Homeຂ່າວພາຍ​ໃນການບິນລາວຈັດພິທີມມອບຮັບຕໍາແໜ່ງຜູ້ອຳນວຍການຄົນໃໝ່

ການບິນລາວຈັດພິທີມມອບຮັບຕໍາແໜ່ງຜູ້ອຳນວຍການຄົນໃໝ່

Published on

ໃນຕອນເຊົ້າ ວັນທີ 24 ກັນຍາ(09) 2018 ລັດວິສາຫະກິດການບິນລາວ ໄດ້ຈັດກອງປະຊຸມປະກາດການຈັດຕັ້ງຂຶ້ນ. ພາຍໃຕ້ການເປັນປະທານ ຂອງທ່ານ ປອ. ບຸນຈັນ ສິນທະວົງ ລັດຖະມົນຕີ ການຊວງໂຍທາທິການ ແລະ ຂົນສົ່ງ​ (ຍທຂ), ມີທ່ານ ສຸກຄໍາເພັດ ເຮືອງບຸດສີ ຮອງປະທານອົງການກວດກາລັດຖະບານ, ທ່ານຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ຫົວໜ້າກົມການບິນພົນລະເຮືອນ ກະຊວງ ຍທຂ, ພ້ອມດ້ວຍພະນັກງານພາຍໃນລັດວິສາຫະກິດການບິນລາວ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ລັນ ແສງອາພອນ ຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງ ຍທຂ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 21638/ຍທຂ, ລົງວັນທີ 21/09/2018 ວ່າດ້ວຍການໂຍກຍ້າຍທ່ານ ປອ. ສົມພອນ ດວງດາລາ ຜູ້ອໍານວຍການ ລັດວິສາຫະກິດການບິນລາວ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ ແລະ ຜ່ານດໍາລັດສະບັບເລກທີ 294/ນຍ. ລົງວັນທີ 14/09/2018 ວ່າດ້ວຍການແຕ່ງຕັ້ງ ທ່ານ ບຸນມາ ຈັນທະວົງສາ ເປັນຜູ້ອໍານວຍການ ລັດວິສາຫະກິດການບິນລາວ (ຜູ້ໃໝ່).

ໃນໂອກາດດຽວກັນ ທ່ານ ປອ. ບຸນຈັນ ສິນທະວົງ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ  ໂດຍໄດ້ກ່າວຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ທ່ານທີ່ໄດ້ຮັບການແຕ່ງຕັ້ງ ແລະ ຮັບໜ້າທີ່ໃໝ່ໃນຄັ້ງນີ້. ອັນສໍາຄັນ, ທ່ານໄດ້ເນັ້ນໜັກໃຫ້ສະມາຊິກພັກ-ພະນັກງານຫຼັກແຫຼ່ງ ພາຍໃນລັດວິສາຫະກິດການບິນລາວ ຈົ່ງພ້ອມກັນເອົາໃຈໃສ່ລົງເລິກວຽກການເມືອງແນວຄິດ ດ້ວຍຄວາມເປັນເອກະພາບສູງ, ກໍາໄດ້ບັນດາຂໍ້ຫ້າມ, ຂໍ້ກໍານົດ, ກົດໝາຍ, ລະບຽບການຕ່າງໆຂອງພັກ, ຂອງລັດຖະບານ ແລະ ຂອງລັດວິສາຫະກິດ ວາງອອກໃນແຕ່ລະໄລຍະ ເພື່ອຮັບປະກັນແກ່ການດໍາເນີນທຸລະກິດຢ່າງມີປະສິດທິຜົນ; ກະກຽມຄວາມພ້ອມ ໃນຍຸກທີ່ມີການແຂ່ງຂັນສູງທາງດ້ານທຸລະກິດການບິນ ແລະ ນໍາພາການຜະລິດທຸລະກິດ ໃຫ້ໄດ້ຮັບຜົນສໍາເລັດ; ພ້ອມດຽວກັນນັ້ນ ກໍ່ໃຫ້ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ ໃນຂົງເຂດວຽກງານທີ່ຕົນເອງຮັບຜິດຊອບ ໃຫ້ຖືກຕ້ອງຕາມລະບຽບຫຼັກການ, ສອດຄ່ອງກັບເງື່ອນໄຂ ແລະ ສະພາບຄວາມເປັນຈິງ ຂອງດໍາເນີນທຸລະກິດໃນໄລຍະໃໝ່.

 

 

 

ຮຽບຮຽງຂ່າວໂດຍ: ລັດສະໝີ ພອນວິໄລ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...