spot_img
Homeຂ່າວພາຍ​ໃນຂ່າວຍົກຈັກການຈັດຕັ້ງແບບຂວໍ້າກະດານ ລາວບໍລິການສິນຄ້າຜ່ານແດນທ່ານາແລ້ງ ບໍ່ມີມູນຄວາມຈິງ

ຂ່າວຍົກຈັກການຈັດຕັ້ງແບບຂວໍ້າກະດານ ລາວບໍລິການສິນຄ້າຜ່ານແດນທ່ານາແລ້ງ ບໍ່ມີມູນຄວາມຈິງ

Published on

ໃນວັນທີ 25 ກໍລະກົດ 2018 ທີ່ຜ່ານມາ ເວັບໄຊ້ລາວໂພສ ໄດ້ອອກຂ່າວໃນຫົວຂໍ້: ຍົກຈັກການຈັດຕັ້ງແບບຂວໍ້າກະດານ ລາວບໍລິການສິນຄ້າຜ່ານແດນ ທ່ານາແລ້ງ ເຊິ່ງມີເນື້ອໃນກ່າວເຖິງການລົງປະຕິບັດການຂອງໜ່ວຍສະເພາະກິດ ຈາກອົງການກວດກາລັດຖະບານ ແລະໄດ້ມີການປ່ຽນແປງການຈັດຕັ້ງຄະນະອຳນວຍການທັງໝົດ ນັ້ນແມ່ນບໍ່ມີມູນຄວາມຈິງ ເຊິ່ງເປັນຄວາມຜິດພາດໃນການວິເຄາະແຫຼ່ງຂ່າວຢ່າງຄັກແນ່ກ່ອນການນຳສະເໜີ ເຊິ່ງຂ່າວດັ່ງກ່າວ ໄດ້ແຕະຕ້ອງເຖິງກຽດສັກສີຂອງບຸກຄົນໃນຄະນະອຳນວຍການ ແລະ ບົດບາດອິດທິພົນຂອງ ບໍລິສັດ ຕໍ່ກັບຄູ່ຮ່ວມມືທາງທຸລະກິດ, ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ລວມທັງສູນເສຍທາງການເງິນອີກດ້ວຍ.

ຄວາມຈິງແລ້ວໃນຫຼາຍປີທີ່ຜ່ານມາ ຄະນະອຳນວຍການ ລລບສ ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນວຽກງານພັກ-ລັດຖະບານ ກໍ່ຄື ກະຊວງການເງິນ ໂດຍສະເພາະລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ໄດ້ດຳເນີນກິດຈະການດ້ານການບໍລິການ ພາຍໃຕ້ການຊີ້ນຳ-ນຳພາໂດຍກົງ ຂອງຄະນະພັກກະຊວງການເງິນ, ຄະນະສະພາບໍລິຫານ, ຄະນະໜ່ວຍພັກ-ຄະນະອຳນວຍການ ແລະ 3 ອົງການຈັດຕັ້ງມະຫາຊົນ ເຮັດໃຫ້ກິດຈະການຂອງ ລລບສ ໄດ້ມີການພັດທະນາຢ່າງຮອບດ້ານ, ມີຄວາມເຕີບໃຫຍ່ ເຂັ້ມແຂງ ທັງທາງດ້ານປະລິມານ ແລະ ຄຸນນະພາບຈົນໄດ້ຮັບຄວາມເຊື່ອໝັ້ນໄວ້ວາງໃຈ ຈາກການຈັດຕັ້ງພັກ-ລັດຂັ້ນເທິງ ແລະ ເປັນທີ່ຍອມຮັບຈາກຫົວໜ່ວຍທຸລະກິດອື່ນໆ. ດັ່ງຄໍາຂວັນທີ່ ລລບສ ໄດ້ວາງໄວ້ “ສະດວກ, ປອດໄພ, ວ່ອງໄວ, ທັນສະໄໝ ແລະ ໄດ້ມາດຕະຖານ”.

ທີມງານເວັບໄຊ້ລາວໂພສ ມີຄວາມເສຍໃຈ ແລະ ກັງວົນໃຈເປັນຢ່າງຍິ່ງຕໍ່ຄວາມຜິດພາດດັ່ງກ່າວ ຈຶ່ງຂໍສະແດງຄວາມຮັບຜິດຊອບຕໍ່ຄວາມຜິດພາດທີ່ເກີດຂຶ້ນດັ່ງກ່າວ ແລະ ຂໍໂທດໄປຍັງຄະນະອຳນວຍການ, ພະນັກງານການນຳ ແລະ ພະນັກງານວິຊາການທຸກພາກສ່ວນ (ທັງເກົ່າ ແລະ ໃໝ່) ຂອງລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນທຸກໆ ທ່ານ ແລະ ເພື່ອນຜູ້ອ່ານທຸກໆ ຄົນ ຢ່າງເປັນທາງການ. ພ້ອມດຽວກັນນີ້ ທີມງານລາວໂພສຈະຂໍຖືເອົາຄວາມຜິດພາດຄັ້ງນີ້ ແລະ ພ້ອມທັງທິດຊີ້ນຳຂອງພາກສ່ວນທີ່ກ່ຽວຂ້ອງເປັນບົດຮຽນ ໃນການປະຕິບັດໜ້າທີ່ຕໍ່ໄປໃຫ້ດີ ແລະ ຮັບປະກັນບໍ່ໃຫ້ມີຄວາມຜິດພາດເກີດຂຶ້ນອີກໃນອະນາຄົດ.

ອີກປະການໜຶ່ງ, ເວັບໄຊ້ລາວໂພສ ຂໍແຈ້ງໄປຍັງເພື່ອນຜູ້ອ່ານຊາບຕື່ມວ່າ ຖ້າຫາກທ່ານໃດ ພົບເຫັນຂ່າວມີລັກສະນະດັ່ງກ່າວຂ້າງຕົ້ນຢູ່ໃສ ຂໍໃຫ້ແຈ້ງຕໍ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງເພື່ອໃຫ້ຮີບຮ້ອນແກ້ໄຂຕາມຂັ້ນຕອນຂອງລະບຽບກົດໝາຍ.

ດ້ວຍຄວາມເຄົາລົບຢ່າງສູງ ຈາກທີມງານລາວໂພສ

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)