາດຫຼວງ.

 ນອກຈາກນີ້, ທ່ານນາງ ພອນທິດາ ໄດ້ກ່າວຕື່ມວ່າ ທາງເພີ່ນເອງກໍ່ມີຈຸດປະສົງ ແລະ ຄວາມສົນໃຈໃນ ການຂະຫຍາຍແບຣນຂອງເພິ່ນອອກສູ່ຕະຫຼາດໃນທົ່ວປະເທດ. ແຕ່ໃນປະຈຸບັນພວກເພິ່ນຕ້ອງການທີ່ຈະສຸມໃສ່ ການສ້າງ ແລະ ພັດທະນາແບຣນຂອງເພິ່ນໃນຕະຫຼາດຢູ່ນະຄອນຫຼວງວຽງຈັນໃຫ້ເຕັມທີ່  ກ່ອນທີ່ຈະຂະຫຍາຍແບຣນອອກສູ່ພາກອື່ນໆຂອງປະເທດ.

ທາງຮ້ານ ມູເວີມ໋ອງ ມີຊຸດສູດຫຼາກຫຼາຍແບບໄວ້ບໍລິການລູກຄ້າ ເຊິ່ງລູກຄ້າສາມາດເລືອກແບບ ແລະ ສີສັນ ຕາມທີ່ທາງຮ້ານໄດ້ວາງສະແດງເປັນຕົວຢ່າງໃຫ້ລູກຄ້າ; ນອກຈາກນີ້, ລູກຄ້າ ຍັງສາມາດເລືອກເນື້ອຜ້າທີ່ຕ້ອງການໄດ້ ແລະ ທາງຮ້ານມີຜ້າຫຼາຍປະເພດທີ່ນໍາເຂົ້າຈາກຕ່າງປະເທດຄື: ຜ້າຂົນສັດ, ຜ້າໃຍສັງເຄາະ ແລະ ຜ້າລີນິນ. ນອກຈາກນໍາໃຊ້ຜ້າທີ່ນໍາເຂົ້າຈາກຕ່າງປະເທດແລ້ວ, ທ່ານນາງ ພອນທິດາ ກໍ່ໄດ້ນໍາເອົາແຜ່ນຜ້າຫຼາຍໆຊະນິດທີ່ເປັນຜະລິດຕະພັນຂອງຄົນລາວ ມາເປັນອີກທາງເລືອກໜຶ່ງໃຫ້ລູກຄ້າໄດ້ເລືອກໃຊ້ເຊັ່ນ: ຜ້າຝ້າຍ ແລະ ຜ້າໄໝລາວເປັນຕົ້ນ.

ການບໍລິການກໍ່ເປັນອົງປະກອບໜື່ງອັນສໍາຄັນທີ່ທາງແບຣນ ມູເວີມ໋ອງ ໃຫ້ຄວາມເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນ, ທາງຮ້ານໄດ້ມີການຝຶກອົບຮົມພະນັກງານຂອງເພີ່ນຢ່າງເປັນລະບົບ ເພື່ອພ້ອມໃຫ້ບໍລິການ ແລະ ໃຫ້ຄໍາປຶກສາແກ່ລູກຄ້າ. ທ່ານນາງ ພອນທິດາ ໄດ້ກ່າວຕື່ມວ່າ ມູເວີມ໋ອງເອົາໃຈໃສ່ ແລະ ຄັດເລືອກເອົາສະເພາະພະນັກງານຕັດຫຍິບທີ່ມີປະສົບການຫຼາຍປີ  ທີ່ສາມາດຕັດຫຍິບໄດ້ຕາມມາດຕະຖານ ແລະ ມີຄວາມສາມາດໃນການອອກແບບຜະລິດຕະພັນ. ມູເວີມ໋ອງ ຍັງຮັບສ້ອມແປງຊຸດສູດທີ່ລູກຄ້າໄດ້ຊື້ກັບທາງຮ້ານ ບໍ່ວ່າລູກຄ້າຕ້ອງການທີ່ຈະປັບຂະໜາດເຂົ້າ ຫຼື ຫຍັບອອກ ທາງຮ້ານກໍ່ສາມາດອໍານວຍຄວາມສະດວກ ໃຫ້ໄດ້ຕາມຄວາມຕ້ອງການຂອງລູກຄ້າ ໂດຍທີ່ບໍ່ຄິດໄລ່ຄ່າບໍລິການ ຕະຫຼອດການໃຊ້ງານອີກດ້ວຍ.

 

 

 

 

ຮຽບຮຽງໂດຍ: ບຸນມີ ຄຳມີໄຊ

ຂຽນໂດຍ​: ເຈສັນ ໂຣລັນ

ແປ ແລະ ຮຽບຮຽງໂດຍ: ອານິຕາ ສຸພະເຂດ

ຮູບໂດຍ: ພູນຊັບ ເທວົງສາ ແລະ ຮ້ານ ມູເວີມ໋ອງ

ແຫຼ່ງຂໍ້ມູນ: https://champameuanglao.com/la/the-cutting-edge/

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...