Home​ຂ່າວບັນເທິງສາວໃສ່ຂາທຽມຄວ້າຕຳແໜ່ງຮອງອັນດັບ 2 ໃນການປະກວດ ມິສອິຕາລີ 2018

ສາວໃສ່ຂາທຽມຄວ້າຕຳແໜ່ງຮອງອັນດັບ 2 ໃນການປະກວດ ມິສອິຕາລີ 2018

Published on

ໃນການປະກວດມິສອິຕາລີ ປະຈຳປີ 2018 ເມື່ອວັນທີ 18 ກັນຍາ 2018 ທີ່ຜ່ານມາ, ນາງ ເຊຍຣາ ບໍດີ ສາວງາມອາຍຸ 18 ປີ ຈາກແຂວງ ຕຼາກິເນຍ,​ ເຊຍຣາພິການຂາຂ້າງຊ້າຍ ຈໍາເປັນຕ້ອງໄດ້ໃສ່ຂາທຽມ ແຕ່ນັ້ນກໍບໍ່ເປັນອຸປະສັກຕໍ່ຄວາມຝັນຂອງນາງ ເພາະເຊຍຣາໄດ້ສະແດງຄວາມສາມາດຈົນຜ່ານເຂົ້າຮອບ 3 ຄົນສຸດທ້າຍຂອງການປະກວດ ມິສອິຕາລີ ແລະ ຍັງຄວ້າຕຳແໜ່ງຮອງອັນດັບ 2 ມາຄອງໄດ້. ເຖິງແມ່ນວ່າ ຕຳແໜ່ງ ມິສອິຕາລີ 2018 ຈະຕົກເປັນຂອງ ນາງ ຄາຣ໌ລ໊ອດຕາ ມັກຈໍຣານາ, ແຕ່ນາງກໍ່ສາມາດລົບຄຳສົບປະໝາດ ແລະ ຄຳດູໝິ່ນຈາກຊາວເນັດທີ່ວິຈານນາງໃນໂລກໂຊຊຽວກ່ອນການປະກວດຈະເລີ່ມຕົ້ນຂຶ້ນ.

ນາງ ເຊຍຣາ ບໍດີ ເສຍຂາຊ້າຍໃນລະດັບຫົວເຂົ່າລົງໄປຍ້ອນອຸບັດຕິເຫດລົດຕຳ ໃນຕອນທີ່ນາງອາຍຸ 13 ປີ ຈິ່ງຕ້ອງໄດ້ໃສ່ຂາທຽມ. ໃນໄລຍະການປະກວດນາງຖືກກະແສວິພາກວິຈານກ່າວຫາວ່າທີ່ນາງເຂົ້າຮອບມາປະກວດໄດ້ ພຽງເພາະນາງເປັນຄົນທີ່ຮ່າງກາຍບໍ່ສົມບູນ, ແຕ່ເຊຍຣາກໍ່ໄດ້ໂພສຂໍ້ຄວາມຕອບກັບເທິງເຟສບຸ໊ກຂອງນາງວ່າ “ຂ້ອຍເສຍຂາ ແຕ່ພວກເຈົ້າເສຍຫົວໃຈ ແລະ ສະໝອງ” ແລະ ເຊຍຣາບໍ່ໄດ້ສົນວ່າຈະສາມາດຊະນະການປະກວດຄັ້ງໃນໄດ້ຫຼືບໍ່ ແຕ່ນາງຕ້ອງການສະແດງໃຫ້ທັງໂລກເຫັນວ່າຊີວິດຍັງຄົງສວຍງາມເຖິງຈະພິການກໍ່ຕາມ

https://youtu.be/_xMrMwcjNa0

https://youtu.be/d7ccbhN2ZT8

 

 

 

 

 

ຮຽງຮຽບບົດ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂ່າວ: workpointnews.com
ວິດີໂອປະກອບ: El Rincón de la Belleza

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...