KUBOTA Lao Sole., Ltd. ຈັດໂຄງການ “KUBOTA ປັນນໍ້າໃຈໃຫ້ນ້ອງ” (KUBOTA Sharing The Future) ປີທີ 4 ສົ່ງມອບອຸປະກອນການຮຽນໃຫ້ແກ່ເດັກນ້ອຍ ແລະ ເຍົາວະຊົນໃນ ສປປ ລາວ ຈໍານວນ 13,000 ຊຸດ ເພື່ອຮ່ວມເປັນສ່ວນໜຶ່ງໃນການພັດທະນາ ແລະ ຕອບແທນສັງຄົມ ມຸ່ງຫວັງໃຫ້ເດັກນ້ອຍ ແລະ ເຍົາວະຊົນໄດ້ມີອຸປະກອນການຮຽນ ແລະ ມີຄຸນນະພາບຊີວິດທີ່ດີຂຶ້ນ ໂດຍມີພິທີມອບໃຫ້ກັບ ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ໃນວັນພຸດທີ 19 ກັນຍາ 2018 ທີ່ ມະຫາວິທະຍາໄລແຫ່ງຊາດລາວ ນະຄອນຫຼວງວຽງຈັນ.
ທ່ານ ສົມບູນ ຈິນຕະນາຜົນ ຜູ້ຊ່ວຍກໍາມະການຜູ້ຈັດການໃຫຍ່ ຜູ້ຈັດການທົ່ວໄປ ສາຍງານຂາຍ ແລະ ບໍລິການ ບໍລິສັດ ສະຫຍາມຄູໂບຕ້າ ຄອບປໍເລຊັ່ນ ຈໍາກັດ ກ່າວວ່າ ຕະຫຼອດໄລຍະເວລາຂອງການດໍາເນີນທຸລະກິດ KUBOTA Lao Sole., Ltd. ໄດ້ເລັງເຫັນເຖິງຄວາມສໍາຄັນຂອງການສຶກສາ ເພາະເປັນພື້ນຖານສໍາຄັນໃນການພັດທະນາປະເທດໃຫ້ກ້າວໄປຂ້າງໜ້າຢ່າງໝັ້ນຄົງ ແລະ ເຍົາວະຊົນນັບເປັນພະລັງສໍາຄັນໃນການພັດທະນາສັງຄົມ ແລະ ປະເທດຊາດ, ເຮົາຈຶ່ງໄດ້ຈັດໂຄງການເພື່ອສະໜັບສະໜູນດ້ານການສຶກສາທັງໃນ ແລະ ຕ່າງປະເທດມາໂດຍຕະຫຼອດ ເຊັ່ນດຽວກັບໂຄງການ “KUBOTA ປັນນໍ້າໃຈໃຫ້ນ້ອງ” ຫຼື KUBOTA Sharing The Future ທີ່ຈັດຂຶ້ນໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 4 ເພື່ອມອບອຸປະກອນການຮຽນໃຫ້ກັບເຍົາວະຊົນໃນຖິ່ນທຸລະກັນດານ ເພື່ອໃຫ້ມີກໍາລັງໃຈທີ່ຈະຮຽນຮູ້ ແລະ ມີຄຸນນະພາບຊີວິດທີ່ດີຂຶ້ນຕໍ່ໄປ.

“ຈາກຄວາມສໍາເລັດຂອງການຈັດໂຄງການໃນຊ່ວງ 3 ປີທີ່ຜ່ານມາ ພົບວ່າ ອຸປະກອນການຮຽນທີ່ໄດ້ມອບໃຫ້ແກ່ນ້ອງໆໄປແລ້ວນັ້ນ ມີສ່ວນຊ່ວຍພັດທະນາສັກຍະພາບການຮຽນ ແລະ ເປັນກໍາລັງໃຈໃຫ້ກັບເດັກນ້ອຍໄດ້ ແລະ ຍັງມີຫຼາຍພື້ນທີ່ໃນ ສປປ ລາວ ທີ່ຕ້ອງການໃຫ້ບໍລິສັດ ເຂົ້າໄປຊ່ວຍເຕີມເຕັມໂອກາດດ້ານການສຶກສາຢູ່ເລື່ອຍໆ ໃນປີນີ້ ເຮົາຈຶ່ງເດີນໜ້າຈັດໂຄງການດັ່ງກ່າວຂຶ້ນອີກຄັ້ງ ໂດຍໄດ້ຮັບຄວາມຮ່ວມມືຈາກ ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ສົ່ງມອບອຸປະກອນການຮຽນ ລວມທັງໝົດ 13,000 ຊຸດ ໃນເດືອນ ກັນຍານີ້ ເພື່ອຂະຫຍາຍໂອກາດໃຫ້ເດັກນ້ອຍ ແລະ ເຍົາວະຊົນໃນແຂວງຕ່າງໆຂອງ ສປປ ລາວ ໄດ້ຮັບອຸປະກອນການຮຽນຢ່າງທົ່ວເຖິງ” ທ່ານ ສົມບູນ ຈິນຕະນາຜົນ ກ່າວເພີ່ມເຕີມ.
