spot_img
Home​ຂ່າວບັນເທິງເປີດຮັບສະໝັກສາວງາມທົ່ວປະເທດ ເຂົ້າຮ່ວມປະກວດເວທີ "ນາງສາວລາວ 2018"

ເປີດຮັບສະໝັກສາວງາມທົ່ວປະເທດ ເຂົ້າຮ່ວມປະກວດເວທີ “ນາງສາວລາວ 2018”

Published on

ເວທີອັນຊົງກຽດຂອງແມ່ຍິງລາວໄດ້ເລີ່ມຂຶ້ນອີກຄັ້ງ ກອງປະກວດນາງສາວລາວ ໄດ້ເປີດໂອກາດໃຫ້ແມ່ຍິງລາວທົ່ວປະເທດສະໝັກເຂົ້າຮ່ວມໃນໂຄງການ “ນາງສາວລາວ 2018”. ຫາກນາງສາວຄົນໃດຕ້ອງການເຂົ້າຮ່ວມປະກວດ ທ່ານສາມາດດາວໂຫຼດແບບຟອມສະໝັກໄດ້ທີ່ drive.google.com ນັບຕັ້ງແຕ່ມື້ນີ້ຈົນຮອດວັນທີ 13 ຕຸລາ 2018.

ເງື່ອນໄຂຂອງຜູ້ສະໝັກມີ:

  1. ໂສດ ແລະ ບໍ່ເຄີຍແຕ່ງງານມາກ່ອນ
  2. ບໍ່ເຄີຍເກີດລູກມາກ່ອນ
  3. ມີອາຍຸ 18-26 ປີ
  4. ຄວາມສູງບໍ່ຕໍ່າກວ່າ 165 ຊມ ຂຶ້ນໄປ
  5. ເປັນແມ່ຍິງໂດຍກຳເນີດ ແລະ ມີສັນຊາດລວ
  6. ມີຄວາມຮູ້ກ່ຽວກັບປະເທດຕົນເອງເຊັ່ນ: ວັດທະນະທຳ, ຮີດຄອງປະເພນີ, ການເມືອງ, ການຄ້າ ແລະ ອື່ນໆ
  7. ເປັນບຸກຄົນທີ່ມີປະຫວັດດີເຊັ່ນ: ບໍ່ເຄີຍມີຄະດີຕິດຕົວມາກ່ອນ, ບໍ່ເຄີຍຖ່າຍຮູບ ຫຼື ວິດີໂອລາມົກອານາຈານ ທຸກໆສື່ພິມ ຫຼື ທາງ Social media, ບໍ່ເຄີຍທຳການຄ້າປະເວນີ.
  8. ມີຄວາມຮູ້ດ້ານພາສາອັງກິດໃນລະດັບດີ

ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່: ບໍລິສັດ ຄົມປັນຍາ ເອັນເຕີເທັນເມັນ ອີເວັ້ນ ແລະ ອໍແກໄນເຊີ ຈຳກັດ
ເບີໂທຕິດຕໍ່: 030 5088054 ແລະ 030 5742857.

 

 

 

 

 

ແຫຼ່ງຂ່າວ: MISS LAOS ນາງສາວລາວ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...