spot_img
Homeຂ່າວທ້ອງຖິ່ນການເງິນ ແລະ ເສດຖະກິດທະນາຄານກາງ ກຳນົດອັດຕາແລກປ່ຽນບໍ່ໃຫ້ເກີນ 2%

ທະນາຄານກາງ ກຳນົດອັດຕາແລກປ່ຽນບໍ່ໃຫ້ເກີນ 2%

Published on

ທະນາຄານແຫ່ງ ສປປ ລາວ (ທະນາຄານກາງ)  ໄດ້ຄວບຄຸມສ່ວນຕ່າງອັດຕາແລກປ່ຽນ ລະຫວ່າງ ທະນາຄານແຫ່ງ ສປປ ລາວ ແລະ ຮ້ານແລກປ່ຽນບໍ່ໃຫ້ເກີນ 2% ໂດຍອີງຕາມບົດລາຍງານການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 12/ນຍ ວ່າດ້ວຍການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດ ກ່ຽວກັບມາດຕະການສະກັດກັ້ນໄພເງິນເຟີ້ ແລະ ປັບປຸງນະໂຍບາຍເງິນຕາ. ປັດຈຸບັນສາມາດຄວບຄຸມໄດ້ເງິນກີບ-ບາດ 1,66%, ກີບ/ໂດລາ ແມ່ນເກີນ 3,59% ຖ້າທຽບໃສ່ ສະພາແຫ່ງຊາດ ວາງໄວ້ບໍ່ໃຫ້ເໜັງຕີງເກີນ 5%  ເຫັນວ່າຍັງຢູ່ໃນກອບທີ່ກຳນົດໄວ້.

ການຄວບຄຸມຂອງທະນາຄານດັ່ງກ່າວ ໄດ້ມີການນຳໃຊ້ນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດ ໂດຍມີການຕິດຕາມອັດຕາແລກປ່ຽນຕາມຮ້ານແລກປ່ຽນເງິນຕາ ທີ່ເປັນເປົ້າໝາຍປະມານ 40 ແຫ່ງ ເຊິ່ງມີການແຕ່ງຕັ້ງຄະນະລົງຕິດຕາມກວດກາ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ເຈົ້າໜ້າທີ່ປ້ອງການຄວາມສະຫງົບ (ປກສ), ຕຳຫຼວດເສດຖະກິດ ພ້ອມທັງໄດ້ການແຈ້ງເຊີນບັນດາຜູ້ປະກອບການທຸລະກິດ,  ຮ້ານແລກປ່ຽນເງິນຕາເຂົ້າຮ່ວມຮັບຟັງກ່ຽວກັບລະບຽບຫຼັກການ ແລະ ຂໍ້ກຳນົດຕ່າງໆ ໃນການດຳເນີນທຸລະກິດດັ່ງກ່າວ ພ້ອມທັງມີການກ່າວເຕືອນວ່າ: ”ຖ້າຫາກມີຜົນກະທົບແຮງຈະມີການຖອນໃບອະນຸຍາດ”. ສຳລັບການກວດກາເງິນຕາຕ່າງປະເທດ ໃນພາກສ່ວນທະນາຄານ ໄດ້ມີການຈຳກັດການນຳໃຊ້ເງິນຕາຕ່າງປະເທດ ເພື່ອສົ່ງເສີມການຊໍາລະສິນຄ້າ-ການບໍລິການເປັນເງິນກີບ ແລະ ຊຸກຍູ້ໃຫ້ມີການຊຳລະຜ່ານລະບົບທະນາຄານ ດ້ວຍການຕິດຕັ້ງເຄື່ອງຮູດບັດ ເອທີເອັມ (ATM), ບັດວີຊາ (VISA Card), ນຳໃຊ້ການຊຳລະຄ່າທາງ, ຊຳລະພາສີ-ອາກອນຕ່າງໆຜ່ານຕູ້ ແລະ ລະບົບໃນໂທລະສັບມືຖື ທັງໝົດນີ້ມອບໃຫ້ທະນາຄານທຸລະກິດເປັນຜູ້ດຳເນີນການ.

ໃນການກຳນົດສ່ວນຕ່າງ ກ່ຽວກັບອັດຕາດອກເບ້ຍເງິນຝາກ ແລະ ເງິນກູ້ ຂອງທະນາຄານດັ່ງກ່າວ,  ໄດ້ມີການສົມທຽບທົບທວນຄືນກ່ຽວກັບອັດຕາດອກເບ້ຍໃນໄລຍະຜ່ານມາ  ເຊິ່ງນໍາໃຊ້ຕະຫຼາດເປັນຕົວກຳນົດ. ໃນປັດຈຸບັນທະນາຄານກຳລັງທົບທວນຄືນ,  ຄົ້ນຄວ້າວິທີໃນການຄິດໄລ່  ແລະ ຄາດວ່າຈະໃຫ້ສຳເລັດໃນໄວໆນີ້.

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂ່າວຈາກ: ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...