ທັງນີ້ໂຄງການ “KUBOTA ປັນນໍ້າໃຈໃຫ້ນ້ອງ”ມີແຜນທີ່ຈະສົ່ງມອບອຸປະກອນການຮຽນໃຫ້ກັບເດັກນ້ອຍ ແລະ ເຍົາວະຊົນ ລວມທັງໝົດ 49,000 ຊຸດ ແບ່ງເປັນ ປະເທດລາວ ຈໍານວນ 13,000 ຊຸດ,ປະເທດກໍາປູເຈຍ ຈໍານວນ 20,000 ຊຸດ ແລະ ມຽນມາ ຈໍານວນ 16,000 ຊຸດ ເຊິ່ງຖືເປັນໂຄງການ CSR Regional Campaign ທີ່ຈະເຮັດການມອບຜ່ານໜ່ວຍງານລັດຖະບານ ແລະ ຮ້ານຄ້າຕົວແທນຈໍາໜ່າຍໃນປະເທດນັ້ນໆ ເພື່ອຂະຫຍາຍໂອກາດໃຫ້ກັບເດັກນ້ອຍ ແລະ ເຍົາວະຊົນ ທີ່ຂາດແຄນໄດ້ມີອຸປະກອນການຮຽນໄວ້ໃຊ້ໃນການສຶກສາຕໍ່ໄປ.
ໃນຕອນທ້າຍ ທ່ານ ສົມບູນ ຈິນຕະນາຜົນ ກ່າວອີກວ່າ ນອກຈາກ KUBOTA Lao Sole., Ltd. ຈະຈັດໂຄງການ KUBOTA ປັນນໍ້າໃຈໃຫ້ນ້ອງແລ້ວ ຍັງມີໂຄງການອື່ນໆທີ່ກ່ຽວຂ້ອງກັບການຕອບແທນສັງຄົມອີກດ້ວຍ ທັງໃນດ້ານການພັດທະນາຊຸມຊົນ ແລະ ສັງຄົມ ລວມເຖິງການສຶກສາ ແລະ ເຍົາວະຊົນ ເຊັ່ນ ໂຄງການ KUBOTA Education Center (KTEC), ໂຄງການ KUBOTA ພະລັງໃຈສູ້ໄພໜາວ ແລະ ໂຄງການ KUBOTA ພະລັງໃຈສູ້ໄພພິບັດ ເປັນຕົ້ນ.

ຕະຫຼອດ 40 ປີ ສະຫຍາມຄູໂບຕ້າໄດ້ດໍາເນີນທຸລະກິດໃນປະເທດໄທ ດ້ວຍຄວາມມຸ່ງໝັ້ນໃນການພັດທະນາສິນຄ້າ ແລະ ບໍລິການຢ່າງບໍ່ຢຸດຢັ້ງເພື່ອມຸ່ງຍົກລະດັບແບລນສູ່ການເປັນ “ນະວັດຕະກໍາກະສິກໍາເພື່ອອະນາຄົດ” ຕອກຍໍ້າການເປັນຜູ້ນໍາຕະຫຼາດເຄື່ອງຈັກກົນການກະເສດໃນອາຊຽນໃຫ້ໝັ້ນຄົງ ລວມເຖິງພັດທະນາຄຸນນະພາບຊີວິດຊາວກະສິກອນໃຫ້ດີຂຶ້ນຢ່າງຢັ້ງຢືນ.

